ປະທານຄະນະກໍາມະການສູນກາງແນວລາວສ້າງຊາດມາຢ້ຽມຊົມບັນດາຮູບແບບເສດຖະກິດ

15:45 | 26/06/2019

ໃນວັນທີ 23 ມິຖຸນາ, ທ່ານ ຟູ່ງແຄງຕ່າຍ ຮອງປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມກັບທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ແລະຄະນະຜູ້ແທນຂັ້ນສູງຄະນະກໍາມະການສູນກາງແນວລາວສ້າງຊາດໄປຢ້ຽມຊົມຮູບແບບເສດຖະກິດກະສິກໍາຈໍານວນໜຶ່ງຢູ່ນະຄອນເກິ່ນເທີ.

ປະທານຄະນະກໍາມະການສູນກາງແນວລາວສ້າງຊາດມາຢ້ຽມຊົມບັນດາຮູບແບບເສດຖະກິດ

ທ່ານ ໄຊສົມພອນ ພົມວິຫານ ພໍອົກພໍໃຈກັບຮູບແບບລ້ຽງປາ. (ພາບ: daidoanket.vn)

ແບ່ງປັນກັບບັນດາສະມາຊິກຂອງຄະນະ, ທ່ານ ໄຊສົມພອນ ພົມວິຫານ ຮູ້ສຶກໄດ້ການຕ້ອນຮັບທີ່ອົບອຸ່ນ, ການແນະນໍາທີ່ສຸດອົກສຸດໃຈຂອງການນໍາ, ວິສາຫະກິດ, ພິເສດແມ່ນຄວາມສະໜິດສະໜົມຂອງປະຊາຊົນຢູ່ນະຄອນເກິ່ນເທີ ຢ່າງເລິກເຊິ່ງ.

ປະທານຄະນະກໍາມະການສູນກາງແນວລາວສ້າງຊາດມາຢ້ຽມຊົມບັນດາຮູບແບບເສດຖະກິດ

ຊາວກະສິກອນກໍາແບ່ງປັນຂັ້ນຕອນການປູກຕົ້ນໝາກຖົ່ວລຽນກັບທ່ານ ໄຊສົມພອນ ພົມວິຫານ. (ພາບ: daidoanket.vn)

ທ່ານ ໄຊສົມພອນ ພົມວິຫານ ກໍ່ຫວັງວ່າການນໍາ ແລະວິສາຫະກິດເກິ່ນເທີ ຈະເອົາໃຈໃສ່ໜູນຊ່ວຍ, ຊ່ວຍເຫຼືອ, ຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ເພື່ອພັດທະນາຮູບແບບລ້ຽງປາຈາເພື່ອສົ່ງອອກ, ປູກຕົ້ນໄມ້ໃຫ້ໝາກປະເພດຕ່າງໆ, ປະກອບສ່ວນພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ຊອງປະຊາຊົນລາວ…

(ແຫຼ່ງ​ຂໍ້​ມູນ​: ຈາງຫງວຽນ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.