ຕາມ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ແລ້ວ ພາຍຫຼັງ ຜັນຂະຫຍາຍໂຄງການກະຕຸ້ນການທ່ອງທ່ຽວພາຍໃນປະເທດໃນຊຸມເດືອນທ້າຍປີ ດ້ວຍຫົວຂໍ້ວ່າ “ການທ່ອງທ່ຽວຫວຽດນາມ ມີຄວາມປອດໄພ ແລະ ດູດດືມ” ມາເປັນ 3 ອາທິດ, ບັນດາທ້ອງຖິ່ນ, ວິສາຫະກິດສືບຕໍ່ຮ່ວມມືສ້າງສາຍສຳພັນ ກະຕຸ້ນຢ່າງມີປະສິດທິຜົນ. ບັນດາວິສາຫະກິດທ່ອງທ່ຽວໄດ້ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ, ສ້າງຜະລິດຕະພັນທີ່ມີຄວາມດູດດຶ່ມຄື ໃຫ້ບຸລະມະສິດ, ຫຼຸດລາຄາເຊົ່າຫ້ອງ, ຮ່ວມມືກັບບັນດາບໍລິສັດການບິນ, ຂະແໜງການບິນ, ເສັ້ນທາງລົດໄຟພວມມີທ່າຟື້ນຟູຄືນ, ເຊິ່ງເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.
![]() |
ພາບປະກອບ |
ທ່ານ ເຈືອງນາມຖັ໋ງ ຊ່ຽວຊານຂັ້ນສູງຝ່າຍການຕະຫຼາດ (marketing) ແລະນະໂຍບາຍການທ່ອງທ່ຽວຂອງໂຄງການທ່ອງທ່ຽວແບບຍືນຍົງຂອງປະເທດສະວິດໃຫ້ຂໍ້ສັງເກດວ່າ: “ປີ 2019 ຂະແໜງການທ່ອງທ່ຽວສ້າງລາຍຮັບໄດ້ 775.000 ຕື້ດົ່ງ (ປະມານ 34 ຕື້ໂດລາສະຫະລັດ). ຍ້ອນຜົນກະທົບຂອງພະຍາດໂຄວິດ-19, ໃນປີ 2020, ຂະແໜງການທ່ອງທ່ຽວຫວຽດນາມ ຄາດຄະເນວ່າອາດຈະເສຍລາຍຮັບແຕ່ 24 ເຖິງ 29 ຕື້ໂດລາສະຫະລັດ”.
ພາຍຫຼັງໄລຍະຢຸດຕິການເຄື່ອນໄຫວຊົ່ວຄາວ, ສະຖານທີ່ທ່ອງທ່ຽວຢູ່ຫວຽດນາມ, ຄື: ຝູກ໊ວກ (ກຽນຢາງ), ກວາງນິງ, ຫາຍຝອງ, ແທັງຮວ໋າ, ດ່ານັ໊ງ, ເລິມດົ່ງ... ໄດ້ເປີດປະຕູຄືນໃໝ່, ເພື່ອຮັບໃຊ້ການຕ້ອນຮັບແຂກທ່ອງທ່ຽວທີ່ມາຢ້ຽມຢາມ, ທ່ອງທ່ຽວຢ່າງມີຄວາມປອດໄພ. ບັນດາບໍລິສັດການທ່ອງທ່ຽວ, ໂຮງແຮມ, ຄື: Fiditour, Vietravel, HanoidRedtours, JW Marriott ຝູກ໊ວກ Emerald Bay... ໄດ້ສ້າງແຜນການໂປຼໂມຊັນທີ່ຈັບໃຈຕື່ມອີກເພື່ອກາຍເປັນ “ຈຸດເຄັ່ງຮ້ອນ” ຂອງຕະຫຼາດ. ຢູ່ທ້ອງຖິ່ນຕ່າງໆ, ອໍານາດການປົກຄອງ ແລະບັນດາວິສາຫະກິດໄດ້ພ້ອມກັນເຂົ້າຮ່ວມ.
![]() |
ຮູບພາບຫວຽດນາມ ທີ່ໄດ້ສາຍຜ່ານຊ່ອງໂທລະພາບ CNN. ພາບ: TAB |
ທ່ານ ຫວູເທບິ່ງ, ຮອງປະທານສະຫະສະມາຄົມການທ່ອງທ່ຽວຫວຽດນາມ ເນັ້ນໜັກວ່າ “ເພື່ອໃຫ້ພວກເຮົາປະຕິບັດການກະຕຸກຊຸກຍູ້ການທ່ອງທ່ຽວທົ່ວປະເທດສະນັ້ນຄວນເອົາໃຈໃສ່ບັນດາກໍາລັງຕ່າງໆຢ່າງຄົບຊຸດເພື່ອສະແດງໃຫ້ເຫັນກໍາລັງແຮງຂອງຂະແໜງການທ່ອງທ່ຽວຫວຽດນາມ. ກໍາລັງແຮງເຫຼົ່ານັ້ນຕ້ອງການຄວາມຮ່ວມແຮງຮ່ວມໃຈຂອງພາກສ່ວນທັງໝົດເຂົ້າຮ່ວມດ້ວຍການສ້າງກໍາລັງຂອງຕົນໃຫ້ມີສະຖຽນລະພາບຄືນໃໝ່ເພື່ອກະກຽມຕ້ອນຮັບລະດູການທ່ອງທ່ຽວໃໝ່. ປະຈຸບັນ, ບໍ່ວ່າທ້ອງຖິ່ນໃດກໍ່ຢາກຕ້ອນຮັບແຂກທ່ອງທ່ຽວ, ນີ້ແມ່ນການແກ່ງແຍ້ງກັນ, ຖ້າທ້ອງຖິ່ນໃດເຮັດບໍ່ດີນັ້ນແຂກທ່ອງທ່ຽວຈະໄປທ້ອງຖິ່ນອື່ນ. ສະນັ້ນ, ພວກເຮົາຕ້ອງມີການເຂົ້າຮ່ວມຢ່າງຄົບຊຸດຂອງບັນດາທ້ອງຖິ່ນ, ບັນດາສະຖານທີ່ທ່ອງທ່ຽວໃນທົ່ວປະເທດ”.
