ແຂວງເລີມດົ່ງ ສສ.ຫວຽດນາມ ພວມກະຕຸ້ນດ້ານການທ່ອງທ່ຽວ ດ້ວຍຫລາຍມາດຕະການເພື່ອດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະະເທດ

16:30 | 14/10/2020

ແຂວງ ເລີມດົ່ງ ຈະສືບຕໍ່ຮ່ວມເດີນທາງກັບປະຊາຄົມວິສາຫະກິດ, ປະຊາຄົມນັກທຸລະກິດເພື່ອຜ່ານຜ່າບັນດາຜົນສະທ້ອນທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ-19. ແຂວງ ເລີມດົ່ງ ໄດ້ຊີ້ນຳໃຫ້ບັນດາພະແນກຂະແໜງການປະຕິບັດ ບັນດາກົນໄກ, ນະໂຍບາຍໜູນຊ່ວຍຂອງລັດຖະບານ ຢ່າງຄົບຖ້ວນ. ເພື່ອຊ່ວຍປະຊາຄົມບັນດາວິສາຫະກິດຟື້ນຟູບັນດາການເຄື່ອນໄຫວດ້ານທ່ອງທ່ຽວໃນບໍລິເວນແຂວງຄືນໃໝ່ໂດຍໄວ.

ແຂວງເລ ມດ ງ ສສ ຫວຽດນາມ ພວມກະຕ ນດ ານການທ ອງທ ຽວ ດ ວຍຫລາຍມາດຕະການເພ ອດ ງດ ດນ ກທ ອງທ ຽວ ພາຍໃນ ແລະ ຕ າງປະະເທດ ເສດຖະກິດດີຈີຕອນ - ການກະທົບ, ກາລະໂອກາດ ແລະຄວາມສາມາດໝູນໃຊ້ຂອງຫວຽດນາມ
ແຂວງເລ ມດ ງ ສສ ຫວຽດນາມ ພວມກະຕ ນດ ານການທ ອງທ ຽວ ດ ວຍຫລາຍມາດຕະການເພ ອດ ງດ ດນ ກທ ອງທ ຽວ ພາຍໃນ ແລະ ຕ າງປະະເທດ ຫາງສຽງສາກົນ ສືບຕໍ່ຕີລາຄາສູງວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ ຫວຽດນາມ
ແຂວງເລ ມດ ງ ສສ ຫວຽດນາມ ພວມກະຕ ນດ ານການທ ອງທ ຽວ ດ ວຍຫລາຍມາດຕະການເພ ອດ ງດ ດນ ກທ ອງທ ຽວ ພາຍໃນ ແລະ ຕ າງປະະເທດ
ພາບປະກອບ

ຍ້ອນຜົນສະທ້ອນຈາກໂລກລະບາດ ໂຄວິດ - 19, ມີ 180 ວິສາຫະກິດ ແລະ ເກືອບ 660 ຄອບຄົວດຳເນີນທຸລະກິດຂະແຫນງທ່ອງທ່ຽວ ຕ້ອງຢຸດຕິການເຄື່ອນໄຫວຊົ່ວຄາວແຕ່ 2 ເດືອນຂຶ້ນໄປ. ມີແຮງງານ ກວ່າ 4000 ຄົນ ເຮັດວຽກຢູ່ບັນດາຮາກຖານບໍລິການທ່ອງທ່ຽວຕ້ອງຢຸດງານບໍ່ໄດ້ຮັບເງິນເດືອນ ຫລື ຫລຸດເວລາເຮັດວຽກ ແລະ ເງິນເດືອນກໍຫລຸດລົງ. ຍ້ອນຜົນສະທ້ອນຈາກໂລກລະບາດ ໂຄວິດ 19, ຈຳນວນນັກທ່ອງທ່ຽວມາຢ້ຽມຢາມ ນະຄອນ ດາລາດ ແຂວງ ເລີມດົ່ງ ໃນເດືອນ ສິງຫາ ແລະ ກັນຍາປີ 2020 ບັນລຸກວ່າ 300.000 ເທື່ອຄົນ, ຫລຸດລົງກວ່າ 60% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ ນັກທ່ອງທ່ຽວສາກົນຫລຸດລົງ 90%.

