ການທ່ອງທ່ຽວທາງວັດທະນະທຳ ກໍ່ຂາດບໍ່ໄດ້ໂດຍສະເພາະວັດຊຽງທອງ ຊຶ່ງມີຫລາຍຢ່າງໜ້າສຶກສາຄົ້ນຄວ້າເປັນຕົ້ນສະຖາປັດຕະຍາກຳເກົ່າແກ່ ແລະ ການຕົບແຕ່ງແບບລາວແທ້

19:02 | 22/10/2020

ຈຸດໝາຍປາຍທາງການທ່ອງທ່ຽວຂອງຄົນລາວ ແລະ ຕ່າງປະເທດຢູ່ແຂວງຫລວງພະບາງນອກຈາກແຫລ່ງທ່ອງທ່ຽວທຳມະຊາດ ປະຫວັດສາດແລ້ວ, ການທ່ອງທ່ຽວທາງວັດທະນະທຳ ກໍ່ຂາດບໍ່ໄດ້ໂດຍສະເພາະວັດຊຽງທອງ ຊຶ່ງມີຫລາຍຢ່າງໜ້າສຶກສາຄົ້ນຄວ້າເປັນຕົ້ນສະຖາປັດຕະຍາກຳເກົ່າແກ່ ແລະ ການຕົບແຕ່ງແບບລາວແທ້. 

ການທ ອງທ ຽວທາງວ ດທະນະທຳ ກ ຂາດບ ໄດ ໂດຍສະເພາະວ ດຊຽງທອງ ຊ ງມ ຫລາຍຢ າງໜ າສ ກສາຄ ນຄວ າເປ ນຕ ນສະຖາປ ດຕະຍາກຳເກ າແກ ແລະ ການຕ ບແຕ ງແບບລາວແທ ອາຊຽນ ໜູນຊ່ວຍແຂວງເທື່ອທຽນ-ເຫວ້ ແລະກວ໋າງຈິ້ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ
ການທ ອງທ ຽວທາງວ ດທະນະທຳ ກ ຂາດບ ໄດ ໂດຍສະເພາະວ ດຊຽງທອງ ຊ ງມ ຫລາຍຢ າງໜ າສ ກສາຄ ນຄວ າເປ ນຕ ນສະຖາປ ດຕະຍາກຳເກ າແກ ແລະ ການຕ ບແຕ ງແບບລາວແທ ຫວຽດນາມ ແລະເປຣູ ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານ
ການທ ອງທ ຽວທາງວ ດທະນະທຳ ກ ຂາດບ ໄດ ໂດຍສະເພາະວ ດຊຽງທອງ ຊ ງມ ຫລາຍຢ າງໜ າສ ກສາຄ ນຄວ າເປ ນຕ ນສະຖາປ ດຕະຍາກຳເກ າແກ ແລະ ການຕ ບແຕ ງແບບລາວແທ
ວັດຊຽງທອງ

ວັດຊຽງທອງ ຊຶ່ງເປັນວັດທີ່ສຳຄັນ ແລະ ມີຄວາມງົດງາມທີ່ສຸດແຫ່ງນີ້ ຈົນໄດ້ຮັບການຍົກຍ້ອງຈາກນັກບູຮານຄະດີ ວ່າເປັນດັ່ງອັນຍະມະນີແຫ່ງສະຖາປັດຕະຍະກຳລາວ ວັດຊຽງທອງຖືກສ້າງຂຶ້ນໃນລາຊະສະໄໝພຣະເຈົ້າໄຊເສດຖາທິລາດ ຫລັງຈາກສ້າງວັດນີ້ບໍ່ດົນພະອົງກໍຊົງຍ້າຍເມືອງຫລວງໄປຍັງນະຄອນວຽງຈັນ ແລະ ວັດນີ້ຍັງໄດ້ຮັບການອຸບປະຖຳເບິ່ງແຍງ ຈາກເຈົ້າມະຫາຊີວິດສີສະຫວ່າງວົງ ແລະ ເຈົ້າມະຫາຊີວິດສີສະຫວ່າງວັດທະນາ ເຈົ້າມະຫາຊີວິດ ສອງພະອົງສຸດທ້າຍຂອງລາວ ເມື່ອເດິນທາງມາເຖິງວັດນີ້ສິ່ງທຳອິດກໍຄືການໄປຊົມພຣະອຸໂປສົດ ຫລື ທີ່ເອີ້ນວ່າ “ສິມ” ແມ່ນຂະໜາດ ຈະບໍ່ໃຫຍ່ ແຕ່ກໍສະແດງເຖິງສະຖາປັດຕະຍະກຳທາງສາດສະຫນາແບບຫລວງພະບາງແທ້ໆ ດ້ວຍຫລັງຄາພຣະອຸໂປສົດ ທີ່ແອ່ນໂຄ້ງຊ້ອນກັນຢູ່ 3 ຊັ້ນ ຫຼຸດລື່ນເກືອບຮອດຖານຈົນເບິ່ງຄ່ອນຂ້າງເຕີ້ຍ ສ່ວນກາງຂອງຫລັງຄາມີເຄື່ອງຍອດສີທອງຊຶ່ງຊາວລາວຈະຮຽກວ່າ “ຊໍ່ຟ້າ ” ປະກອບດ້ວຍ 17 ຊໍ່ ອັນມີຄວາມຫມາຍວ່າເປັນ "ສິມ” (ອຸໂປສົດ) ທີ່ເຈົ້າມະຫາຊີວິດຊົງສ້າງຂຶ້ນ ສ່ວນ “ສິມ” ທີ່ຄົນສາມັນສ້າງຈະມີຊໍ່ຟ້າພຽງ 1-7 ຊໍ່ເທົ່ານັ້ນ ເຊື່ອກັນວ່າບໍລິເວນປ່ອງສີ່ຫລ່ຽມນ້ອຍໆ ເຄິ່ງກາງຂອງຊໍ່ຟ້າເຄີຍໃຊ້ເປັນທີ່ເກັບຂອງມີຄ່າ ປະຈຸບັນເຫລືອພຽງປ່ອງວ່າງເປົ່າ ຖັດມາທີ່ສ່ວນຂອງໜ້າບັນມີ “ໂຫງ່” ຮູບຮ່າງຄ້າຍຫົວນາກເປັນສ່ວນປະດັບຕາມຄະຕິທຳທາງພຸດທະສາດສະຫນາເມື່ອຍ່າງເຂົ້າຕໍ່ມາທີ່ປະຕູພະອຸໂປສົດ ຈະສະດຸດຕາກັບລວດລາຍແກະສະຫລັກອັນສວຍງາມ ເຊັ່ນດຽວກັບທີ່ປ່ອງຢ້ຽມ.

