ທ່ານປະທານສູນກາງແນວລາວສ້າງຊາດ ພົບປະໂອ້ລົມຄະນະພັກອໍານາດການປົກຄອງ ແລະພະນັກງານຫຼັກແຫຼ່ງເມືອງວິລະບູລີ ແລະເມືອງນອງ

10:30 | 29/04/2019

ວັນທີ 24 ເມສາ 2019 ນີ້, ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການ ເມືອງສູນກາງພັກ ປະທານ ສູນກາງ ແນວລາວສ້າງຊາດ, ພ້ອມດ້ວຍທ່ານ ສັນຕິພາບ ພົມວິຫານ ກຳມະການສູນ ກາງພັກ ເລຂາພັກແຂວງ ເຈົ້າ ແຂວງສະຫວັນນະເຂດ, ມີບັນ ດາທ່ານການນຳຂັ້ນສູນກາງ, ທ່ານປະທານແນວລາວສ້າງ ຊາດແຂວງໄດ້ລົງເຄື່ອນໄຫວ ພົບປະໂອ້ລົມກັບຄະນະພັກອຳ ນາດການປົກຄອງ, ພະນັກ ງານສະມາຊິກພັກ ແລະອົງ ການຈັດຕັ້ງມະຫາຊົນໃນ 2 ເມືອງຄືເມືອງວິລະບູລີ ແລະ ເມືອງນອງ.

ທ່ານປະທານສູນກາງແນວລາວສ້າງຊາດ ພົບປະໂອ້ລົມຄະນະພັກອໍານາດການປົກຄອງ ແລະພະນັກງານຫຼັກແຫຼ່ງເມືອງວິລະບູລີ ແລະເມືອງນອງ

ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການ ເມືອງສູນກາງພັກ ປະທານ ສູນກາງ ແນວລາວສ້າງຊາດ, ພ້ອມດ້ວຍທ່ານ ສັນຕິພາບ ພົມວິຫານ ກຳມະການສູນ ກາງພັກ ເລຂາພັກແຂວງ ເຈົ້າ ແຂວງສະຫວັນນະເຂດ, ພົບປະໂອ້ລົມກັບຄະນະພັກອຳ ນາດການປົກຄອງ, ພະນັກງານສະມາຊິກພັກ ແລະ ອົງການຈັດຕັ້ງມະຫາຊົນ ເມືອງວິລະບູລີ ແລະ ເມືອງນອງ.