ພາຍຫລັງໂລກລະບາດໂຄວິດລະບາດສອງຮອບ ໄດ້ສົ່ງຜົນສະທ້ອນຢ່າງແຮງເຖິງແຫລ່ງລາຍຮັບ ຈາກຂະແຫນງທ່ອງທ່ຽວ ຊື່ງແມ່ນຂະແຫນງໄດ້ຮັບຖືວ່າແມ່ນທ່າແຮງ, ບັນດາວິສາຫະກິດເຄື່ອນໄຫວໃນຂົງເຂດທ່ອງທ່ຽວຢູ່ບໍລິເວນແຂວງ ເລີມດົ່ງ ໄດ້ສ້າງບັນດາມາດຕະການເພື່ອຊຸກຍູ້ຕະຫລາດທ່ອງທ່ຽວພາຍໃນປະເທດ, ແກ້ງແຍ່ງກັບບັນດາສະຖານທ່ີທ່ອງທ່ຽວໃນທົ່ວປະເທດ. ພິເສດ ບັນດາວິສາຫະກິດທ່ອງທ່ຽວເປັນເອກະພາບເລື່ອງຫລຸດລາຄາບໍລິການ ແຕ່ 30 – 60% ແລະ ວາງອອກບັນດາຜະລິດຕະພັນໃຫມ່ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມແຂວງ ເລີມດົ່ງ.

ຕາມ ທ່ານນາງ ຫງວຽນທິບິກງອກ ຮອງຫົວຫນ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງເລີມດົ່ງ ແລ້ວ: ຂະແຫນງທ່ອງທ່ຽວ ໄດ້ສົ່ງເອກະສານສະເຫນີແຂວງ ຈົ່ງມີແຜນການຍົກເວັ້ນ, ຫລຸດຜ່ອນອັດຕາດອກເບັ້ຍເງິນກູ້, ຫນີ້ທວງຍາກ ແລະ ຕໍ່ກຳນົດເວລາເກັບຫນີ້, ໝູນໃຊ້ລະດັບລາຄາໄຟຟ້າຕາມລາຄາໄຟຟ້າຜະລິດໃຫ້ແກ່ບັນດາຮາກຖານດຳເນີນທຸລະກິດຮ້ານອາຫານ, ບໍລິການທ່ອງທ່ຽວ ແທນໃຫ້ລະດັບລາຄາ ບໍລິການໄຟຟ້າສຳລັບການດຳເນີນທຸລະກິດ.

ແຂວງ ເລີມດົ່ງ ຈະສືບຕໍ່ຮ່ວມເດີນທາງກັບປະຊາຄົມວິສາຫະກິດ, ປະຊາຄົມນັກທຸລະກິດເພື່ອຜ່ານຜ່າບັນດາຜົນສະທ້ອນທີ່ຫຍໍ້ທໍ້ຂອງໂລກລະບາດ ໂຄວິດ-19. ແຂວງເລີມດົ່ງ ໄດ້ຊີ້ນຳໃຫ້ບັນດາພະແນກຂະແໜງການປະຕິບັດ ບັນດາກົນໄກ, ນະໂຍບາຍໜູນຊ່ວຍຂອງລັດຖະບານ ຢ່າງຄົບຖ້ວນ. ເພື່ອຊ່ວຍປະຊາຄົມບັນດາວິສາຫະກິດຟື້ນຟູບັນດາການເຄື່ອນໄຫວດ້ານທ່ອງທ່ຽວໃນບໍລິເວນແຂວງຄືນໃໝ່ໂດຍໄວ.

ທ່ານ ຟານວັນດາ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ເລີມດົ່ງ ຢັ້ງຢືນວ່າ, ການທ່ອງທ່ຽວ ແມ່ນຂະແໜງການເສດຖະກິດປາຍແຫຼມຂອງແຂວງ. ເລີມດົ່ງ ຍັງຄົງແມ່ນສະຖານທີ່ທ່ອງທ່ຽວປອດໄພ. ເພາະສະນັ້ນ ບັນດາວິສາຫະກິດປະຕິບັດລາຍການກະຕຸ້ນຕ້ອງມີວິທີເຮັດທີ່ແຕກຕ່າງກັນຢ່າງແທ້ຈິງ, ຫຼຸດລາຄາບໍ່ແມ່ນຄຸນນະພາບກໍ່ຫຼຸດລົງໄປຕາມ.

