ສປປ.ລາວ: ສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ”

17:05 | 22/10/2020

ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວລາວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ກະຕຸ້ນການທ່ອງທ່ຽວ ແບບ “ລາວທ່ຽວລາວ” ກະຊວງຖະແຫ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ກໍຄື ລັດຖະບານ ໄດ້ຊຸກຍູ້ພາກທຸລະກິດ ຮ່ວມກັນສ້າງລາຍການທ່ອງທ່ຽວໃຫ້ຫລກຫລາຍ, ມີສ່ວນຫລຸດຫລາຍຮູບແບບ ເປັນຕົ້ນ ສ່ວນຫລຸດລາຍການທ່ອງທ່ຽວ, ສ່ວນຫລຸດໂຮງແຮມ, ເຮືອນພັກ, ຮ້ານອາຫານ-ເຄື່ອງດື່ມ ແລະ ອື່ນໆ.

ສປປ ລາວ ສ ງເສ ມການທ ອງທ ຽວ ລາວທ ຽວລາວ ລາວ: ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ຮັບຟັງລາຍງານ, ພິຈາລະນາ ແລະ ຕົກລົງບັນຫາສໍາຄັນຕ່າງໆ ຂອງຊາດ
ສປປ ລາວ ສ ງເສ ມການທ ອງທ ຽວ ລາວທ ຽວລາວ ລາວ​ຈະ​ພັດ​ທະ​ນາ​ລະ​ບົດ​ອອກ​ບັດ​ແຮງ​ງານ​ເອ​ເລັກ​ໂຕ​ນິດ​ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ
ສປປ ລາວ ສ ງເສ ມການທ ອງທ ຽວ ລາວທ ຽວລາວ
ພາບປະກອບ

ປັດຈຸບັນ ລັດຖະບານ ໄດ້ມີນະໂຍບາຍຕ່າງໆ ເພື່ອຊ່ວຍຫລຸດຜ່ອນຜົນກະທົບຕໍ່ເສດ ຖະກິດລາວ ໂດຍສະເພາະ ຕໍ່ຂະແໜງການທ່ອງທ່ຽວ, ຊຶ່ງລັດຖະບານ ໄດ້ອອກຂໍ້ແນະນໍາໃຫ້ບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ກ່ຽວກັບມາດຕະການcຮອງຮັບນັກທ່ອງທ່ຽວ ເພື່ອຟື້ນຟູການທ່ອງທ່ຽວ ພາຍຫລັງໂຄວິດ-19 ໂດຍສົມທົບກັບຂະແໜງສາທາລະນະສຸກ ຂັ້ນສູນກາງ ແລະ ທ້ອງຖິ່ນ, ຊຸກຍູ້ພາກທຸລະກິດ ສ້າງລາຍການທ່ອງທ່ຽວ ໃຫ້ຫລາກຫລາຍ ເພື່ອສົ່ງເສີມການທ່ອງທ່ຽວ ແບບ “ລາວທ່ຽວລາວ”.

ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວລາວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ກະຕຸ້ນການທ່ອງທ່ຽວ ແບບ “ລາວທ່ຽວລາວ” ກະຊວງຖະແຫ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ກໍຄື ລັດຖະບານ ໄດ້ຊຸກຍູ້ພາກທຸລະກິດ ຮ່ວມກັນສ້າງລາຍການທ່ອງທ່ຽວໃຫ້ຫລກຫລາຍ, ມີສ່ວນຫລຸດຫລາຍຮູບແບບ ເປັນຕົ້ນສ່ວນຫລຸດລາຍການທ່ອງທ່ຽວ, ສ່ວນຫລຸດໂຮງແຮມ, ເຮືອນພັກ, ຮ້ານອາຫານ-ເຄື່ອງດື່ມ ແລະ ອື່ນໆ, ຊຸກຍູ້ໃຫ້ແຕ່ລະແຂວງ ຫລື ຕົວເມືອງທ່ອງທ່ຽວ ສ້າງກິດຈະກໍາການທ່ອງທ່ຽວ ທີ່ຕິດພັນກັບ ວັດທະນະທໍາ, ຮີດຄອງປະເພນີຂອງທ້ອງຖິ່ນ, ວິຖີຊີວິດຂອງທ້ອງຖິ່ນ, ຫັດຖະກໍາທ້ອງຖິ່ນ, ອາຫານທ້ອງຖິ່ນ ແລະ ການທ່ຽວຊົມທໍາມະຊາດ. ຟື້ນຟູຄວາມເຊື່ອໝັ້ນຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃນນີ້ເນັ້ນໃສ່ດ້ານມາດຕະການ ດ້ານຄວາມປອດໄພ, ວິທີການຮັກສາສຸຂະອະນາໄມ, ການກະກຽມການປ້ອງກັນຕົນເອງກ່ອນການ ເດີນທາງ, ກ່ຽວກັບບັນຫາດ້ານສຸຂະອະນາໄມ ແລະ ຄວາມປອດໄພຂອງນັກທ່ອງທ່ຽວຜູ້ໃຫ້ບໍລິການຂອງພາກລັດ ແລະ ພາກທຸລະກິດ ໃນຂະແໜງການທ່ອງທ່ຽວ ພ້ອມສົ່ງເສີມຜະລິດຕະພັນການທ່ອງທ່ຽວທີ່ໂດດເດັ່ນຂອງລາວ ເພື່ອໃຫ້ຄົນລາວອອກເດີນທາງທ່ອງທ່ຽວ ພາຍໃນ “ລາວທ່ຽວລາວ”.

