ສ.ເກົາຫຼີ ໄດ້ສະໜັບສະໜູນເງິນເກືອບ 20 ຕື້ດົງເພື່ອປະຕິບັດໂຄງການ “ໂຮງຮຽນຄວາມຫວັງ Samsung” ຢູ່ ລ້າງເຊີນ | |
ສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ (EU) - ຫວຽດນາມ (EVFTA), ເປັນສັນຍາການຄ້າຮອບດ້ານທີ່ສຸດ |
![]() |
ວຽກງານການຕ່າງປະເທດປະກອບສ່ວນຊຸກຍູ້ການທ່ອງທ່ຽວແຂວງບັກຢາງ ສສ.ຫວຽດນາມ.(ພາບ:ຫງວຽນເຫືອງ) |
ໃນຫຼາຍກິດຈະກຳແນະນຳ ແລະ ຊຸກຍູ້ການທ່ອງທ່ຽວບັກຢາງ, ພະແນກພົວພັນການຕ່າງປະເທດ ໄດ້ເສີມຂະຫຍາຍບັນດາກິດຈະກຳພົວພັນການຕ່າງປະເທດ ຂອງຕົນຜ່ານບັນດາກອງປະຊຸມ ແລະ ພົບປະກັບຄະນະຜູ້ແທນຕ່າງປະເທດ; ບັນດາເຫດການວັດທະນະທຳພົວພັນການຕ່າງປະເທດ;ເວບໄຊຂໍ້ມູນຂ່າວສານທາງອີເລັກໂທນິກ… ຜ່ານນັ້ນປະກອບສ່ວນນຳ ພາບພົດທີ່ສວຍງາມຂອງບັກຢາງມາໃຫ້ບັນດາເພື່ອນມິດ ແລະ ແຂກທ່ອງທ່ຽວສາກົນ ເປັນຈຳນວນຫລວງຫລາຍ.
ພິເສດ, ໃນແຕ່ລະປີ, ແຂວງບັກຢາງຕ້ອນຮັບບັນດານັກຂ່າວຕ່າງປະເທດຈາກບັນດາປະເທດເຊັ່ນ: ອີຕາລີ, ຍີ່ປຸ່ນ, ສ.ເກົາຫຼີ, ຣູມານີ, ຝຣັ່ງ, ບັງກະລາເທດ… ເພື່ອສຳຫຼວດ, ຖ່າຍຮູບເງົາ, ຖ່າຍຮູບຢູ່ບັນດາສະຖານທີ່ທີ່ມີຊື່ສຽງຂອງແຂວງ. ລາຍງານຂ່າວທາງໂທລະພາບທີ່ນັກຂ່າວເຫຼົ່ານີ້ໄດ້ປະກອບສ່ວນເຂົ້າໃນການໂຄສະນາເຜີຍແຜ່ການທ່ອງທ່ຽວ ແລະວັດທະນະທຳ ທີ່ເປັນເອກະລັກຂອງແຂວງໃຫ້ເພື່ອນມິດສາກົນ. ພະແນກພົວພັນການຕ່າງປະເທດໄດ້ເປັນປະທານ ແລະ ປະສານສົມທົບກັບບັນດາພະແນກການ ແລະທ້ອງຖິ່ນຕ່າງໆເພື່ອສະໜັບສະໜູນຄະນະນັກຂ່າວຂອງຄະນະກຳມະການແຫ່ງຊາດ UNESCO ເພື່ອຄົ້ນຫາ ແລະໂຄສະນາບັນດາມໍລະດົກວັດທະນະທຳຂອງແຂວງ.
ດ້ວຍຄວາມມານະພະຍາຍາມໃນວຽກງານການຕ່າງປະເທດໄດ້ປະກອບສ່ວນຊຸກຍູ້ການພັດທະນາການທ່ອງທ່ຽວຂອງແຂວງ. ທີ່ດິນ ແລະ ຜູ້ຄົນແຂວງບັກຢາງເປັນທີ່ຮູ້ຈັກດີຈາກເພື່ອນມິດສາກົນຫຼາຍຄົນ. ຄາດວ່າໃນແຕ່ລະປີ, ແຂວງຕ້ອນຮັບແຂກສາກົນປະມານ 20.000 ເທື່ອຄົນ.