ກ່ອນການໂອ້ລົມກໍ່ໄດ້ຟັງ ການລາຍງານສະພາບການ ພັດທະນາເສດຖະກິດ-ສັງຄົມ ແລະວຽກງານຮອບດ້ານຈາກ ທ່ານເຈົ້າເມືອງທັງສອງເມືອງ ເຊິ່ງໂດຍລວມກໍ່ເຫັນວ່າດ້ານ ປ້ອງກັນຊາດປ້ອງກັນຄວາມ ສະຫງົບ ໄດ້ຮັບການປັບປຸງ ແລະມີຄວາມເຂັ້ມແຂງເຮັດໃຫ້ ແຕ່ລະເມືອງມີຄວາມສະຫງົບ ໂດຍພື້ນຖານ, ດ້ານເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ ເນື່ອງ, ມີໜໍ່ແໜງຂອງການຜະ ລິດເປັນສິນຄ້າເພີ່ມຂຶ້ນ, ດ້ານ ວັດທະນະທຳ-ສັງຄົມເຊັ່ນ: ວຽກສຶກສາ, ສາທາລະນະສຸກ ໄດ້ຂະຫຍາຍລົງທ້ອງຖິ່ນຮາກ ຖານຢ່າງທົ່ວເຖິງ, ຮີດຄອງ ປະເພນີອັນດີງາມໄດ້ຮັບການ ເສີມຂະຫຍາຍ ແລະປົກປັກຮັກ ສາໄວ້. ນອກນັ້ນກໍ່ແມ່ນວຽກ ແກ້ໄຂຄວາມທຸກຍາກທີ່ຄ່ອຍໆ ໄດ້ຮັບການຈັດຕັ້ງປະຕິບັດເຮັດ ໃຫ້ບ້ານ ແລະຄອບຄົວທຸກຍາກ ຄ່ອຍໆໝົດໄປ. ຄຽງຄູ່ກັນນັ້ນ ກໍ່ແມ່ນວຽກພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ ທີ່ມີການເຄື່ອນໄຫວຕາມ ພາລະບົດບາດ ແລະເປັນຂະ ບວນການ.
ໃນການໂອ້ລົມ ທ່ານປະ ທານສູນກາງແນວລາວສ້າງ ຊາດໄດ້ຍົກໃຫ້ເຫັນສະພາບ ການຂອງໂລກ, ຂອງສາກົນ ທີ່ຍັງມີການຜັນ ແປຢ່າງສັບສົນ ໂດຍສະເພາະໃນເຂດຕາເວັນ ອອກກາງທີ່ມີທັງການແກ້ງ ແຍ້ງ, ມີທັງການແຂ່ງຂັນ, ມີທັງ ການຮ່ວມມື, ທັງດ້ານການ ເມືອງ, ມີການສະກັດກັ້ນບົດ ບາດຂອງກັນແລະກັນ, ແຍ້ງ ຊີງກັນທາງດ້ານອາວຸດ, ເກີດ ມີກຸ່ມກໍ່ການຮ້າຍຕ່າງໆ, ມີການ ກີດກັ້ນທາງດ້ານການຄ້າ ເຊິ່ງເປັນຜົນກະທົບໃນທຸກ ຂົງເຂດ, ເຮັດໃຫ້ເສດຖະກິດມີ ການຂະຫຍາຍຕົວຊ້າ. ດ້ານ ສິ່ງແວດລ້ອມກໍ່ມີການປ່ຽນແປງສະພາບດິນຟ້າອາກາດ, ເກີດໄພນໍ້າຖ້ວມ, ໄພແຫ້ງແລ້ງ, ອາກາດຮ້ອນແຮງ, ໜາວແຮງ ເປັນຕົ້ນ, ສ່ວນບັນຫາສັງຄົມ ມີຄວາມປັ່ນປ່ວນມີການໂຄ ສະນາໃສ່ຮ້າຍປ້າຍສີໂດຍ ການໃຊ້ສື່ອອນລາຍ. ຈາກນັ້ນ ທ່ານຍັງໄດ້ແນະນຳໃຫ້ຄະນະ ພັກພະນັກງານຫຼັກແຫຼ່ງເອົາ ໃຈໃສ່ໃນການກະກຽມແກ່ ກອງປະຊຸມຂອງພັກສາມຂັ້ນ, ກວດກາຄືນຜົນຂອງການຈັດ ຕັ້ງປະຕິບັດມະຕິກອງປະຊຸມ ຄັ້ງຜ່ານມາ ມີອັນໃດທີ່ເຮັດໄດ້, ອັນໃດຍັງຄ້າງຄາ ຄວນຖອດ ຖອນເປັນບົດຮຽນ, ສຳລັບ ການຄັດເລືອກບຸກຄະລາກອນ ໃສ່ໂຄງປະກອບຂອງຄະນະພັກ ຕ້ອງໃຫ້ມີຄຸນະພາບຕາມ ເງື່ອນໄຂມາດຖານ, ວຽກງານ ແນວລາວສ້າງຊາດອົງການ ຈັດຕັ້ງມະຫາຊົນກໍ່ແມ່ນວຽກ ງານໜຶ່ງທີ່ມີຄວາມສຳຄັນ ເພາະວຽກແນວໂຮມແມ່ນ ເປັນວຽກເຕົ້າໂຮມຄວາມ ສາມັກຄີ ເພື່ອເປັນກຳລັງແຮງ ທີ່ສຳຄັນຂອງຄະນະພັກ, ອົງການຈັດຕັ້ງມະຫາຊົນ ຕ້ອງມີການເຄື່ອນໄຫວຢ່າງ ເຂັ້ມແຂງ ແລະເປັນຂະບວນ ການທີ່ຟົດຟື້ນ ສ້າງເປັນເມືອງ 3 ດີ, 4 ບຸກ ແລະ 5 ເປັນເຈົ້າ ພ້ອມກັນຮັກສາ ແລະເສີມຂະ ຫຍາຍສາມູນເຊື້ອອັນພົ້ນເດັ່ນ ຂອງອົງການແນວລາວສ້າງ ຊາດ ແລະອົງການຈັດຕັ້ງມະ ຫາຊົນຮຸ່ນກ່ອນເອົາໄວ້ ແລະ ອັນສຳຄັນອີກກໍ່ແມ່ນເອົາໃຈ ໃສ່ທາງດ້ານການເມືອງແນວ ຄິດ, ວຽກເສດຖະກິດ ແລະ ອື່ນໆ.
ໃນການລົງພົບປະດັ່ງກ່າວ ທ່ານປະທານແນວລາວສ້າງ ຊາດ ຍັງໄດ້ນຳເອົາເບັ້ຍໝາກ ມ່ວງຈຳນວນ 500 ເບັ້ຍມອບ ໃຫ້ເມືອງວິລະບູລີ, ສ່ວນເມືອງ ນອງກໍ່ມີເຄື່ອງນຸ່ງຫົ່ມ ພ້ອມ ດ້ວຍເບັ້ຍໝາກມ່ວງມອບໃຫ້ ເຊັ່ນດຽວກັນ. ໃນໂອກາດທີ່ ທ່ານລົງຢ້ຽມຢາມຄັ້ງນີ້ກໍ່ຍັງ ໄດ້ໄປຢ້ຽມຢາມຄອບຄົວຕົວ ແບບການປູກຜັກເປັນສິນຄ້າ ໂດຍສະເພາະຄອບຄົວປູກ ໝາກກ້ຽງ ຢູ່ເມືອງວິລະບູລີ, ລົງເບິ່ງສວນປູກກ້ວຍ ເພື່ອ ສົ່ງອອກຂອງບໍລິສັດສຸກຮຸ່ງ ເຮືອງຢູ່ເມືອງນອງຕື່ມອີກ./.

(ແຫຼ່ງ​ຂໍ້​ມູນ​: Savanhphuttana News)

ເຫດການ
302 Found

Found

The document has moved here.