ລົດ ATV ມີແຕ່ສາມລໍ້ ຫາ ສີ່ລໍ້ ລົດປະເພດນີ້ເຄີຍນຳໃຊ້ຢູ່ບັນປະເທດພັດທະນາໃນໂລກ. ເມື່ອບໍ່ດົນມານີ້ ພວກນິຍົມລົດATVຢູ່ ຫວຽດນາມໄດ້ມີໂອກາດຮ່ວມເດີນທາງພ້ອມກັບລົດATV 50 ຄັນ ຢູ່ຕາມສາຍທາງຢູ່ດົງໂມ ດິດສະໂກເວຣີ ຂຶ້ນກັບເຂດທ່ອງທ່ຽວດົງໂມເຊີນເຕິຍຮ່າໂນ້ຍ.
ບັນດາພື້ນຖານວັດທະນະທຳຂອງບັນດາວົງຄະນະຍາດທີ່ແຕກຕ່າງກັນມີ ຫຼາຍກາລະໂອກາດແລະ ເງື່ອນໄຂພົວພັນນຳກັນດ້ວຍນັບພັນວິທີແຕກຕ່າງກັນ.
ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ມີການເຮັດວຽກກັບການນໍາແຂວງກອນຕູມ ກ່ຽວກັບການປະຕິບັດໜ້າທີ່ກ່ຽວຂ້ອງເຖິງຂົງເຂດວັດທະນະທໍາ, ກິລາ ແລະທ່ອງທ່ຽວ.
ຫວຽດນາມ ແມ່ນປະເທດອຸດົມສົມບູນດ້ານປະຫວັດສາດ, ມີພື້ນຖານວັດທະນະທຳ, ອາຫານການກິນທີ່ຫຼາຍຮູບຫຼາຍແບບ ແລະ ບັນດາເຂດທິວທັດທຳມະຊາດທີ່ພົ້ນເດັ່ນຢູ່ທົ່ວທຸກແຫ່ງໃນທົ່ວປະເທດ.
ດ້ວຍຍອດເນື້ອທີ່ວາງແຜນຜັງຂຶ້ນເຖິງ 206.150 ເຮັກຕາ ແລະ ມີທັດຊະນີຍະພາບທຳມະຊາດທີ່ເປັນເອກະລັກສະເພາະ ພ້ອມກັບຊາວທ້ອງຖິ່ນ ມີສີສັນວັດທະນະທຳຫຼາຍຮູບຫຼາຍແບບ, ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ໄດ້ຮັບການກຳນົດທິດກາຍເປັນໜຶ່ງ ໃນບັນດາກຳລັງໜູນ ເພື່ອພັດທະນາການທ່ອງທ່ຽວ ໃນເຂດພູດອຍທາງພາກເໜືອ ຫວຽດນາມ ຊຸກຍູ້ການພັດທະນາເສດຖະກິດ ສັງຄົມຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແລະ ຮັບປະກັນການປ້ອງຫກັນຊາດ ປ້ອງກັນຄວາມສະຫງົບ
ພະແນກທ່ອງທ່ຽວ ໄດ້ອັບເດັດສະພາບການທ່ອງທ່ຽວດ່ານັ້ງ ແລະ ວຽກງານປ້ອງກັນ, ຕ້ານໂລກລະບາດຂອງຂະແໜງທ່ອງທ່ຽວໃນສື່ສັງສົມອອນລາຍ ແລະ ພາຫະນະສື່ມວນຊົນ.
ຍສໝ - ເຂດທາງທິດຕາເວັນຕົກສຽງເໜືອປະກອບດ້ວຍ 6 ແຂວງຄືຮວ່າບິ່ງ, ເຊີນລາ, ດ້ຽນບຽນ, ລາຍເຈົາ, ລ່າວກາຍ, ອຽນບ໊າຍ ມີຄວາມສາມາດບົ່ມຊ້ອນທາງດ້ານການທ່ອງທ່ຽວຢ່າງຫຼວງ ດ້ວຍທິດທັດທຳມະຊາດຢ່າງໃຫຍ່ໂຕມະໂຫຖານ ວັດທະນະທຳທີ່ເປັນເອກະລັກ ແລະ ປະຫວັດສາດທີ່ສະຫງ່າອົງອາດ.