ໄລ່ຮອດຕອນເຊົ້າຂອງວັນທີ 14 ຕຸລາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 38,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 1,1 ລ້ານຄົນ. ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 13 ຕຸລາ, ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດ ໂຄວິດ-19 ໃໝ່ຕື່ມອີກ. ມາຮອດປັດຈຸບັນ, ເປັນເວລາ 41ມື້ແລ້ວ ທີ່ຫວຽດນາມຢັ້ງຢືນບໍ່ມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ໃໝ່ຕື່ມອີກໃນຊຸມຊົນ. ຫວຽດນາມ ກໍ່ໄດ້ປິ່ນປົວຜູ້ຕິດເຊື້ອພະຍາດ ໂຄວິດ-19 ໃຫ້ຫາຍດີເປັນຈຳນວນ 1.025 ຄົນ/1.110 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ.

ແຂວງເລ ມດ ງ ສສ ຫວຽດນາມ ພວມກະຕ ນດ ານການທ ອງທ ຽວ ດ ວຍຫລາຍມາດຕະການເພ ອດ ງດ ດນ ກທ ອງທ ຽວ ພາຍໃນ ແລະ ຕ າງປະະເທດ ພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຫ້ອງວ່າການລັດຖະບານ ສສ.ຫວຽດນາມ ແລະ ອົງການພັດທະນາສາກົນ ອາເມລິກາ

ຍສໝ - ອົງການພັດທະນາສາກົນ ອາເມລິກາ ຈະຊ່ວຍໜູນຫ້ອງວ່າການລັດຖະບານ ຊຸກຍູ້ການປະຕິຮູບລະບຽບການບໍລິຫານ, ເພີ່ມທະວີການສົມທົບລະຫວ່າງບັນດາຂະແໜງການຢູ່ຫວຽດນາມ, ຍົກສູງລັກສະນະຄວາມໂປ່ງໃສ ແລະ ສືບຕໍ່ພັດທະນາປະຕູຖານບໍລິການແຫ່ງຊາດ.

ແຂວງເລ ມດ ງ ສສ ຫວຽດນາມ ພວມກະຕ ນດ ານການທ ອງທ ຽວ ດ ວຍຫລາຍມາດຕະການເພ ອດ ງດ ດນ ກທ ອງທ ຽວ ພາຍໃນ ແລະ ຕ າງປະະເທດ ໄວໜຸ່ມສາມປະເທດອິນດູຈີນຮ່ວມແຮງຮ່ວມໃຈອະນຸລັກຮັກສາທຳມະຊາດ, ສ້າງວິຖີຊີວິດສີຂຽວ ເພື່ອໂລກແຫ່ງຄວາມສວຍງາມ, ສົດໃສ

ຍສໝ - "ໄວໜຸ່ມສາມປະເທດອິນດູຈີນຮ່ວມແຮງຮ່ວມໃຈອະນຸລັກຮັກສາທຳມະຊາດ, ສ້າງວິຖີຊີວິດສີຂຽວ ເພື່ອໂລກແຫ່ງຄວາມສວຍງາມ, ສົດໃສ" ໄດ້ຄັດເລືອກເປັນຫົວຂໍ້ຂອງລາຍການພົບປະແລກປ່ຽນຄັ້ງນີ້ແນໃສ່ສ້າງກາລະໂອກາດໃຫ້ຊາວໜຸ່ມສາມປະເທດພ້ອມກັນຊອກຮູ້ກ່ຽວກັບມູນເຊື້ອວັດທະນະທໍາຂອງແຕ່ລະປະເທດ, ເພີ່ມຄວາມຮັກແພງ ແລະອະນຸລັກຮັກສາທຳມະຊາດຕື່ມອີກ.

ແຂວງເລ ມດ ງ ສສ ຫວຽດນາມ ພວມກະຕ ນດ ານການທ ອງທ ຽວ ດ ວຍຫລາຍມາດຕະການເພ ອດ ງດ ດນ ກທ ອງທ ຽວ ພາຍໃນ ແລະ ຕ າງປະະເທດ ພົບປະແລກປ່ຽນມິດຕະພາບຊາວໜຸ່ມ ຫວຽດນາມ-ລາວ

ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ-ລາວ ຢູ່ເງະອານ. ງານພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ-ລາວ ໄດ້ດໍາເນີນໃນລະຫວ່າງວັນທີ 12-14 ຕຸລາ 2020.

ໄຊພອນ

ເຫດການ
302 Found

Found

The document has moved here.