ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກແຮງງານເກົາຫຼີ

16:11 | 01/04/2019

ວັນທີ 29 ມີນາຜ່ານມາ, ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ລີຊູຢອງ ກຳມະການກົມການເມືອງສູນກາງພັກຮອງປະທານພັກແຮງງານເກົາຫຼີ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກແຮງງານເກົາຫຼີພ້ອມດ້ວຍຄະນະທີ່ສຳນັກງານນາຍົກລັດຖະມົນຕີໃນໂອກາດມາເຄື່ອນໄຫວຢ້ຽມຢາມ ສປປ ລາວ.

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກແຮງງານເກົາຫຼີ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກແຮງງານເກົາຫຼີ (ພາບ: pasaxon.org.la).

ໃນການພົບປະຄັ້ງນີ້, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ຄະນະຜູ້ແທນຂັ້ນສູງພັກແຮງງານເກົາຫຼີ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ-ສປປ ເກົາຫຼີ; ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ເກົາຫຼີ ແລະ ອວຍພອນໃຫ້ປະຊາຊົນ ສປປ ເກົາຫຼີ ຈົ່ງປະສົບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ພາຍໃຕ້ການຊີ້ນຳ ນຳພາອັນໜັກແໜ້ນ, ເຂັ້ມແຂງຂອງພັກແຮງງານເກົາຫຼີ ອັນມີ ສະຫາຍ ກິມ ເຈິງ ອຸນ ຜູ້ນຳສູງສຸດຂອງ ສປປ ເກົາຫຼີ ເປັນຜູ້ນໍາໜ້າ.

ນອກນັ້ນ, ໄດ້ແຈ້ງສະພາບການທີ່ພົ້ນເດັ່ນ ຂອງ ສປປ ລາວ ໃນໄລຍະມໍ່ໆມານີ້ ໃຫ້ຄະນະຊາບ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII. ສະຫາຍ ລີ ຊູຢອງ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມຂອງ ສະຫາຍນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມທັງໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ຈາກບັນດາສະຫາຍການນໍາຂັ້ນສູງຂອງ ສປປ ເກົາຫຼີ ມາຍັງ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍບັນດາສະຫາຍ ການນຳຂອງພັກ, ລັດລາວ. ສະຫາຍຫົວໜ້າຄະນະຜູ້ແທນພັກແຮງງານເກົາຫຼີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຮອບດ້ານ ທີ່ປະຊາຊົນລາວ ຍາດມາໄດ້ ຕະຫຼອດໄລຍະ ທີ່ຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ປປ ລາວ ອັນມີ ສະຫາຍ ບຸນຍັງ ວໍລະຈິດ ເປັນຜູ້ນຳໜ້ານັ້ນ, ປະຊາຊົນລາວ ຈະສາມາດຍາດໄດ້ຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຕົນ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ທ່ານອາດຈະມັກ

ເຫດການ