![]() |
ທ່ານ ສົມດີ ດວງດີ
ທ່ານ ສົມດີ ດວງດີ ກ່າວວ່າ: ປັດຈຸບັນ ພັກ-ລັດຖະບານ ພວມເອົາໃຈໃສ່ຈັດຕັ້ງປະຕິບັດໄລຍະສຸດທ້າຍຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 (2016-2020) ຂໍ້ມູນຈາກການສຳຫຼວດສະຖິຕິກະສິກຳທົ່ວປະເທດ ແລະ ຂໍ້ມູນສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ຈຶ່ງມີຄວາມສຳຄັນ ປະເມີນຕໍ່ຜົນສຳເລັດໃນການຈັດຕັ້ງປະຕິ ບັດມະຕິ ແລະ ແຜນພັດທະນາດັ່ງກ່າວ ທັງເປັນພື້ນຖານໃນການວາງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2020-2025) ໂດຍສະເພາະ ການສະຫຼຸບຕີລາຄາຄວາມຄືບໜ້າ ການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ເຊິ່ງລັດຖະບານມີພັນທະໄດ້ລາຍງານຕໍ່ສາກົນ.
ອີງໃສ່ຜົນຂອງການສຳຫຼວດສະຖິຕິກະສິກຳທົ່ວປະເທດ 2 ຄັ້ງ ສາມາດເຫັນໄດ້ໂຄງສ້າງພື້ນຖານຂອງການປູກພືດ ລ້ຽງສັດ ການປະມົງ ແລະ ປ່າໄມ້ ການປ່ຽນແປງໂຄງປະກອບຂອງຂະແໜງການ ການປະກອບການ-ການນຳໃຊ້ແຮງງານເຂົ້າໃນການຜະລິດກະສິກຳ ການນຳໃຊ້ເຄື່ອງກົນຈັກ ອຸປະ ກອນເຄື່ອງມືກະສິກຳ ການນຳໃຊ້ຝຸ່ນ-ປຸ໋ຍ ການນຳໃຊ້ຊົນລະປະທານ ແລະ ສະພາບເສດຖະກິດ-ສັງ ຄົມອື່ນໆທີ່ກ່ຽວຂ້ອງໃນ 10 ປີຜ່ານມາ ຜົນການສຳຫຼວດເສດຖະກິດທົ່ວປະເທດ 2 ຄັ້ງຜ່ານມາ ໄດ້ສະແດງໃຫ້ເຫັນສະພາບການຂະຫຍາຍຕົວ ແລະ ການດຳເນີນທຸລະກິດ ການລົງທຶນ ຫຼື ພື້ນຖານການຜະລິດເສດຖະກິດໃນແຕ່ລະຂົງເຂດ ຂະແໜງການທົ່ວປະເທດ ນອກນີ້ ຜົນຂອງການສຳຫຼວດຍັງຈະເຮັດໃຫ້ພວກເຮົາສາມາດກຳໄດ້ສະພາບຕົວຈິງຂອງການດຳເນີນທຸລະກິດຂອງຫົວໜ່ວຍຕ່າງໆ ເຊິ່ງຈະເປັນພື້ນຖານສຳຄັນໃນການປັບປຸງຖານຂໍ້ມູນເກັບລາຍຮັບແຫ່ງຊາດ ພິເສດ ແມ່ນການກວດກາຄືນກ່ຽວກັບທີ່ດິນກະສິກຳ ເພື່ອການປູກຝັງ ແລະ ລ້ຽງສັດ ຈຳນວນຜູ້ຜະລິດກະສິກຳໃນລາວ ແບ່ງຕາມປະເພດ ຄື: ຄົວເຮືອນ ຫົວໜ່ວຍການຜະລິດ ແລະ ທຸລະກິດ ການຂະຫຍາຍຕົວຂອງຂະແໜງກະສິກຳ ແລະ ສະພາບການເຄື່ອນໄຫວການຜະລິດກະສິກຳ ກໍຄື ການດຳເນີນທຸລະກິດໃນລາວ.
ອີງຕາມແຜນຂອງການສຳຫຼວດນີ້ ຕ້ອງດຳເນີນການເກັບຂໍ້ມູນສຳເລັດ ເພື່ອລາຍງານລັດຖະບານພາຍໃນເດືອນມິຖຸນາ 2020 ເຊິ່ງກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ຈະພ້ອມກັນສະຫຼຸບຕີລາຄາຄືນຄວາມຄືບໜ້າການກະກຽມ ການຈັດຕັ້ງປະຕິບັດ ການສຳຫຼວດ ຍັງຈະສຸມໃສ່ປຶກສາຫາລື ໂດຍສະເພາະ ການກຳນົດວິທີການ ແລະ ການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ໃຫ້ບັນລຸຕາມເປົ້າໝາຍ ແລະ ກຳນົດເວລາ.
(ແຫຼ່ງຂໍ້ມູນ: vientianemai.net)