ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟູກ ເລີ່ມຕົ້ນການເຂົ້າຮ່ວມກອງປະຊູມສຸດຍອດ G20

10:54 | 28/06/2019

ຍສໝ - ກອງປະຊຸມສຸດຍອດ G20 ປີ 2019 ຢູ່ ຍີ່ປຸ່ນ ຈະຈັດຂື້ນໃນລະຫວ່າງວັນທີ 28 – 29 ມິຖຸນາ, ຢູ່ນະຄອນ Osaka. ນີ້ແມ່ນກອງປະຊຸມ G20 ຄັ້ງທີ 14, ເຊຶ່ງຈະດຳເນີນໃນສະພາບການເສດຖະກິດໂລກກຳລັງມີການເຕີບໂຕຊ້າ ດ້ວຍຄວາມສ່ຽງຢ່າງຫຼວງຫຼາຍຍ້ອນການແກ້ງແຍ້ງຍຸດທະສາດ ລະຫວ່າງ ບັນດາປະເທດໃຫຍ່ນັບມື້ນັບຮ້າຍແຮງຂຶ້ນ.

ຕອນບ່າຍວັນທີ 17 ມິຖຸນາ, ຕາມເວລາທ້ອງຖິ່ນ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປເຖິງສະໜາມບິນສາກົນ Kansai, Osaka, ຍີ່ປຸ່ນ, ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນຂຶ້ນແຖວໜ້າໂລກ (G20) ແລະ ຢ້ຽມຢາມ ຍີ່ປຸ່ນ ໃນລະຫວ່າງ ວັນທີ 27 ມິຖຸນາ - 1 ກໍລະກົດ ຕາມການເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shizo Abeຢ່າງເປັນທາງການ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟູກ  ເລີ່ມຕົ້ນການເຂົ້າຮ່ວມກອງປະຊູມສຸດຍອດ G20

ບັນດາການນຳ ຍີ່ປຸ່ນຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ພັນລະຍາ ຢູ່ສະໜາມບິນສາກົນ Kansai, Osaka, ຍີ່ປຸ່ນ (ພາບ: TTXVN)

ອອກມາຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ສະໜາມບິນສາກົນ Kansai ມີທ່ານ Kiyoto Tsuji ສະມາຊິກລັດຖະສະພາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ, ທ່ານ Kiminori Iwama ເອກອັກຄະລັດຖະທູດ, ຫົວໜ້າກົມພິທີການ, ກະຊວງການຕ່າງປະເທດ ຍີ່ປຸ່ນ ພ້ອມກັບການນຳແຂວງ Osaka. ສ່ວນຝ່າຍ ຫວຽດນາມ ມີທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ, ທ່ານ ຫວູຕ໊ວນຫ໋າຍ ຫົວໜ້າກົງສູນໃຫຍ່ ຫວຽດນາມ ປະຈຳ Osaka ພ້ອມດ້ວຍພະນັກງານສະຖານທູດ ຫວຽດນາມ ປະຈຳ ຢີ່ປຸ່ນ,ພະນັກງານ ກົງສູນໃຫຍ່ ຫວຽດນາມ ປະຈຳ Osaka ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມຢູ່ Osaka.

ກອງປະຊຸມສຸດຍອດ G20 ປີ 2019 ຢູ່ ຍີ່ປຸ່ນ ໄດ້ຈັດຕັ້ງໃນລະຫວ່າງວັນທີ 28 – 29 ມິຖຸນາ ຢູ່ນະຄອນ Osaka. ນີ້ແມ່ນກອງປະຊຸມ G20 ຄັ້ງທີ 14, ເຊຶ່ງຖືກດຳເນີນໃນສະພາບການເສດຖະກິດໂລກພວມມີການເຕີບໂຕຢ່າງຊັກຊ້າດ້ວຍຄວາມສ່ຽງຢ່າງຫຼວງຫຼາຍຍ້ອນການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ນັບມື້ນັບຮ້າຍແຮງຂຶ້ນ.

ຕາມລາຍການ, ຄຽງຄູ່ກັບການເຂົ້າຮ່ວມບັນດາວາລະການປຶກສາຫາລືຕ່າງໆ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະມີການພົບປະສອງຝ່າຍກັບບັນດາການນຳຂອງບັນດາປະເທດທີ່ເຂົ້າຮ່ວມ ກອງປະຊຸມສຸດຍອດ G20. ທ່ານນາຍົກລັດຖະມົນຕີ ກໍ່ຈະພົບປະກັບບາງວິສາຫະກິດ, ອົງການຈັດຕັ້ງມິດຕະພາບ ເຂດ Kansai ໃນໄລຍະຢູ່ Osaka.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.