ບັນດາທັດສະນີຍະພາບຈັບອົກຈັບໃຈທີ່ສຸດຢູ່ຫວຽດນາມ

16:30 | 25/07/2020

ຍສໝ - ຊາປາ ແມ່ນສະຖານທີ່ງາມຍອດຍິ່ງເພື່ອຍ່າງໄປ, ຖີບລົດ ແລະໄຕ່ພູ, ຊົມບັນດານ້ຳຕົກຕາດໃຫຍ່ໂຕມະໂຫຖານ, ບັນດາທົ່ງນາອ້ອມຮອບໝູ່ບ້ານພູດອຍດ້ວຍຫຼາຍອາຊີບຫັດຖະກຳທີ່ເປັນມູນເຊື້ອ.

ບ ນດາທ ດສະນ ຍະພາບຈ ບອ ກຈ ບໃຈທ ສ ດຢ ຫວຽດນາມ ການເຕີບໂຕເສດຖະກິດ ຫວຽດນາມ ຄາດຄະເນວ່າ ຈະຟື້ນຕົວໃນ 6 ເດືອນທ້າຍປີນີ້ ດ້ວຍກຳລັງໜູນສຳຄັນທີ່ມາຈາກກຳລັງແຮງພາຍໃນຂອງພື້ນຖານເສດຖະກິດ
ບ ນດາທ ດສະນ ຍະພາບຈ ບອ ກຈ ບໃຈທ ສ ດຢ ຫວຽດນາມ

ສືບຕໍ່ນຳສົ່ງພົນລະເມືອງ ຫວຽດນາມ ຈາກ ອົດສະຕາລີ ກັບຄືນປະເທດ

ບ ນດາທ ດສະນ ຍະພາບຈ ບອ ກຈ ບໃຈທ ສ ດຢ ຫວຽດນາມ
ໜອງຮວ່ານກຽມ

ໃນສາຍຕາຂອງເພື່ອນມິດ ແລະແຂກທ່ອງທ່ຽວສາກົນ, ຮ່າໂນ້ຍ ມີຄວາມສະຫງົບສຸຸກທີ່ສຸດ ແລະຄວາມສວຍງາມໄດ້ດຶງດູດຈິດໃຈ. ຄວາມເກົ່າແກ່ປະສົມປະສານກັບຄວາມເປັນໄວໜຸ່ມ, ທັນສະໄໝ; ຄວາມຝັງເລິກໃນດວງໃຈໄດ້ເຊື່ອມຕົວເຂົ້າກັບການດຳລົງຊີວິດທີ່ມີຊີວິດຊີວາໄດ້ເຮັດໃຫ້ຮ່າໂນ້ຍຍາມໃດກໍມີກຳລັງດຶງດູດພິເສດ. ຊາວຮ່າໂນ້ຍກໍຄືຊາວຫວຽດນາມແຕ່ດົນນານມາແລ້ວຍາມໃດກໍຮັກແຂກແພງຄົນ. ຮ່າໂນ້ຍໄດ້ຕ້ອນຮັບໝູ່ເພື່ອນ, ຍາດຕິພີ່ນ້ອງ, ແຂກທ່ອງທ່ຽວບໍ່ພຽງແຕ່ດ້ວຍຄວາມເປີດອົກເປີດໃຈ, ຈິງໃຈເທົ່ານັ້ນ, ຫາກຍັງສະຫງວນບັນດາສິ່ງທີ່ດີງາມທີ່ສຸດ, ສວຍງາມທີ່ສຸດໃຫ້ແຂກທ່ອງທ່ຽວອີກດ້ວຍ.