ດັ່ງນັ້ນ ຫລາຍຫົວໜ່ວຍທຸລະກິດພາຍໃນ ກໍໄດ້ປັບປຸງການບໍລິການ ລວມເຖິງການໂຄສະນາຂອງຕົນ ໃຫ້ມີຫລາຍສີສັນ ເພື່ອດຶງດູດຜູ້ໃຊ້ບໍລິການ. ໃນນັ້ນ, ບັນດາສື່ສັງຄົມອອນລາຍ ກໍຖືກນຳໃຊ້ເຂົ້າໃນການໂຄສະນາປະຊາສຳພັນທຸລະກິດການທ່ອງທ່ຽວໃນຮູບແບບຕ່າງໆ. ໜຶ່ງໃນສື່ສັງຄົມອອນລາຍທີ່ມີຢ່າງຫລວງຫລາຍນັ້ນ ອິນສະຕາແກຣມ (Instagram) ໄດ້ກາຍເປັນທີ່ນິຍົມຂອງສັງຄົມ ໂດຍສະເພາະແມ່ນກຸ່ມໄວໜຸ່ມ. ສະນັ້ນ, ຜູ້ປະກອບການທຸລະກິດທ່ອງທ່ຽວຮຸ່ນໜຸ່ມ ຈຶ່ງໃຊ້ Instagram ເປັນໂຕຊ່ວຍໂຄສະນາຜະລິດຕະພັນທ່ອງທ່ຽວຂອງຕົນ ດ້ວຍຮູບແບບຕ່າງໆເປັນຕົ້ນ: ເຂົ້າມາໃຊ້ບໍລິການ, ກິນອາຫານ ຫລື ເຄື່ອງດື່ມ ແລ້ວຖ່າຍຮູບລົງ Instagram ຈະໄດ້ຮັບສ່ວນຫລຸດພິເສດ ແລະ ອື່ນໆ. ບັນດາຮ້ານເຫລົ່ານີ້ ຖືກເອີ້ນວ່າ “ຮ້ານກາເຟ ຫລື ຮ້ານອາຫານ ແບບ Instagrammable”.

ສປປ ລາວ ສ ງເສ ມການທ ອງທ ຽວ ລາວທ ຽວລາວ
ພາບປະກອບ

ສື່ມວນຊົນລາວຈາກ 7 ສໍານັກຢູ່ສູນກາງ ແລະ ສື່ມວນຊົນຕ່າງປະເທດຈາກ ສສ ຫວຽດນາມ ແລະ ສປ ຈີນ ໄດ້ເລີ່ມທັດສະນະທ່ຽວຊົມແຫລ່ງທ່ອງທ່ຽວທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳຢູ່ 2 ແຂວງພາກເໜືອຄື: ອຸດົມໄຊ ແລະ ຫລວງພະບາງ ຊຶ່ງການທັດສະນະນີ້ໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2. ທ່ານ ຄົມ ດວງຈັນທາ ວ່າການຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ກ່າວວ່າ: ເປົ້າໝາຍຫລັກຂອງການຈັດທັດສະນະຢ້ຽມຢາມແຫລ່ງທ່ອງທ່ຽວນີ້ເພື່ອຜັນຂະຫຍາຍແຜນຟື້ນຟູການທ່ອງທ່ຽວລາວ ໂດຍເນັ້ນຊຸກຍູ້ບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ຊ່າງຫັດຖະກຳ, ກະສິກອນ ແລະ ຫົວໜ່ວຍທຸລະກິດປິ່ນອ້ອມກຽມຄວາມພ້ອມເປີດບໍລິການໂຄງການລາວທ່ຽວລາວລວມທັງການເປີດບໍລິການຫລັງການລະບາດພະຍາດໂຄວິດ19.

