ໂຮງຮຽນພັກແລ້ງ ພາກພາສາຝລັ່ງ ​ມີ​ນັກ​ຮຽນ 70ຄົນ ທີ່ມາຈາກ 6ປະເທດ

ໂຮງຮຽນພັກແລ້ງ ພາກພາສາຝລັ່ງ ​ມີ​ນັກ​ຮຽນ 70ຄົນ ທີ່ມາຈາກ 6ປະເທດ

ຍ​ສ​ໝ - ນັກຮຽນພາສາຝລັ່ງ 70ຄົນທີ່ມາຈາກ 6 ປະເທດອາຊີ (ຫວຽດນາມ, ລາວ, ກຳປູເຈຍ, ຈີນ, ໄທ ແລະ ເກົາຫຼີໃຕ້) ຈະເຂົ້າຮ່ວມໃນໂຮງຮຽນພັກແລ້ງ ເລີ່ມຕັ້ງແຕ່ວັນທີ 30 ກໍລະກົດ ຫາ 4 ສິງຫາ 2018. ນີ້ແມ່ນກິດຈະກຳຂອງ ມະຫາວິທະຍາໄລ ຮ່າໂນ້ຍ ຈັດຂື້ນໂດຍການສະໜັບສະໜູນຂອງອົງການມະຫາວິທະຍາໄລ ພາສາຝລັ່ງ (AUF)- ຫ້ອງການ ອາຊີ-ຕາເວັນອອກສ່ຽງໃຕ້.

ພະແນກໂຄສະນາອົບຮົມຄະນະພັກເຂດ 5 ໄດ້ຮັບນາມມະຍົດ ວິລະຊົນກໍາລັງປະກອບອາວຸດປະຊາຊົນ

ພະແນກໂຄສະນາອົບຮົມຄະນະພັກເຂດ 5 ໄດ້ຮັບນາມມະຍົດ ວິລະຊົນກໍາລັງປະກອບອາວຸດປະຊາຊົນ

ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ນະຄອນຕາມກີ,ແຂວງກວາງນາມ, ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ຈັດຕັ້ງພິທີມອບນາມມະຍົດ ວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃຫ້ແກ່ພະແນກໂຄສະນາອົບຮົມຄະນະພັກເຂດ 5. ທ່ານນາຍົກລັດຖະມົນຕີຫງວຽດນາມ ຫງວຽນຊວນຟຸກ ກໍໄດ້ເຂົ້າຮ່ວມ.

ການນໍາພັກ, ລັດວາງພວງມາລາອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ

ການນໍາພັກ, ລັດວາງພວງມາລາອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ

ໂດຍເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີ ແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27/7/1947 – 27/07/2018), ຕອນເຊົ້າວັນທີ 27 ກໍລະກົດ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ, ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວະລີບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ (ຢູ່ຖະໜົນບັກເຊີນ - ຮ່າໂນ້ຍ) ແລະ ເຂົ້າໄວ້ອາໄລປະທານໂຮ່ຈີມິນ.

ການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ: ພັກ CPP ປະກາດແຜນການຫາສຽງ

ການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ: ພັກ CPP ປະກາດແຜນການຫາສຽງ

ຍສໝ - ດ້ວຍເປົ້າໝາຍນຳພາກຳປູເຈຍ ພັດທະນາຢ່າງໝັ້ນຄົງ ແລະ ຈະເລີນຮຸ່ງເຮືອງ ພັກປະຊາຊົນ ກຳປູເຈຍ CPP ໄດ້ປະກາດແຜນການລົງຫາສຽງໃນຫຼາຍເຂດໃໝ່.

ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ພັກກອມມູນິດຫວຽດນາມ

ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ພັກກອມມູນິດຫວຽດນາມ

ມື້ວານນີ້, ທີ່​ສໍານັກງານ​ສູນ​ກາງ​ພັກ, ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ, ປະທານ​ປະ​ເທດ​ ແຫ່ງ ສປປ ລາວ ​ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽ​ມຂໍ່ານັບ​ ຂອງ ສະຫາຍ ​ຫວໍ ວັນ ເຖືອງ ກໍາມະການກົມການເມືອງສູນກາງພັກ, ກຳມະການສູນກາງພັກ, ຫົວໜ້າຄະນະໂຄສະນາ ສຶກສາສູນກາງພັກກອມ ມູນິດ ຫວຽດນາມ, ພ້ອມດ້ວຍຄະນະ.

