ໃນການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວ໋ຽນ ຊົນ ຟຸກ ຢັ້ງຢືນວ່າ ຫວຽດນາມ ມີສາຍພົວພັນອັນແໜ້ນແຟ້ນ ແລະ ມີປະສິດທິຜົນກັບບັນດາອົງການຈັດຕັ້ງການເງິນໃຫຍ່ໃນໂລກ, ໃນນັ້ນ ມີທະນາຄານໂລກ. ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸກ ຊີ້ແຈ້ງວ່າ ຫວຽດນາມ ສືບຕໍ່ພັດທະນາອຸດສາຫະກໍາຕາມທິດເຕັກໂນໂລຢີສູງ ແລະ ປາດຖະໜາວ່າ ທະນາຄານໂລກ ຈະໃຫ້ຄໍາປຶກສາ, ປະກອບຄໍາຄິດເຫັນໃຫ້ລັດຖະບານຫວຽດນາມໃນຂົງເຂດນີ້.
![]() |
ທ່ານນາຍົກລັດຖະມົົນຕີຫວຽດນາມ ຫງວຽນ ຊົນ ຟຸກ ຕ້ອນຮັບທ່ານ Ousmane Dione ຜູ້ອໍານວຍການແຫ່ງຊາດທະນາຄານໂລກ (WB) ປະຈໍາຫວຽດນາມ (ພາບ: thoibaotaichinhvietnam.vn)
ເມື່ອແລກປ່ຽນກັບທ່ານນາຍົກລັດຖະມົນຕີຫວຽດນາມ, ທ່ານ Ousmane Dione ຜູ້ອໍານວຍການແຫ່ງຊາດທະນາຄານໂລກ (WB) ປະຈໍາຫວຽດນາມ ໄດ້ຍົກອອກບາງບັນຫາ ສໍາຄັນໃນການຮ່ວມມືທີ່ກ່ຽວຂ້ອງ. ກໍເນື່ອງໃນໂອກາດນີ້, ທ່ານ Ousmane Dione ກໍໄດ້ສົ່ງບົດລາຍງານສະບັບຫຼ້າສຸດກ່ຽວກັບບັນດາບັນຫາເສດຖະກິດ - ສັງຄົມ ຂອງຫວຽດນາມ ເຊິ່ງທະນາຄານໂລກຫາກໍປະຕິບັດສໍາເລັດ ໃຫ້ແກ່ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຜ່ານນັ້ນປະກອບສ່ວນຊ່ວຍລັດຖະບານຫວຽດນາມມີການຕີລາຄາທີ່ຊັດເຈນກວ່າ ກ່ຽວກັບທິດທາງການພັດທະນາໃນໄລຍະຈະມາເຖິງ.
ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ໃຫ້ການຕ້ອນຮັບທ່ານ Chey Tae Won ປະທານກຸ່ມບໍລິສັດ SK ຂອງ ສ.ເກົາຫຼີ.
(ແຫຼ່ງຂໍ້ມູນ: VOVWORLD)