ຂະນະດຽວກັນເພື່ອສ້າງຄວາມເຊື່ອໝັັ້ນໃຫ້ແກ່ນັກທ່ອງທ່ຽວລາວ ແລະ ຕ່າງປະເທດ ຊຶ່ງຈະນຳມາສູ່ການໃຊ້ຈ່າຍ, ການພັກແຮມ, ການຂົນສົ່ງ, ການຊື້ຂາຍສິນຄ້າຕ່າງໆ. ຕະຫລອດໄລຍະ 6 ມື້ ແຕ່ວັນທີ 8 ຫາ 13 ຕຸລານີ້, ສື່ມວນຊົນລາວ ແລະ ຕ່າງປະເທດຈະໄດ້ຮ່ວມກັນໂຄສະນາແຫລ່ງທ່ອງທ່ຽວຕ່າງໆຢູ່ 2 ແຂວງນີ້ເປັນຕົ້ນນໍ້າກັດຢໍລະປາ, ທາດຈອມອອງ ເມືອງໄຊ ແຂວງອຸດົມໄຊ, ຫໍພິພິທະພັນແຫ່ງຊາດ, ທາດພູສີ, ຕະຫລາດກາງຄືນ, ບ້ານຈ່ານເໜືອ, ບ້ານຊ່າງໄຫ, ຕາດກວາງຊີ ແລະ ແຫ່ງອື່ນໆຢູ່ແຂວງຫລວງພະບາງ.

ສປປ ລາວ ສ ງເສ ມການທ ອງທ ຽວ ລາວທ ຽວລາວ ຫວຽດນາມ ແລະເປຣູ ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານ

ຕອນຄໍ່າວັນທີ 19 ຕຸລາ, ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ພ້ອມກັບທ່ານ Manuel Talavera Espinar ຮອງລັດຖະມົນຕີກະຊວງການຕ່າງປະເທດເປຣູ ໄດ້ດໍາເນີນການປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຄັ້ງທີ IV ຜ່ານລະບົບທາງໄກ.

ສປປ ລາວ ສ ງເສ ມການທ ອງທ ຽວ ລາວທ ຽວລາວ ຄະນະກຳມະການຮ່ວມມືລາວ - ຫວຽດນາມ ແລະ ວິສາຫະກິດລາວ ແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນພາກກາງຫວຽດນາມ

ຕອນເຊົ້າວັນທີ 19 ຕຸລາ, ທ່ານເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທງເໝີນ ໄດ້ຮັບເງິນ ຈຳນວນ 60.000 ໂດລາສະຫະລັດ ຈາກ ຄະນະກຳມະການຮ່ວມມືລາວ - ຫວຽດນາມ ແລະ ວິສາຫະກິດລາວ ຈຳນວນໜຶ່ງ ທີ່ສະໜັບສະໜູນປະຊາຊົນພາກກາງຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພາຍຸ ແລະນໍ້າຖ້ວມ.

ສປປ ລາວ ສ ງເສ ມການທ ອງທ ຽວ ລາວທ ຽວລາວ ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸລະດັບການເຕີບໂຕ 3% ໃນປີ 2020 ແລະ ເພີ່ມຂຶ້ນ 7,8% ໃນປີ 2021

ຕາມການຄາດຄະເນຂອງທະນາຄານ Standard Chartered ແລ້ວ, ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸລະດັບການເຕີບໂຕ 3% ໃນປີ 2020 ແລະ ເພີ່ມຂຶ້ນ 7,8% ໃນປີ 2021.

vietlao.vietnam.vn

ເຫດການ
302 Found

Found

The document has moved here.