ແຂກທ່ອງທ່ຽວເມື່ອມາຢ້ຽມຢາມຮ່າໂນ້ຍໄດ້ໄປຢ້ຽມຊົມບັນດາເຂດປູຊະນີຍະສະຖານທາງວັດທະນະທໍາ ແລະປະຫວັດສາດມີຄຸນຄ່າທີ່ເປັນເອກະລັກສະເພາະ; ໄດ້ຊີມບັນດາເຍື່ອງອາຫານສະເພາະຂອງຮ່າໂນ້ຍ. ວັດທະນະທໍາອາຫານການກິນຂອງນະຄອນຫຼວງຮ່າໂນ້ຍທີ່ເປັນຫຼາຍຮູບຫຼາຍແບບສາມາດຕອບສະໜອງຕາມຄວາມຮຽກຮ້ອງຂອງແຂກທ່ອງທ່ຽວທີ່ມາຈາກທຸກແຖບຖິ່ນ, ປະເທດຊາດ, ລວມທັງບັນດາປະເທດໃນໂລກ, ແຕ່ມັນຍັງຮັກສາໄດ້ຈຸດສະເພາະຂອງປະເທດຫວຽດນາມໄວ້.

ບ ນດາທ ດສະນ ຍະພາບຈ ບອ ກຈ ບໃຈທ ສ ດຢ ຫວຽດນາມ
າໂນ້ຍມີຄວາມສະຫງົບທີ່ສຸດ ດັ່ັງນັ້ນບໍ່ວ່າໃຜທີ່ມາຢ້ຽມຢາມລ້ວນແຕ່ມີຄວາມຮູ້ສຶກປອດໄພ

ຮ່າໂນ້ຍມີຄວາມສະຫງົບທີ່ສຸດ ດັ່ັງນັ້ນບໍ່ວ່າໃຜທີ່ມາຢ້ຽມຢາມລ້ວນແຕ່ມີຄວາມຮູ້ສຶກປອດໄພ. ເຄີຍມີບັນດາປະມຸກລັດ, ບັນດານັກການເມືອງທີ່ມີຊື່ສຽງໄດ້ໄປແລ່ນ, ຍ່າງອ້ອມໜອງຮວ່ານກຽມ, ຍ່າງໄປຕາມຄຸ້ມຖະໜົນສາຍຕ່າງຢູ່ຮ່າໂນ້ຍ ເພື່ອຮັບຮູ້ໄດ້ຄວາມສວຍງາມຢູ່ທີ່ນີ້.

ບ ນດາທ ດສະນ ຍະພາບຈ ບອ ກຈ ບໃຈທ ສ ດຢ ຫວຽດນາມ

ຊາປາ ແມ່ນໜຶ່ງໃນບັນດາທັດສະນີຍະພາບຈັບອົກຈັບໃຈທີ່ສຸດຢູ່ຫວຽດນາມ.(ພາບ:ເລຫວຽດແຄງ)

ເວັບໄຊການທ່ອງທ່ຽວ Trips to Discover (ອາເມລິກາ) ຫາກໍ່ຄັດເລືອກ 14 ສະຖານທີ່ຈັບອົກຈັບໃຈທີ່ສຸດຂອງອາຊີ, ໃນນັ້ນມີຊາປາ (ແຂວງລາວກາຍ) ແລະນິງບິ່ງຂອງຫວຽດນາມ.

ບ ນດາທ ດສະນ ຍະພາບຈ ບອ ກຈ ບໃຈທ ສ ດຢ ຫວຽດນາມ
ນິງບິ່ງ ສ້າງຄວາມດຶ່ງດູດນັກທ່ອງທ່ຽວດ້ວຍທັດສະນີຍະພາບທີ່ສວຍງາມຄືດັ່ງພາບແຕ້ມ.

ນິງບິ່ງ ສ້າງຄວາມດຶ່ງດູດນັກທ່ອງທ່ຽວດ້ວຍທັດສະນີຍະພາບທີ່ສວຍງາມຄືດັ່ງພາບແຕ້ມ. ນອກຈາກນັ້ນ, ແຂວງນິງບິ່ງ ຍັງມີວັດຫຼາຍແຫ່ງ, ພົ້ນເດັ່ນແມ່ນບາຍດິງ, ບິກດົ້ງ.

