ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມືດ້ານເສດຖະກິດສອງຝ່າຍ

17:25 | 09/07/2019

ຍສໝ - ໃນລະຫວ່າງວັນທີ 8 – 11 ກໍລະກົດ 2019, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງ ທິ້ ງອກ ທິ້ງ ແລະ ຄະນະຜູ້ແທນຂອງລັດ ຫວຽດນາມ ໄດ້ໄປຢ້ຽມຢາມສາທາລະນະລັດ ກູບາ ຢ່າງເປັນທາງການ.

ໃນຕອນບ່າຍຂອງວັນທີ 8 ກໍລະກົດ 2019, ທີ່ຫໍປະຕິວັດຢູ່ ນະຄອນຫຼວງ La Habana, ທ່ານ Salvador Valdes Mesa ຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະ ສະພາລັດຖະລັດມົນຕີ ກູບາໄດ້ເປັນປະທານໃນພິທີຕ້ອນຮັບ ແລະ ດຳເນີນການເຈລະຈາກັບທ່ານນາງຮອງປະທານປະເທດ ດັ້ງ ທິ້ ງອກ ທິ້ງ.

ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມືດ້ານເສດຖະກິດສອງຝ່າຍ

ໂດຍຮັບຄຳເຊີນຂອງທ່ານ Salvador Valdes Mesa , ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິງ ໄດ້ໄປຢ້ຽມຢາມສາທາລະນະລັດ ກູບາຢ່າງເປັນທາງການ. (ພາບ: TTXVN)

ທີ່ການພົບປະເຈລະຈາ, ທ່ານນາງ ດັ້ງ ທິ້ ງອກ ທິ້ງ ໄດ້ຢັ້ງຢືນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ແລກປ່ຽນ, ແບ່ງປັນບົດຮຽນກັບ ກູບາ ໃນວິວັດທະນາການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບຮັກສາການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ບັນດາກະຊວງ, ຂະແໜງການໃນທຸກຂົງເຂດເປັນປະຈຳ, ພິເສດແມ່ນເອົາໃຈໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າສອງຝ່າຍ, ຜັນຂະຫຍາຍບັນດາໂຄງການກ່ຽວກັບກະສິກຳ, ການແພດ, ກໍ່ສ້າງ, ຖະແຫຼງຂ່າວ ແລະ ການສື່ສານ, ການສຶກສາ ແລະ ບຳລຸງສ້າງໃຫ້ມີປະສິດທິຜົນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.