ຝາພາຍໃນກໍສວຍງາມດ້ວຍລວດລາຍປິດທອງສະຫລຸເທິງພື້ນສີດຳ ເລົ່າເລື່ອງພຸດທະປະຫວັດ, ທ້າວສີທົນ, ພະເຈົ້າ10ຊາດ ແລະ ພາບນິທານເພື່ອນບ້ານ ເລິກເຂົ້າໄປຄືພະປະທານຊຶ່ງມີຊື່ວ່າ “ພະອົງຫລວງ” ນອກຈາກວັດຊຽງທອງຈະມີພະອຸໂປສົດທີ່ໂດດເດັ່ນດ້ວຍສະຖາປັດຕະຍະກຳແບບລ້ານຊ້າງແລ້ວ ການຕົບແຕ່ງລວດລາຍຕາມຝາພາຍໃນກໍສວຍງາມຄືກັນ ບໍລິເວນຝາດ້ານຫລັງຂອງພະອຸໂປສົດກໍມີການຕົບແຕ່ງດ້ວຍການເອົາແກ້ວສີມາຕັດຕໍ່ກັນເປັນຮູບຕົ້ນໂພຂະໜາດໃຫຍ່ ດ້ານຂ້າງກໍຕິດເປັນຮູບສັດໃນວັນນະຄະດີ ຍາມບ່າຍທີ່ແສງແດດສ່ອງສະທ້ອນລົງມາເບິ່ງງົດງາມ.

ການທ ອງທ ຽວທາງວ ດທະນະທຳ ກ ຂາດບ ໄດ ໂດຍສະເພາະວ ດຊຽງທອງ ຊ ງມ ຫລາຍຢ າງໜ າສ ກສາຄ ນຄວ າເປ ນຕ ນສະຖາປ ດຕະຍາກຳເກ າແກ ແລະ ການຕ ບແຕ ງແບບລາວແທ
ເຄື່ອງປັ້ນດິນເຜົາເຄືອບແບບບູຮານດັ້ງເດີມ

ວັດຊຽງທອງ ສ້າງຕັ້ງຂຶ້ນເມື່ອປີ ຄສ 1560 ໂດຍພະເຈົ້າໄຊຍະເສດຖາທິລາດ, ຕັ້ງຢູ່ໃກ້ແມ່ນ້ຳຂອງ, ເປັນວັດເກົ່າແກ່ ແລະ ມີສະຖາປັດຕະຍະກຳລ້ານຊ້າງທີ່ສວຍງາມແຫ່ງໜຶ່ງໃນນະຄອນຫລວງພະບາງ. ຂະນະທີ່ຜ່ານມາ, ວັດຊຽງທອງ ໄດ້ຮັບລາງວັນລະດັບສາກົນຄື ລາງວັນການອະນຸລັກມໍລະດົກທີ່ດີ ເດັ່ນຂອງໂລກ ໂດຍອົງການ UNESCO ປີ 2015 ແລະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ (ຜະລິດຕະພັນການທ່ອງທ່ຽວໃນຕົວເມືອງ) ທີ່ປະກາດ ແລະ ມອບລາງວັນຢູ່ປະເທດບຣູໄນ ໃນວັນທີ 16 ມັງກອນ 2020. ຈຸດໝາຍປາຍທາງການທ່ອງທ່ຽວຂອງຄົນລາວ ແລະ ຕ່າງປະເທດຢູ່ແຂວງຫລວງພະບາງນອກຈາກແຫລ່ງທ່ອງທ່ຽວທຳມະຊາດ ປະຫວັດສາດແລ້ວ, ການທ່ອງທ່ຽວທາງວັດທະນະທຳ ກໍ່ຂາດບໍ່ໄດ້ໂດຍສະເພາະວັດຊຽງທອງ ຊຶ່ງມີຫລາຍຢ່າງໜ້າສຶກສາຄົ້ນຄວ້າເປັນຕົ້ນສະຖາປັດຕະຍາກຳເກົ່າແກ່ ແລະ ການຕົບແຕ່ງແບບລາວແທ້.