ມາຮອດຈຸດເວລານີ້, ບັນດາສະຖານທີ່ພັກເຊົາຢູ່ນິງບິ່ງ ໄດ້ ແລະກໍາລັງຜັນຂະຫຍາຍຜະລິດຕະພັນໃໝ່ຫຼາຍຢ່າງ ເພື່ອກະຕຸ້ນການທ່ອງທ່ຽວຢູ່ພາຍໃນປະເທດ. ທາງແຂວງນິງບິ່ງ ຍັງສຸມໃສ່ຜັນຂະຫຍາຍບັນດາມາດຕະການພັດທະນາການທ່ອງທ່ຽວຢ່າງຄົບຊຸດ.

ບ ນດາທ ດສະນ ຍະພາບຈ ບອ ກຈ ບໃຈທ ສ ດຢ ຫວຽດນາມ
ບ ນດາທ ດສະນ ຍະພາບຈ ບອ ກຈ ບໃຈທ ສ ດຢ ຫວຽດນາມ

ຂົວຄໍາຂອງຫວຽດນາມ ລອດເຂົ້າ Top ບັນດາຂົວງາມຕາ ແລະປະທັບໃຈທີ່ສຸດຢູ່ໂລກ

ເວັບໄຊ Insider (ຂອງອາເມລິກາ) ໄດ້ຄັດເລືອກເອົາຮູບຂົວຄໍາເປັນຮູບຫຼັກຂອງບົດຂຽນດ້ວຍການພັນລະນາດັ່ງນີ້: ຂົວຄໍາທີ່ຮຸ່ງເຮືອງເຫຼືອງເຫຼື້ອມ, ປະທັບໃຈປຽບເໝືອນຜ້າໄໝຄໍາຖືກຍົກຂຶ້ນດ້ວຍຝາມືໃຫຍ່ພິລຶກທີ່ພົ້ນເດັ່ນໃນທ່າມກາງເຂດພູຜາປ່າໄມ້ຂຽວອຸ່ມທຸ່ມ.

ບ ນດາທ ດສະນ ຍະພາບຈ ບອ ກຈ ບໃຈທ ສ ດຢ ຫວຽດນາມ

ຖ້ຳເຊີນດ່ອງ ແມ່ນສະຖານທີ່ທໍາມະຊາດ ທຳລາຍສະຖິຕິໂລກ

ບ ນດາທ ດສະນ ຍະພາບຈ ບອ ກຈ ບໃຈທ ສ ດຢ ຫວຽດນາມ
ຖໍ້າເຊີນດ່ອງ ຂອງຫວຽດນາມ ນອນໃນເຂດປ່າສະຫງວນແຫ່ງຊາດຟອງຍາ–ແກ໋ບ່າງ, ແຂວງກວ໋າງບິ່ງ, ເຊິ່ງມີລວງຍາວກວ່າ 9 ກິໂລແມັດ, ນີ້ແມ່ນຖໍ້າກວ້າງທີ່ສຸດຢູ່ໃນໂລກ.

ກໍ່ຕາມເວັບໄຊ Insider ແລ້ວຖໍ້າ ເຊີນດ່ອງ ຂອງຫວຽດນາມ ນອນໃນເຂດປ່າສະຫງວນແຫ່ງຊາດຟອງຍາ–ແກ໋ບ່າງ, ແຂວງກວ໋າງບິ່ງ, ເຊິ່ງມີລວງຍາວກວ່າ 9 ກິໂລແມັດ, ນີ້ແມ່ນຖໍ້າກວ້າງທີ່ສຸດຢູ່ໃນໂລກ. ຄາດຄະເນວ່າ ຖໍ້າແຫ່ງນີ້ມີມາແຕ່ປະມານ 400 ຫາ 450 ລ້ານປີກ່ອນ ແຕ່ວ່າຫາກໍ່ໄດ້ຄົ້ນພົບໃນປີ 2009 ນີ້. ດ້ວຍລວງກວ້າງແມ່ນ 150 ແມັດ ແລະລວງສູງ 200 ແມັດ, ຖໍ້າເຊີນດ່ອງ ມີຄວາມກວ້າງໃຫຍ່ຢ່າງພຽງພໍ, ມີລະບົບອາກາດຖ່າຍເທທີ່ເປັນເອກະລາດກັບໂລກພາຍນອກ.

