ການນໍາພັກ-ລັດ ເຂົ້າວາງພວງມາລາ ຕໍ່ການເສຍຊີວິດຂອງ ສະຫາຍ ເລ ດຶກ ແອັງ ທີ່ ນະຄອນຫລວງວຽງຈັນ

18:23 | 03/05/2019

ໃນວັນທີ 03 ພຶດສະພາ 2019, ທີ່ ສະຖານເອກອັກ ຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ສະຫາຍທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ການນຳຂັ້ນສູງຂອງ ສປປ ລາວ ຕາງໜ້າພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ສູນກາງ ແນວລາວສ້າງຊາດ ໄດ້ເຂົ້າຮ່ວມພິທີ ວາງພວງມາລາ ແລະ ຂຽນປຶ້ມ ໄຫວ້ອາໄລ ຕໍ່ການເສຍຊີວິດ ຂອງສະຫາຍ ເລ ດຶກ ແອັງ, ອະດີດ ກຳມະການກົມການເມືອງ ສູນກາງພັກ ກອມມູນິດຫວຽດນາມ ສະໄໝທີ V, VI, VII ແລະ VIII; ອະດີດເລຂາທິການ ສູນກາງພັກ ສະໄໝທີ VII, ອະດີດ ສະມາຊິກ ສະພາແຫ່ງຊາດ ສະໄໝທີ VI, VII, VIII ແລະ IX, ອະດີດ ປະທານປະເທດ ແຫ່ງ ສສຫວຽດນາມ ດັ່ງມີເນື້ອໃນລະອຽດລຸ່ມນີ້

ການນໍາພັກ-ລັດ ເຂົ້າວາງພວງມາລາ ຕໍ່ການເສຍຊີວິດຂອງ ສະຫາຍ ເລ ດຶກ ແອັງ ທີ່ ນະຄອນຫລວງວຽງຈັນ

ພະນະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ຮ່ວມພິທີວາງພວງມາລາ.

ຄະນະ ບໍລິຫານງານ ສູນກາງ ພັກປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສູນກາງ ແນວລາວ ສ້າງຊາດ ຮູ້ສຶກໂສກເສົ້າ ເສຍໃຈເປັນຢ່າງຍິ່ງ ເມື່ອໄດ້ຮັບຂ່າວ ການຈາກໄປ ໂດຍບໍ່ມີວັນກັບຄືນມາຂອງ ສະຫາຍ ເລ ດຶກ ແອັງ, ອະດີດກໍາມະການກົມການ ເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ. ການຈາກໄປຂອງສະຫາຍ ເລ ດຶກ ແອັງ ບໍ່ພຽງແຕ່ເປັນການສູນເສຍຜູ້ນໍາທີ່ເຄົາລົບຮັກ ຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດ ນາມ ແຕ່ຍັງເປັນການ ສູນເສຍເພື່ອນມິດ ສະຫາຍທີ່ ສະໜິດສະໜົມ ແລະ ໃກ້ຊິດ ຂອງພັກ, ລັດ ແລະ ປະຊາ ຊົນລາວ ພວກຂ້າພະເຈົ້າ ອີກດ້ວຍ.

ສະຫາຍ ເລ ດຶກ ແອັງ ເປັນຜູ້ໜຶ່ງ ທີ່ປະກອບສ່ວນ ອັນໃຫຍ່ຫລວງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ຂອງຫວຽດນາມ ຕະຫລອດຊີວິດ ຂອງການເຄື່ອນໄຫວ ປະຕິວັດຫລາຍກວ່າ 80 ປີ ຂອງຕົນ ທັງໃນຂະບວນ ການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດ ຜູ້ຮຸກຮານ, ກອບກູ້ ແລະ ທ້ອນໂຮມປະເທດຊາດ ຫວຽດນາມ ແລະ ໃນສະໄໝປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ​. ສະຫາຍ ເລ ດຶກ ແອັງ ຍັງເປັນຜູ້ໜຶ່ງ ທີ່ປະກອບສ່ວນ ສຳຄັນ ໃຫ້ແກ່ການ ເສີມຂະຫຍາຍສາຍ ພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ຕະຫລອດມາ.

ການນໍາພັກ-ລັດ ເຂົ້າວາງພວງມາລາ ຕໍ່ການເສຍຊີວິດຂອງ ສະຫາຍ ເລ ດຶກ ແອັງ ທີ່ ນະຄອນຫລວງວຽງຈັນ

ພະນະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ຂຽນປື້ມໄຫວ້ອາໄລ.

ໃນຊ່ວງເວລາ ອັນໂສກເສົ້າເສຍດາຍນີ້, ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ ແລະ ປະຊາຊົນລາວ ຂໍສະແດງ ຄວາມອາໄລອາວອນ ຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກເສຍໃຈ ມາຍັງຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສູນກາງແນວໂຮມ ປະເທດຊາດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ກໍຄືຄອບຄົວ, ຍາດພີ່ນ້ອງ ແລະ ເພື່ອນມິດຂອງສະຫາຍ ເລ ດຶກ ແອັງ ມານະໂອກາດນີ້ດ້ວຍ. ຂໍສະແດງຄວາມ ອາໄລຮັກ ຢ່າງສຸດຊຶ້ງ ເຖິງດວງວິນຍານ ຂອງ ສະຫາຍ ເລ ດຶກ ແອັງ ຈົ່ງໄປສູ່ສຸຂະຕິດ້ວຍເຖິນ.

ໃນວັນດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ກໍໄດ້ນຳພາບັນດາ ຄະນະກົມພາຍ ໃນກະຊວງການຕ່າງປະເທດ ເຂົ້າຮ່ວມພິທີວາງພວງມາລາ ແລະ ຂຽນປື້ມໄຫວ້ອາໄລ ຢູ່ສະຖານທູດຫວຽດນາມ ທີ່ ນະຄອນຫລວງວຽງຈັນ ເຊັ່ນດຽວກັນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.