ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບ ອະດີດ ຮອງຫົວໜ້າ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດ ຫວຽດນາມ

18:24 | 25/12/2018

ໃນ​ວັນ​ທີ 25 ທັນ​ວາ 2018, ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການ ເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ ສະຫາຍ ຟາມ ວັນເຈືອງ ອະດີດຮອງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ຮອງປະທານຄະນະສັນຕິພາບ ຫວຽດນາມ ພ້ອມ​ດ້ວຍ​ຄະ​ນະ ​ໃນ​ໂອ​ກາດ​​ເດີນ​ທາງ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່ ສ​ປ​ປ ລາວ ລະ​ຫວ່າງວັນ​ທີ 24-28 ທັນ​ວາ 2018.

ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບ ອະດີດ ຮອງຫົວໜ້າ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດ ຫວຽດນາມ

ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການ ເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ ສະຫາຍ ຟາມ ວັນເຈືອງ ອະດີດຮອງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ຮອງປະທານຄະນະສັນຕິພາບ ຫວຽດນາມ.

ໃນ​ໂອ​ກາດດັ່ງກ່າວ,​ ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕີລາຄາສູງ ຕໍ່ການເດີນ​ທາງ​ມາຢ້ຽມຢາມ ແລະ ເຮັດ​ວຽກ ຂອງຄະນະຜູ້ແທນສັນຕິພາບ ຫວຽດນາມ, ​ເຊິ່ງ​ເປັນປະກອບ ສ່ວນ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ສອງອົງການຈັດຕັ້ງ ສັນຕິ ພາບ ໃຫ້ກ້າວເຂົ້າສູ່ລວງເລິກ, ເຊິ່ງໃນ​ສະ​ພາບ​ການ​ຂອງ​ໂລກ​ປັດ​ຈຸ​ບັນ ​ກາ​ນ​ພົວ​ພັນ​ຮ່ວມ​ມື ​ລະ​ຫວ່າງ ​ສອງ​ອົງ​ການ​ຈັດ​ຕັ້ງ​ສັນ​ຕິ​ພາບ ​ຍິ່ງ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ​ຄະນະສັນຕິພາບສອງຝ່າຍ ຈະ​ຕ້ອງ​ປະ​ສານ​ສົມ​ທົບ ຮ່ວ​ມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການເຄື່ອນໄຫວຢູ່ໃນເວທີພາກພື້ນ ແລະ ສາກົນ ເພື່​ອ​ພາ​ລະ​ກິດ​ສັນ​ຕິ​ພາບ ແລະ ການ​ຮ່ວມ​ມືເພື່ອ​ການ​ພັດ​ທະ​ນາ.

ໃນໂອກາດດຽວກັນນີ້, ສະຫາຍ ຟາມ ວັນເຈືອງ ​ກໍໄດ້​ຕາງ​ໜ້າ​ໃຫ້​ຄະ​ນະ ສະ​ແດງ​ຄວາມ​ຂອບ​ໃຈຕໍ່​ ສະຫາຍ ໄຊສົມພອນ ພົມວິຫານ, ທີ່​ໄດ້​ໃຫ້​ການ​ຕ້ອນ​ຮັບ​​ຄະ​ນະຢ່າງ​ອົບ​ອຸ່ນ ພ້ອມ​ທັງ​ໄດ້​ແຈ້ງຈຸດປະສົງ ຂອງການມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້, ໃຫ້ທ່ານປະທານສູນກາງ ແນວລາວສ້າງຊາດ ຮັບຊາບຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.