ເມື່ອບໍ່ດົນມານີ້, Video ໂຄສະນາເຜີຍແຜ່ການທ່ອງທ່ຽວຫວຽດນາມ ຍາວ 30 ວິນາທີ ໄດ້ສາຍຜ່ານຊ່ອງໂທລະພາບ CNN ຢ່າງເປັນທາງການ. Video ມີຫົວຂໍ້ວ່າ “Why not Vietnam?” ດ້ວຍບັນດາເນື້ອໃນຄື ແນະນໍາຫວຽດນາມແມ່ນສະຖານທີ່ທ່ອງທ່ຽວປອດໄພ, ຫວຽດນາມ ມີມາດຕະການຮັກສາຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ, ຫວຽດນາມ ມີຫຼາຍສະຖານທີ່ທ່ອງທ່ຽວຍັງບໍ່ທັນໄດ້ຄົ້ນຫາ ຫຼືຄົ້ນຫາຍັງບໍ່ຫຼາຍ, ມີທັດສະນີຍະພາບທໍາມະຊາດທີ່ເປັນຫຼາຍຮູບຫຼາຍແບບ, ອາຫານການກິນທີ່ຍອດຍິ່ງ, ມີວັດທະນະທໍາ, ມູນເຊື້ອ, ປະຊາຊົນທ້ອງຖິ່ນທີ່ເປັນມິດສະໜິດສະໜົມ ແລະການທ່ອງທ່ຽວຫວຽດນາມ ພວມມີທ່າອ່ຽງພັດທະນາແບບຍືນຍົງ.
![]() |
ທ່ານ ຫງວຽນແທັ່ງລອງ ຮັກສາການລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: suckhoedoisong.vn) |
ທ່ານ ຫງວຽນແທັ່ງລອງ ຮັກສາການລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຊີ້ແຈ້ງວ່າ ມີຫຼາຍການຄາດຄະເນວ່າ ໂລກລະບາດຈະແກ່ຍາວເຖິງທ້າຍປີ 2021, ສິ່ງດັ່ງກ່າວໝາຍຄວາມວ່າ ຫວຽດນາມ ຍາມໃດກໍຕ້ອງຢູ່ໃນທ່າກຽມພ້ອມເພື່ອປະເຊີນໜ້າຕໍ່ສູ້ກັບໂລກລະບາດ. ຫຼາຍປະເທດໄດ້ກວດພົບກໍລະນີຕິດເຊື້ອຄືນໃໝ່ ແລະ ແຜ່ລະບາດອອກສູ່ຊຸມຊົນ. ດັ່ງນັ້ນ, ບັນດາທ້ອງຖິ່ນຕ້ອງກວດກາຄືນທຸກແຜນການປ້ອງກັນ, ສະກັດກັ້ນໂລກລະບາດ. ກ່ຽວກັບຫຼັກການໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ຫວຽດນາມ ຍັງຮັກສາ 5 ຫຼັກການ ນັ້ນແມ່ນ ສະກັດກັ້ນ; ກວດພົບ; ແຍກຕົວ; ຈຳກັດບໍລິເວນ ດັບມອບ ແລະ ປິ່ນປົວຢ່າງມີປະສິດທິຜົນ.
![]() | ຫວຽດນາມ ຄັດຄ້ານຈີນ ສ້າງຕັ້ງວິສາຫະກິດຢູ່ຮວ່າງຊາຂອງຫວຽດນາມ ຍສໝ - ຫຼັກໝ້ັນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຄັດຄ້ານຢ່າງແຮງກ່ຽວກັບການສ້າງຕັ້ງອັນທີ່ໄດ້ເອີ້ນວ່ານະຄອນຕາມຊາ ແລະບັນດາພຶດຕິກຳທີ່ມີສ່ວນກ່ຽວຂ້ອງ ຍ້ອນວ່າໄດ້ລະເມີດອະທິປະໄຕຂອງຫວຽດນາມຢ່າງຮ້າຍແຮງ. |
![]() | ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 39,15 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດໄດ້ເພີ່ມຂຶ້ນເປັນ 1.102.412 ຄົນ ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດກວ່າ 8,21 ລ້ານຄົນ, ມີຜູ້ເສຍຊີວິດ 222.706 ຄົນ. |
![]() | ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດແມ່ນ 1122 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີ 1026 ຄົນ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ 9 ຄົນ, ນີ້ແມ່ນຜູ້ຕິດເຊື້ອກັບມາຈາກຕ່າງປະເທດ ແລະ ໄດ້ຮັບການແຍກຕົວໃນທັນທີ. |
ໄຊພອນ