ບ ນດາທ ດສະນ ຍະພາບຈ ບອ ກຈ ບໃຈທ ສ ດຢ ຫວຽດນາມ
ບ ນດາທ ດສະນ ຍະພາບຈ ບອ ກຈ ບໃຈທ ສ ດຢ ຫວຽດນາມ
ໂຮ້ຍອານ ແມ່ນສະຖານທີ່ທ່ອງທ່ຽວດຶງດູດນັກທ່ອງທ່ຽວໃນໂລກມາຢ້ຽມຢາມ

ນັບແຕ່ດົນນານມາແລ້ວ, ໂຮ້ຍອານ ແມ່ນສະຖານທີ່ທ່ອງທ່ຽວດຶງດູດນັກທ່ອງທ່ຽວໃນໂລກມາຢ້ຽມຢາມ, ຊອກຮູ້ບັນດາສາຖາປັດຕະຍະກຳເກົ່າ ແລະບັນດາຄອງເໝືອງໄຫຼອ້ອມນະຄອນ; ຈຸດພົ້ນເດັ່ນພິເສດທີ່ສ້າງຄວາມປະທັບໃຈໃຫ້ເພື່ອນຜູ້ອ່ານຂອງໜັງສືພິມນີ້ແມ່ນວັດທະນະທຳ ແລະຊາວໂຮ້ຍອານ.

ນັບແຕ່ນີ້ຈົນຮອດທ້າຍປີ 2020, ແຂວງກວ໋າງນິງ ຈະສຸມໃສ່ເຂົ້າບັນດາເນື້ອໃນຈັດຕັ້ງລາຍການສົ່ງເສີມການທ່ອງທ່ຽວແຂວງກວ໋າງນິງ ຢູ່ບັນດາຕະຫຼາດທ່ອງທ່ຽວສາກົນ, ຄື: ເຊັກໂກ, ອິນເດຍ; ບັນດາຕະຫຼາດທ່ອງທ່ຽວພາຍໃນປະເທດ, ຄື: ໄຕງວຽນ, ພາກໃຕ້, ພາກຕາເວັນຕົກສ່ຽງໃຕ້; ຈັດຕັ້ງການກະຕຸກຊຸກຍູ້ ແລະການສື່ສານກ່ຽວກັບ “ການທ່ອງທ່ຽວກວ໋າງນິງ ມີຄວາມປອດໄພ”.

ນອກຈາກນີ້, ແຂວງກວ໋າງນິງ ຍັງສ້າງການກະຕຸກຊຸກຍູ້ການທ່ອງທ່ຽວທີ່ເປັນເອກະລັກສະເພາະ, ຄື: “ສະແດງຄວາມຮູ້ບຸນຄຸນຕໍ່ແຂກທ່ອງທ່ຽວພ້ອມກັນຜ່ານຜ່າພະຍາດໂຄວິດ-19, “ຮ້າລອງ-ສູນກາງແຫ່ງການທ່ອງທ່ຽວສາກົນ”, “ຄົ້ນຫາກວ໋າງນິງ, ບັນດາສະຖານທີ່ທ່ອງທ່ຽວໃໝ່....

ບ ນດາທ ດສະນ ຍະພາບຈ ບອ ກຈ ບໃຈທ ສ ດຢ ຫວຽດນາມ
ອ່າວຮ້າລອງ

ໄດ້ຊົມແສງອະລຸນຢູ່ອ່າວຮ້າລອງ, ສິ່ງມະຫັດສະຈັນທຳມະຊາດແມ່ນສິ່ງເປັນໜ້າຈົດຈຳ. ເພື່ອຊົມແສງອະລຸນ, ນັກທ່ອງທ່ຽວກໍ່ຄວນເຂົ້າຮ່ວມລາຍການທ່ອງທ່ຽວດ້ວຍເຮືອໃນອ່າວຮ້າລອງ ແລະຕື່ນນອນໃນເວລາ 5 ໂມງເຊົ້າ.