ຄະນະໂຄສະນາອົບຮົມສູນກາງພັກ ລາວ-ຫວຽດນາມ ພົບປະສອງຝ່າຍ

ຄະນະໂຄສະນາອົບຮົມສູນກາງພັກ ລາວ-ຫວຽດນາມ ພົບປະສອງຝ່າຍ

ໃນວັນທີ 25 ກໍລະກົດ 2018 ທີ່ຄະນະໂຄສະນາອົບຮົມສູນກາງພັກ, ນະຄອນຫລວງວຽງຈັນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ ລາວ-ຫວຽດນາມ ​ ໄດ້ມີ​ການ​ພົບ​ປະ​ສອງ​ຝ່າຍ, ເຊິ່ງຝ່າຍລາວ ນໍາໂດຍສະຫາຍ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ, ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ແລະ ຝ່າຍ ຫວຽດນາມ ນໍາໂດຍ ສະຫາຍ ຫວໍ ວັນ ເຖືອງ ກໍາມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າ ຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະ.

ກອງປະຊຸມສໍາມະນາທິດສະດີຄັ້ງທີ 6 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ

ກອງປະຊຸມສໍາມະນາທິດສະດີຄັ້ງທີ 6 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ

ຕອນບ່າຍວັນທີ 24 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດໍາເນີນກອງປະຊຸມສໍາມະນາທິດສະດີຄັ້ງທີ 6 ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ດ້ວຍຫົວຂໍ້ວ່າ “ວຽກງານແນວຄິດໃນປັດຈຸບັນ - ສະພາບການຕົວຈິງ, ບັນຫາທີ່ວາງອອກ ແລະມາດຕະການ”.

ກອງປະຊຸມເຊື່ອມຊຶມ ມະຕິກອງປະຊຸມຄົບ ຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 6 ອັດລົງດ້ວຍຜົນສຳເລັດ

ກອງປະຊຸມເຊື່ອມຊຶມ ມະຕິກອງປະຊຸມຄົບ ຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 6 ອັດລົງດ້ວຍຜົນສຳເລັດ

ກອງປະຊຸມເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X ຂອງພັກ ໄດ້ອັດລົງດ້ວຍຜົນສຳເລັດ, ເຊິ່ງບັນດາສະຫາຍ ຜູ້ແທນກອງປະຊຸມສ່ວນໃຫຍ່ ໄດ້ໃຫ້ການສະໜັບສະໜູນ ແລະ ຕີລາຄາສູງຕໍ່ບັ້ນເຊື່ອມຊຶມໃນຄັ້ງນີ້.

ເຮືອນພັກຄົນ​ຊະລາ ເຕັມໄປດ້ວຍຮັກແພງ ຢູ່ແຂວງ ຫ໋າຍຟ່ອງ

ເຮືອນພັກຄົນ​ຊະລາ ເຕັມໄປດ້ວຍຮັກແພງ ຢູ່ແຂວງ ຫ໋າຍຟ່ອງ

ຍ​ສ​ໝ - ນອນຢູ່ໃນ ໃຈກາງຕົວເມືອງແຫ່ງທ່າກຳປັ່ນ, ບ້ານພັກຄົນສະລາ ໃຜກໍ່ຮູ້ວ່າເປັນບ່ອນສຸດທ້າຍທີ່ເປັນທີ່ເພິ່ງອາໄສຂອງຄົນເລ້ລ້ອນ, ເດັກກຳພ້າ, ນັກຮຽນທຸກຍາກ. ຢູ່ພາຍໃຕ້ຊາຍຄາຫຼັງນີ້ ໂຊກສະຕາທີ່ບໍ່ອຳນວຍ ໄດ້ຮັບການເອົາໃຈໃສ່ , ຮັບຄວາມຮັກແພງ ແລະ ແບ່ງປັນຈາກສັງຄົມ.

ກອງ​ປະ­ຊຸມ​ຄົບ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ ນະ­ຄອນ­ຫຼວງ​ວຽງ​ຈັນ ຄັ້ງ​ທີ 12 ສະ­ໄໝ​ທີ VI ຄົ້ນຄວ້າ ແລະ ພິຈາລະນາບັນຫາສຳຄັນ

ກອງ​ປະ­ຊຸມ​ຄົບ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ ນະ­ຄອນ­ຫຼວງ​ວຽງ​ຈັນ ຄັ້ງ​ທີ 12 ສະ­ໄໝ​ທີ VI ຄົ້ນຄວ້າ ແລະ ພິຈາລະນາບັນຫາສຳຄັນ