ກິດຈະກຳການທູດວັດທະນະທຳ ແລະ ການທ່ອງທ່ຽວ ແມ່ນໄດ້ປະສານເຂົ້າກັບກິດຈະກໍາການທູດດ້ານການເມືອງ, ການທູດເສດຖະກິດຕະຫຼອດເວລາ. ແຕ່ລະປີ, ພະແນກພົວພັນການຕ່າງປະເທດ ໄດ້ໃຫ້ຄໍາປຶກສາຫາລືກັບການນຳ ແຂວງເພື່ອຕ້ອນຮັບຄະນະຜູ້ແທນຕ່າງປະເທດຫຼາຍທ່ານມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ບັກຢາງ.
ເດືອນເມສາ ປີ 2016, ແຂວງບັກຢາງ ໄດ້ຮ່ວມມືກັບບັນດາອົງການ, ອົງການຈັດຕັ້ງ ຂອງ ຍີ່ປຸ່ນ ຢູ່ ຫວຽດນາມ, ບັນດານັກອາສາສະໝັກ JICA ໄດ້ຈັດຕັ້ງລາຍການ“ ພົບປະແລກປ່ຽນວັດທະນະທຳຍີ່ປຸ່ນ” ທີ່ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດຫຼາຍແຫ່ງ ຂອງຍີ່ປຸ່ນຢູ່ແຂວງ ແລະພໍ່ແມ່ປະຊາຊົນແຂວງບັກຢາງ, ທີ່ໄດ້ຮັບການຕີລາຄາສູງຈາກບັນດາຄູ່ຮ່ວມມືຍີ່ປຸ່ນ.
![]() | ສ.ເກົາຫຼີ ໄດ້ສະໜັບສະໜູນເງິນເກືອບ 20 ຕື້ດົງເພື່ອປະຕິບັດໂຄງການ “ໂຮງຮຽນຄວາມຫວັງ Samsung” ຢູ່ ລ້າງເຊີນ ຍສໝ - ວັນທີ 31 ກໍລະກົດ, ທີ່ ລ້າງເຊີນ, ຜູ້ຕາງໜ້າ Samsung ຫວຽດນາມ, ອົງການຈັດຕັ້ງ Korea Food for the Hungry International (KFHI)/ສ.ເກົາຫຼີ ແລະ ພະແນກພົວພັນການຕ່າງປະເທດ ລ້າງເຊີນ, ຄະນະກຳ ມະການປະຊາຊົນແຂວງ ລ້າງເຊີນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືຈັດຕັ້ງປະຕິບັດໂຄງການ ... |
![]() | ສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ (EU) - ຫວຽດນາມ (EVFTA), ເປັນສັນຍາການຄ້າຮອບດ້ານທີ່ສຸດ ຍສໝ - ບັນດາສັນຍາການຄ້າສະບັບຕ່າງໆຄື ສັນຍາ EVFTA ມີຜົນສັກສິດກັບຫວຽດນາມ ນັບແຕ່ວັນທີ 1 ສິງຫາ 2020 ເປັນຕົ້ນໄປຈະນຳມາໃຫ້ບັນດາບໍລິສັດຂອງເອີລົບບັນດາໂອກາດສໍາຜັດກັບຕະຫຼາດຫາກໍ່ເກີດຂຶ້ນໃໝ່ ແລະສ້າງວຽກເຮັດງານທໍາໃຫ້ແກ່ຊາວເອີລົບ. |
![]() | ທົ່ວໂລກມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 17.754.183 ຄົນ, ໃນນັ້ນມີ 682.885 ຄົນ ເສຍຊີວິດ ຍສໝ - ໄລ່ຮອດເວລາ 1 ໂມງຂອງວັນທີ 01 ສິງຫາ, ທົ່ວໂລກມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 17.754.183 ຄົນ, ໃນນັ້ນມີ 682.885 ຄົນ ເສຍຊີວິດ. |
ໄຊພອນ