ຕາມການຕີລາຄາຂອງ Bussines Insider, ອ່າວຮ້າລອງ ໄດ້ສ້າງຄວາມປະທັບໃຈຢ່າງແຮງໃຫ້ແກ່ແຂກທ່ອງທ່ຽວ ເພາະທິວທັດທໍາມະຊາດທີ່ຫາຍາກ ແລະພູມມີປະເທດຫຼາຍຮູບຫຼາຍແບບ. ອົງການ UNESCO ໄດ້ຮັບຮອງ ອ່າວຮ້າລອງ ເປັນມໍລະດົກທໍາມະຊາດຂອງໂລກ, ດ້ວຍບັນດາຈອມພູທີ່ໃຫຍ່ໂຕມະໂຫຖານ ແລະໜ້ານໍ້າຂຽວສົດໃສ. ຢູ່ທີ່ນີ້ມີເກາະປະມານ 2.000 ແຫ່ງທີ່ຕັ້ງກະແຈກກະຈາຍໃນເນື້ອທີ່ກວ່າ 1.500 ຕາລາງກິໂລແມັດ.

ບ ນດາທ ດສະນ ຍະພາບຈ ບອ ກຈ ບໃຈທ ສ ດຢ ຫວຽດນາມ ການເຕີບໂຕເສດຖະກິດ ຫວຽດນາມ ຄາດຄະເນວ່າ ຈະຟື້ນຕົວໃນ 6 ເດືອນທ້າຍປີນີ້ ດ້ວຍກຳລັງໜູນສຳຄັນທີ່ມາຈາກກຳລັງແຮງພາຍໃນຂອງພື້ນຖານເສດຖະກິດ

ຍສໝ - ນັກຊ່ຽວຊານດ້ານເສດຖະກິດພາກພື້ນອາຊີ, ຂຶ້ນກັບທະນາຄານ Standard Chartered ໃຫ້ຮູ້ວ່າ: ການເຕີບໂຕເສດຖະກິດ ຫວຽດນາມ ຄາດຄະເນວ່າ ຈະຟື້ນຕົວໃນ 6 ເດືອນທ້າຍປີນີ້ ດ້ວຍກຳລັງໜູນສຳຄັນທີ່ມາຈາກກຳລັງແຮງພາຍໃນຂອງພື້ນຖານເສດຖະກິດ.

ບ ນດາທ ດສະນ ຍະພາບຈ ບອ ກຈ ບໃຈທ ສ ດຢ ຫວຽດນາມ ສືບຕໍ່ນຳສົ່ງພົນລະເມືອງ ຫວຽດນາມ ຈາກ ອົດສະຕາລີ ກັບຄືນປະເທດ

ຍສໝ - ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ໄດ້ສົມທົບກັບສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Sydney, Perth ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ຈະຈັດຖ້ຽວບິນຈາກ Sydney ກັບມາປະເທດໃນຕົ້ນເດືອນ ສິງຫາ 2020.

ບ ນດາທ ດສະນ ຍະພາບຈ ບອ ກຈ ບໃຈທ ສ ດຢ ຫວຽດນາມ ຫວຽດນາມ ປະກອບສ່ວນຢ່າງສໍາຄັນໃຫ້ແກ່ພາກພື້ນໃນໄລຍະຮັບຕໍາແໜ່ງເປັນປະທານອາຊຽນ

ຍສໝ - ນີ້ແມ່ນ ຄຳພິນິດໄສຂອງທ່ານ Ahmad Ibrahim Almutaqqi - ຜູ້ອຳນວຍການໂຄງການຄົ້ນຄ້ວາອາຊຽນຂອງສູນ Habibie (ອິນໂດເນເຊຍ) ໃນການໂອ້ລົມກັບນັກຂ່າວສຳນັກຂ່າວສານຫວຽດນາມ ທີ່ປະຈຳຢູ່ ຈາກາຕາ - ອິນໂດເນເຊຍ.

ໄຊພອນ

ເຫດການ
302 Found

Found

The document has moved here.