ຍ​ສ​ໝ - ກອງ​ປະ­ຊຸມ​ຄົບ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ ນະ­ຄອນ­ຫຼວງ​ວຽງ​ຈັນ ຄັ້ງ​ທີ 12 ສະ­ໄໝ​ທີ VI ຈັດ​ຂຶ້ນ​ວັນ​ທີ 10-11 ກໍ­ລະ­ກົດ 2018 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ໂດຍ​ເປັນ​ປະ­ທານ​ຂອງ​ສະ­ຫາຍ ສິນ​ລະ​ວົງ ຄຸດ​ໄພ­ທູນ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ເລ­ຂາ​ຄະ­ນະ​ພັກ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ຄະ­ນະ​ປະ­ຈຳ​ພັກ ຄະ­ນະ​ພັກ ນວ ຫົວ­ໜ້າ​ຫ້ອງ­ການ ແລະ ພະ­ແນກ­ການ​ອ້ອມ​ຂ້າງ ນວ ເຂົ້າ​ຮ່ວມ.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຮັດວຽກກັບຄະນະຮັບຜິດຊອບວຽກງານພັກກະຊວງອຸດສາຫະກຳ ແລະ ການຄ້າ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຮັດວຽກກັບຄະນະຮັບຜິດຊອບວຽກງານພັກກະຊວງອຸດສາຫະກຳ ແລະ ການຄ້າ

ວັນທີ 11 ກໍລະກົດ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບຄະນະຮັບຜິດຊອບວຽກງານພັກ ແລະ ການນຳຫຼັກແຫຼ່ງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ

ສະຫາຍເລຂາທິການໃຫຍ່ປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນ ສູງຂອງ ພັກ ປປລາວ ຢ້ຽມຢາມ ສສ ຫວຽດນາມ

ສະຫາຍເລຂາທິການໃຫຍ່ປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນ ສູງຂອງ ພັກ ປປລາວ ຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ບຸນຍັງ ວໍລະຈິດ, ​ເລຂາທິ ການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ​ແຫ່ງ ສາທາລະ ນະ​ລັດປະຊາທິປະ​ໄຕ ​ປະຊາຊົນ​ລາວ ພ້ອມດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຂອງພັກ-ລັດ ລາວ ​ໄດ້​​ທຳການຢ້ຽມຢາມ ສສ ຫວຽດນາມ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບປະທານພັກກອມມູນິດຍີ່ປຸ່ນ Kazuo Shii

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບປະທານພັກກອມມູນິດຍີ່ປຸ່ນ Kazuo Shii

ຕອນເຊົ້າວັນທີ 31 ພຶດສະພາ, ຕາມເວລາທ້ອງຖິ່ນ, ຢູ່ເຮືອນຮັບແຂກແຫ່ງຊາດ, ນະຄອນຫລວງ ໂຕກຽວ, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານປະທານຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ປຸ່ນ Kazou Shii ຢ່າງອົບອຸ່ນ.

ສະມາຄົມພຸດທະສາສະຫນາຫວຽດນາມແມ່ນຂົວຕໍ່ຢ່າງແຫນ້ນຫນາລະຫວ່າງພັກ,ລັດ,ແນວໂຮມປະເທດຊາດກັບພະສົງສຳມະເນນ

ສະມາຄົມພຸດທະສາສະຫນາຫວຽດນາມແມ່ນຂົວຕໍ່ຢ່າງແຫນ້ນຫນາລະຫວ່າງພັກ,ລັດ,ແນວໂຮມປະເທດຊາດກັບພະສົງສຳມະເນນ

ເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ 2562, ວັນທີ 24 ພຶດສະພາ ທ່ານ ເຫົ່າອາເລັ່ງ ຮອງປະທານ, ເລຂາທິການໃຫຍ່ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນພະອາຈານມະຫາ ທິກບ໋າວງຽມ ຮອງປະທານສະພາບໍລິຫານງານສູນກາງສະມາຄົມພຸດທະສາສະຫນາຫວຽດນາມ, ຫົວຫນ້າຄະນະບໍລິຫານງານສະມາຄົມພຸດທະສາສະຫນານະຄອນຮ່າໂນ້ຍ ແລະ ແຂວງ ຮ່າຕີ້ງ ຢູ່ ວັດ ບ່າດາ ເມືອງ ຮ່ວານກຽມ ນະຄອນ ຮ່າໂນ້ຍ.