ຍ້ອນໂລກລະບາດ ໂຄວິດ - 19 ມີການຜັນແປຢ່າງສັບສົນ, ແຂວງ ນິງບິ່ງ ໄດ້ຮຽກຮ້ອງໃຫ້ບັນດາເມືອງ, ວິສາຫະກິດ ບໍລິການທ່ອງທ່ຽວ ສືບຕໍ່ເພີ່ມທະວີວຽກງານ ສະກັດກັ້ນໂລກລະບາດຢູ່ບັນດາເຫດການເຄື່ອນໄຫວງານບຸນ ໃນຂອບເຂດປີທ່ອງທ່ຽວແຫ່ງຊາດ 2021 ເຊິ່ງໃກ້ຈະຖືກຈັດຂຶ້ນໃນບໍລິເວນແຂວງ. ຂະແໜງທ່ອງທ່ຽວແຂວງ ນິງບິ່ງ ໄດ້ເປັນເຈົ້າການຜັນຂະຫຍາຍແຜນການຮັບປະກັນສະພາບລ້ອມການທ່ອງທ່ຽວທີ່ປອດໄພ ດ້ວຍການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ - 19 ໃນສະພາບການໃໝ່
ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການກຳນົດທິດຍຸດທະສາດຂອງຂະແໜງທ່ອງທ່ຽວຫວຽດນາມ ແລະ ບັນດາບັນຫາທີ່ວາງອອກສຳລັບຂະແໜງທ່ອງທ່ຽວແຂວງ ກວາງຈີ້; ຕີລາຄາບັນດາຄຸນຄ່າຄວາມສາມາດບົ່ມຊ້ອນ ແລະ ບັນດາທ່າແຮງແກ່ງແຍ້ງຂອງທ່ອງທ່ຽວ.
ໂດຍນອນຢູ່ໃນກຸ່ມ “ເຂດທ່ອງທ່ຽວທຳມະຊາດ ທະເລສາບ-ຈືດັງຢາ” ທະເລສາບ ປໄລກູແມ່ນສະຖານທີ່ທ່ອງທ່ຽວວັດທະນະທຳ ຈິດວິນຍານທຳມະຊາດທີ່ລືຊື່ຢູ່ນະຄອນ ປໄລກູ ແຂວງ ຢາລາຍ. ທະເລສາບປໄລກູ ປຽບເໝືອນແກ້ວມະນີອັນລ້ຳຄ່າ ສະໜອງນ້ຳສະອາດ ໃຫ້ແກ່ນະຄອນ ປໄລກູ ອີກດ້ວຍ.
ຄະນະກໍາມະການປະຊາຊົນແຂວງກວ໋າງຈິ້ ຈະຈັດງານບຸນ “ທ້ອນໂຮມປະເທດຊາດເປັນເອກະພາບ” ທີ່ເຂດປູຊະນີຍະສະຖານແຫ່ງຊາດພິເສດສອງຟາກແມ່ນ້ຳຮ່ຽນເລືອງ-ເບັນຫ໊າຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ).
ຫວ່າງແລ້ວນີ້, ຢູ່ຊາປາ (ລາວກາຍ), ຄະນະກຳມະການປະຊາຊົນແຂວງລາວກາຍ ໄດ້ຈັດລາຍການຊຸກຍູ້ຄວາມຕ້ອງການດ້ານທ່ອງທ່ຽວໃຫຍ່ທີ່ສຸດໃນປີ 2021, ດ້ວຍຫົວຂໍ້ “ຄວາມສວຍງາມຂອງລາວກາຍ”.
ສູນສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວນະຄອນຮ່າໂນ້ຍ ໃຫ້ຂ່າວວ່າ ພາຍຫຼັງ 3 ມື້ດໍາເນີນ (ແຕ່ວັນທີ 16-18 ເມສາ), ງານບຸນການທ່ອງທ່ຽວ ແລະວັດທະນະທໍາອາຫານການກິນຮ່າໂນ້ຍ ປີ 2021 ໄດ້ດຶງດູດແຂກເຂົ້າຮ່ວມປະມານ 60.000 ເທື່ອຄົນ.