ນອກຈາກນັ້ນ, ຖ້າໄປຫລວງພະບາງຂໍແນະນຳໄປບ້ານຈ່ານເໜືອ ເມືອງຈອມເພັດ ນອກຈາກໄດ້ເບິ່ງ ແລະ ເຫັນປະຈັກຂັ້ນຕອນການຜະລິດເຄື່ອງປັ້ນດິນເຜົາເຄືອບແບບບູຮານດັ້ງເດີມຫລາຍຂະໜາດ ຫລາຍຊະນິດທີ່ເນັ້ນຄຸນນະພາບແລ້ວຍັງສາມາດເລືອກຊື້ຕິດໄມ້ຕິດມືມາໃຊ້ ຫລື ເປັນຂອງຕ້ອນຂອງຝາກກໍ່ບໍ່ວ່າ. ພຽງແຕ່ເດີນທາງຈາກນະຄອນຫລວງພະບາງ ຂີ່ເຮືອບັກຂ້າມຜ່ານ ບ້ານຊຽງແມນ ມຸ່ງໜ້າສູ່ບ້ານຈ່ານເໜືອ 4 ກິໂລແມັດ ເທົ່ານັ້ນ.

ການທ ອງທ ຽວທາງວ ດທະນະທຳ ກ ຂາດບ ໄດ ໂດຍສະເພາະວ ດຊຽງທອງ ຊ ງມ ຫລາຍຢ າງໜ າສ ກສາຄ ນຄວ າເປ ນຕ ນສະຖາປ ດຕະຍາກຳເກ າແກ ແລະ ການຕ ບແຕ ງແບບລາວແທ ນໍ້າກັດຢໍລະປາ ເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ມີຊື່ສຽງແຫ່ງໜຶ່ງຂອງລາວ ເວົ້າສະເພາະຢູ່ແຂວງອຸດົມໄຊ

ນໍ້າກັດຢໍລະປາ ເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ມີຊື່ສຽງແຫ່ງໜຶ່ງຂອງລາວ ເວົ້າສະເພາະຢູ່ແຂວງອຸດົມໄຊ ແລະຢູ່ຫ່າງຈາກເທສະບານເມືອງໄຊ ແຂວງອຸດົມໄຊ 17 ກິໂລແມັດ.

ການທ ອງທ ຽວທາງວ ດທະນະທຳ ກ ຂາດບ ໄດ ໂດຍສະເພາະວ ດຊຽງທອງ ຊ ງມ ຫລາຍຢ າງໜ າສ ກສາຄ ນຄວ າເປ ນຕ ນສະຖາປ ດຕະຍາກຳເກ າແກ ແລະ ການຕ ບແຕ ງແບບລາວແທ ສປປ.ລາວ: ສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ”

ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວລາວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ກະຕຸ້ນການທ່ອງທ່ຽວ ແບບ “ລາວທ່ຽວລາວ” ກະຊວງຖະແຫ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ກໍຄື ລັດຖະບານ ໄດ້ຊຸກຍູ້ພາກທຸລະກິດ ຮ່ວມກັນສ້າງລາຍການທ່ອງທ່ຽວໃຫ້ຫລກຫລາຍ, ມີສ່ວນຫລຸດຫລາຍຮູບແບບ ເປັນຕົ້ນ ສ່ວນຫລຸດລາຍການທ່ອງທ່ຽວ, ສ່ວນຫລຸດໂຮງແຮມ, ເຮືອນພັກ, ຮ້ານອາຫານ-ເຄື່ອງດື່ມ ແລະ ອື່ນໆ.

ການທ ອງທ ຽວທາງວ ດທະນະທຳ ກ ຂາດບ ໄດ ໂດຍສະເພາະວ ດຊຽງທອງ ຊ ງມ ຫລາຍຢ າງໜ າສ ກສາຄ ນຄວ າເປ ນຕ ນສະຖາປ ດຕະຍາກຳເກ າແກ ແລະ ການຕ ບແຕ ງແບບລາວແທ ລາວ: ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ຮັບຟັງລາຍງານ, ພິຈາລະນາ ແລະ ຕົກລົງບັນຫາສໍາຄັນຕ່າງໆ ຂອງຊາດ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຈະໄຂຂຶ້ນໃນວັນທີ 27 ຕຸລາ ຫາ 17 ພະຈິກ 2020.

vietlao.vietnam.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.