ຄະນະພະນັກງານຂັ້ນສູງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງ ຖ໋າຍງວຽນ

ຄະນະພະນັກງານຂັ້ນສູງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງ ຖ໋າຍງວຽນ

ວັນທີ 23 ພຶດສະພາ, ຄະນະພະນັກງານຂັ້ນສູງຄະນະຈັດຕັ້ງສູນກາງພັກປະຊາຊົນ ປະຕິວັດ ລາວ ໂດຍທ່ານ ຈັນສີ ໂພສີຄໍາ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ເປັນຫົວໜ້າຄະນະມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງ ຖ໋າຍງວຽນ ເພື່ອແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ວຽກງານຈັດຕັ້ງພະນັກງານ.

ຫວຽດ - ລາວ ເພີ່ມທະວີ ການແລກປ່ຽນບົດຮຽນດ້ານວຽກງານກໍ່ສ້າງພັກ

ຫວຽດ - ລາວ ເພີ່ມທະວີ ການແລກປ່ຽນບົດຮຽນດ້ານວຽກງານກໍ່ສ້າງພັກ

ຍ​ສ​ໝ - ໃນຕອນແລງ ວັນທີ 22 ພືດສະພານີ້, ຢູ່ຮ່າໂນ້ຍ, ທ່ານ ເລຂາທິການໃຫຍ່ ຫງວ໋ຽນຟູ໋ຈ້ອງ ໄດ້ເປັນກຽດຕ້ອງຮັບ ຄະນະໜ້າຜູ່ແທນ ຄະນະຈັດຕັ້ງສູນການພັກ ປະຕິວັດລາວ ນຳໂດຍ ສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງ, ກຳມະການສູນກາງພັກ, ປະທານຈັດຕັ້ງສູນກາງພັກ ມາຢ້ຽມຢາມ ແລະ ເຮັດວຽກ ທີ່ ຫວຽດນາມ.

ທ່ານຜູ່ນຳພັກ-ລັດ ເຂົ້າໄຫວ້ອາໄລ ທ່ານປະທານ ໂຮ່ຈີ໋ມິງ

ທ່ານຜູ່ນຳພັກ-ລັດ ເຂົ້າໄຫວ້ອາໄລ ທ່ານປະທານ ໂຮ່ຈີ໋ມິງ

ຍ​ສ​ໝ - ເນື່ອງໃນໂອກາດວັນຄົບຮອບ 128 ປີ ວັນຄ້າຍວັນເກີດຂອງ ທ່ານປະທານ ໂຮ່ຈີ໋ມິງ, ໃນຕອນເຊົ້າຂອງສອງວັນທີ່ຜ່ານມາ ບັນດາທ່ານຜຸ່ນຳພັກ, ລັດຖະບານ ໄດ້ເຂົ້າໄຫວ້ອາໄລ ທ່ານປະທານ ໂຮ່ຈີ໋ມິງ ທີ່ ສຸສານ ໂຮ່ຈີ໋ມິງ.

ສຳເລັດກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X

ສຳເລັດກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X

ແຕ່ວັນທີ 2 ເຖິງວັນທີ 8 ພຶດສະພາ 2018 ຜ່ານ​ມາ, ທີ່ສຳນັກ ງານສູນກາງພັກ ນະຄອນຫຼວງ ວຽງຈັນ, ຄະນະບໍລິຫານງານ ສູນກາງພັກ ໄດ້ດຳເນີນກອງ ປະຊຸມຄົບຄະນະ ຄັ້ງທີ 6 ສະ ໄໝທີ X ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ.

ຕອນເຊົ້າມື້ນີ້, ໄດ້ໄຂກອງປະຊຸມ​ສູນກາງ​ພັກ​ ຄັ້ງທີ 7 ສະໄໝທີ XII

ຕອນເຊົ້າມື້ນີ້, ໄດ້ໄຂກອງປະຊຸມ​ສູນກາງ​ພັກ​ ຄັ້ງທີ 7 ສະໄໝທີ XII

ຍ​ສ​ໝ - ມື້ເຊົ້ານີ້ (7/5), ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XII ຈະໄດ້ໄຂຂື້ນ ເພື່ອ​ແນໃສ່ການຫາລື, ໃຫ້ຄຳຄິດຄຳເຫັນກ່ຽວກັບ 3 ໂຄງການທີ່ສຳຄັນກ່ຽວກັບການກໍ່ສ້າງຄະນະພະນັກງານແຕ່ລະຂັ້ນ , ປັບປຸງນະໂຍບາຍເງິນເດືອນ ແລະ ປັບປຸງນະໂຍບາຍປະກັນສັງຄົມ.