ບັນດາຫົວໜ່ວຍດຳເນີນທຸລະກິດທ່ອງທ່ຽວຂອງ 2 ແຂວງບັນດາຫົວໜ່ວຍດຳເນີນການທ່ອງທ່ຽວຂອງ 2 ແຂວງໄດ້ແນະນຳ, ໂຄສະນາກ່ຽວກັບບັນດາລາຍການທ່ອງທ່ຽວ, ຜະລິດຕະພັນທ່ອງທ່ຽວໃໝ່.
ການນຳເມືອງ ດານເຟື້ອງ ຢືນຢັນວ່າ, ທາງເມືອງຈະສຸມໃສ່ຈັດຕັ້ງບັນດາການເຄື່ອນໄຫວ, ສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ດູດດຶ່ມ, ສອດຄ່ອງກັບຄວາມຕ້ອງການຂອງນັກທ່ອງທ່ຽວ.
ໃນວັນທີ 13 ເມສາ 2021 ທີ່ເຮືອທ່ອງທ່ຽວເຂດທ່າເຮືອວັດຊຽງທອງ ໄດ້ມີພິທີເປີດ ຂະ ບວນການສົ່ງເສີມກິດຈະກຳ ການທ່ອງທ່ຽວ ທາງນ້ຳ ລາວທ່ຽວລາວ ພາຍໃຕ້ຄໍາຂັວນ ທ່ຽວຫລວງພະບາງ ຊົມທຳມະຊາດ ກັບບັນຍາກາດສອງຝັ່ງຂອງ, ໂດຍມີ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ, ພ້ອມດ້ວຍການນຳຂອງແຂວງ, ເມືອງອ້ອມຂ້າງ, ນະຄອນຫລວງພະບາງ ແລະ ຫົວໜ້າພະແນກການ ຂອງແຂວງຫລວງພະບາງ ເຂົ້າຮ່ວມ.
ໃນວັນທີ 7 ເມສາ 2021, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ພິທີມອບ-ຮັບ ເລຂາຄະນະພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ລະຫວ່າງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ຖວທ (ຜູ້ເກົ່າ) ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ຖວທ (ຜູ້ໃໝ່) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີບັນດາສະຫາຍ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ບັນດາສະຫາຍ ກຳມະການພັກກະຊວງ, ຫົວໜ້າກົມ, ຮອງກົມ ແລະ ບັນດາພະນັກງານຫລັກແຫລ່ງຂອງກະຊວງ ຖວທ ເຂົ້າຮ່ວມ.
ວັນທີ 6 ເມສາ, ສູນວັດທະນະທໍາສ.ເກົາຫຼີ ຢູ່ຫວຽດນາມ ໃຫ້ຂ່າວວ່າ, ສະຖານທູດສ.ເກົາຫຼີ ປະຈໍາ ຫວຽດນາມ ໄດ້ສົມທົບກັບຄະນະກໍາມະການປະຊາຊົນແຂວງກວ໋າງນາມ ຈັດຕັ້ງ “ຊຸມວັນວັດທະນະທໍາສ.ເກົາຫຼີ ຢູ່ກວ໋າງນາມ ປີ 2021” ຂຶ້ນໃນລະຫວ່າງວັນທີ 7-14 ເມສາ ຢູ່ນະຄອນຕາມກີ່ ແລະນະຄອນໂຮ້ຍອານ.
ວັນທີ 6 ເມສາ, ຢູ່ນະຄອນນີງບິ່ງ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງນີງບິ່ງ ຈັດກອງປະຊຸມຂ່າວແນະນຳກ່ຽວກັບປີທ່ອງທ່ຽວແຫ່ງຊາດນີງບິ່ງ 2021-ຮວາລື, ນີງບິ່ງ.
ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດທ່ອງທ່ຽວ ກໍຄືຜູ້ອອກແຮງງານ, ຂະແໜງທ່ອງທ່ຽວນະຄອນ ດ່ານັ້ງ ໄດ້ຍົກອອກ 10 ໜ້າທີ່ ແລະ ມາດຕະການຈຸດສຸມໃນການປະຕິບັດການຟື້ນຟູຂະແໜງທ່ອງທ່ຽວ.