ພັກ-ລັດຖະບານລາວ ເຂົ້າຮ່ວມພິທີຊາປະນາກິດສົບ ອະດີດປະທານປະເທດ ຫວຽດນາມ, ທີ່ ນະຄອນຫລວງຮ່າໂນ້ຍ

16:29 | 03/05/2019

ໃນລະຫວ່າງວັນທີ 02-03 ພຶດສະພາ 2019, ສະຫາຍ ໄຊສົມພອນ ພົມວິຫານ, ກຳມະ ການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ສູນກາງແນວລາວສ້າງຊາດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ນຳພາຄະນະເຂົ້າຮ່ວມພິທີຊາປະນາກິດສົບຂອງ ສະຫາຍ ເລ ດຶກ ແອັງ, ອະດີດກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທີ່ ນະຄອນ ຫລວງຮ່າໂນ້ຍ.

ພັກ-ລັດຖະບານລາວ ເຂົ້າຮ່ວມພິທີຊາປະນາກິດສົບ ອະດີດປະທານປະເທດ ຫວຽດນາມ, ທີ່ ນະຄອນຫລວງຮ່າໂນ້ຍ

ການນຳພັກ, ລັດຖະບານລາວ ເຂົ້າວາງພວງມາ ໃນພິທີຊາປານະກິດສົບ ອາດີດປະທານປະເທດ ເລ ດຶກ ແອັງ.

ໃນຕອນເຊົ້າຂອງວັນທີ 03 ພຶດສະພາ 2019, ສະຫາຍ ໄຊສົມພອນ ພົມວິຫານ ພ້ອມດ້ວຍຄະ ນະ ໄດ້ເຂົ້າຮ່ວມພິທີວາງພວງມາລາ ແລະ ຂຽນປຶ້ມໄຫວ້ອາໄລຢ່າງເປັນທາງການ ທີ່ ຫໍຊາປະນາກິດສົບແຫ່ງຊາດ, ເຮືອນເລກທີ 5 ເຈິ່ນ ແຖງ ຕົງ, ນະຄອນຫລວງຮ່າໂນ້ຍ ເພື່ອສະແດງຄວາມໄຫວ້ອາໄລຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ເລ ດຶກ ແອັງ, ອະດີດກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ. ການຈາກໄປຂອງສະຫາຍ ເລ ດຶກ ແອັງ ທີ່ບໍ່ມີວັນຫວນຄືນມານັ້ນ ເປັນການສູນເສຍຜູ້ນຳທີ່ສຳຄັນ ບໍ່ພຽງແຕ່ຂອງພັກ-ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງເທົ່ານັ້ນ ແຕ່ຍັງເປັນການສູນເສຍເພື່ອນມິດສະຫາຍທີ່ໃກ້ຊິດ ແລະ ສະໜິດສະໜົມ ຂອງ ພັກ-ລັດ ກໍຄື ປະຊາຊົນລາວ ອີກດ້ວຍ.

ພັກ-ລັດຖະບານລາວ ເຂົ້າຮ່ວມພິທີຊາປະນາກິດສົບ ອະດີດປະທານປະເທດ ຫວຽດນາມ, ທີ່ ນະຄອນຫລວງຮ່າໂນ້ຍ

ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງ ແນວລາວສ້າງຊາດ ຈູດທູບອາໄລ.

ສະຫາຍ ເລ ດຶກ ແອັງ ເປັນຜູ້ໜຶ່ງທີ່ປະກອບສ່ວນອັນໃຫຍ່ຫລວງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງ ສສ ຫວຽດນາມ ໃນຕະຫລອດຊີວິດຂອງການເຄື່ອນໄຫວປະ ຕິວັດຫລາຍກວ່າ 80 ປີ ຂອງຕົນ ທັງໃນຂະບວນການຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ, ກອບກູ້ ແລະ ທ້ອນໂຮມປະເທດຊາດຫວຽດນາມ ແລະ ໃນສະໄໝປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມດຽວກັນນັ້ນ, ສະຫາຍ ເລ ດຶກ ແອັງ ຍັງເປັນຜູ້ໜຶ່ງທີ່ປະກອບສ່ວນສຳຄັນ ໃຫ້ແກ່ການເສີມຂະ ຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຕະຫລອດມາ.

ພັກ-ລັດຖະບານລາວ ເຂົ້າຮ່ວມພິທີຊາປະນາກິດສົບ ອະດີດປະທານປະເທດ ຫວຽດນາມ, ທີ່ ນະຄອນຫລວງຮ່າໂນ້ຍ

ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງ ແນວລາວສ້າງຊາດ ຂຽນປື້ມອາໄລ.

ໃນໂອກາດດຽວກັນນີ້, ທີ່ ຫ້ອງວ່າການລັດຖະບານ ແຫ່ງ ສສ ຫວຽດນາມ, ສະຫາຍ ໄຊສົມພອນ ພົມວິຫານ ພ້ອມດ້ວຍຄະນະ ກໍໄດ້ເຂົ້າພົບປະຢ້ຽມຢາມ ສະຫາຍ ຫງວຽນ ຊວນ ຟຸກ, ນາຍົກລັດ ຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອສະແດງຄວາມເສົ້າໂສກເສຍໃຈອາໄລຮັກຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກເສຍໃຈ ຕໍ່ການຈາກໄປຂອງ ສະຫາຍ ເລ ດຶກ ແອັງ, ພ້ອມທັງນຳເອົາຄຳຢື້ຢາມຖາມຂ່າວ ແລະ ຄວາມເສົ້າສະຫລົດໃຈຈາກ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ແລະ ບັນດາການນຳຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ມາຍັງ ພັກ-ລັດ ແລະ ປະຊາຊົນຫວຽດ ນາມ ຕໍ່ການສູນເສຍອັນໃຫຍ່ຫລວງໃນຄັ້ງນີ້ ໂດຍສະເພາະແມ່ນຄອບຄົວ, ເພື່ອນມິດ ຂອງສະຫາຍ ເລ ດຶກ ແອັງ ດ້ວຍ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