ບັນດາກິດຈະກໍາເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ນັກສຶກສາລາວ ແລະກໍາປູເຈຍ ຕ້ອນຮັບບຸນປີໃໝ່
ຫວ່າງແລ້ວນີ້, ສະຫະພັນແຮງງານນະຄອນໂຮ່ຈີມິນ ຈັດຕັ້ງລາຍການ “ບຸນເຕັດປຸ້ມລຸມ” ໃຫ້ແກ່ກໍາມະກອນທີ່ປະສົບກັບຄວາມຫຍຸ້ງຍາກ, ບໍ່ມີເງື່ອນໄຂກັບເມືອບ້ານຕ້ອນຮັບປີໃໝ່.
ຫວ່າງແລ້ວນີ້, ສະຫະພັນແຮງງານນະຄອນໂຮ່ຈີມິນ ຈັດຕັ້ງລາຍການ “ບຸນເຕັດປຸ້ມລຸມ” ໃຫ້ແກ່ກໍາມະກອນທີ່ປະສົບກັບຄວາມຫຍຸ້ງຍາກ, ບໍ່ມີເງື່ອນໄຂກັບເມືອບ້ານຕ້ອນຮັບປີໃໝ່.
ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດໄດ້ຈັດຕັ້ງກອງປະຊຸມສະຫຼຸບ 2 ປີ ຫວຽດນາມ ດຳລົງຕຳແໜ່ງກຳມະການບໍ່ຖາວອນຢູ່ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາກອງປະຊຸມ.
ທ່ານ ເຈີນຫວຽດທາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ໄດ້ສົ່ງຄຳອວຍພອນປີໃຫມ່ ມາຍັງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ມາເລເຊຍ.
ຄະນະຜູ້ແທນຊາວຫວຽດນາມ ດີເດັ່ນ ອາໄສຢູ່ຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມການເຄື່ອນໄຫວ ປ່ອຍປາໄນຄຳ ພ້ອມກັບທ່ານປະທານປະເທດ ແລະ ພັນລະຍາ ຢູ່ເຂດໜອງປາລຸງໂຮ່.
ຍສໝ - ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ທ່ານພົນໂທ ຮວ່າງຊວນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບ ທ່ານພັນເອກ Eugene Vincent Jeoffrey Dudley ທີ່ປຶກສາທູດປ້ອງກັນຊາດອາຟະລິກາໃຕ້ ປະຈໍາ ຫວຽດນາມ.
ຍສໝ - ເນື່ອງໃນໂອກາດຄະນະຜູ້ແທນສະພາແຫ່ງຊາດ ຮຸງກາຣີ ໂດຍທ່ານນາງ Marta Matrai, ຮອງປະທານຜູ້ທີໜຶ່ງຂອງສະພາແຫ່ງຊາດ ຮຸງກາຣີ ນຳໜ້າ, ຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ຫວ່າງແລ້ວນີ້, ທ່ານ ເຈິ່ນແທັງເໝີ້ນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ມີການພົບປະເຈລະຈາກັບ ຄະນະຜູ້ແທນ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Nitin Kapoor ປະທານທັງເປັນຜູ້ອຳນວຍການໃຫຍ່ບໍລິສັດ AstraZeneca ຫວຽດນາມ ແລະ ບັນດາຕະຫຼາດ ອາຊີ ທີ່ຫາກໍພົ້ນເດັ່ນ.
ຫວ່າງແລ້ວນີ້, ຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ໂຮງພິມຈໍາໜ່າຍການເມືອງແຫ່ງຊາດ ຊື້ເທິດ ສົມທົບກັບສະຖານທູດລາວ ປະຈຳ ຫວຽດນາມ ໄດ້ຈັດພິທີປະດັບຫຼຽນໄຊແຮງງານ ແຫ່ງ ສປປ ລາວ ໃຫ້ແກ່ບຸກຄົນ ແລະມອບປື້ມເອກະສານກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມ ຄັ້ງທີ XIII, ປື້ມທິດສະດີການເມືອງເປັນພາສາລາວໃຫ້ແກ່ພະນັກງານສະຖານທູດລາວ ແລະນັກສໍາມະນາກອນລາວ ທີ່ພວມຮ່ຳຮຽນ ແລະບໍາລຸງດ້ານການເມືອງຢູ່ຫວຽດນາມ.
ທີ່ຜ່ານມາ, ກອງບັນຊາການຕໍາຫຼວດແຂວງກວາງບິ່ງ ໄດ້ຈັດຕັ້ງພິທີເປີດນໍາໃຊ້ ແລະມອບຮັບຫ້ອງການປ້ອງກັນຄວາມສະຫງົບໃຫ້ກອງບັນຊາການປ້ອງກັນຄວາມສະຫງົບ ປະເທດເພື່ອນລາວ.
ຍສໝ - ງານແຂ່ງຂັນ Motorkhana ຫວຽດນາມ 2021 ໂດຍບໍລິສັດສະມາຄົມກິລາລົດຍົນຈຳກັດ ຈັດຕັ້ງຢູ່ສະໜາມແຂ່ງຂັນ F1, ໂດຍມີການເຂົ້າຮ່ວມຂອງນັກກິລາ 40 ຄົນ.
ຍສໝ - Standard Chartered ຫາກໍ່ໄດ້ຍົກອອກການຄາດຄະເນການເຕີບໂຕ GDP ຂອງຫວຽດນາມ ແມ່ນ 6,7% ໃນປີ 2022 ແລະ 7% ໃນປີ 2023; HSBC ຍັງສັງເກດວ່າເສດຖະກິດຫວຽດນາມຈະເພີ່ມຄວາມໄວ ແລະ ຄາດວ່າຈະບັນລຸ 6,5% ໃນປີ 2022.
ຍສໝ - ໂດຍຕອບຄໍາສຳພາດຕໍ່ TTXVN ເນື່ອງໃນໂອກາດບຸນປະໃໝ່ປະຈໍາຊາດຫວຽດນາມ, ທ່ານເອກອັກຄະລັດຖະທູດ ອິດສະຣາແອນ ປະຈຳ ຫວຽດນາມ Nadav Eshca ໄດ້ຕີລາຄາສູງບົດບາດບໍລິຫານຂອງລັດຖະບານ ຫວຽດນາມ ໃນປີ 2021, ພິເສດແມ່ນໃນຂົງເຂດສາທາລະນະສຸກ ແລະ ຮັບປະກັນດ້ານສະຫວັດດີການໃຫ້ປະຊາຊົນ.
ຍສໝ - ໃນ 2 ວັນ, ແຕ່ວັນທີ 15-16 ມັງກອນນີ້, ຢູ່ສະຖານທູດຫວຽດນາມ ປະຈຳ ສິງກະໂປ, ໄດ້ດຳເນີນງານປະກວດຫໍ່ເຂົ້ົ້າຕົ້ົ້ມ, ປະດັບປະດາ, ວາງສະແດງບັນດາຜະລິດຕະພັນ ດ້ວຍຫົວຂໍ້ “ປີໃໝ່ຫວຽດນາມ” ຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ຍສໝ - ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຕັງ ໄດ້ມອບຂອງຂວັນທີ່ລະນຶກໃຫ້ 5 ຄອບຄົວຊາວຫວຽດນາມ ທີ່ມີການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນວຽກງານຂອງສະມາຄົມ, ປະຊາຄົມຊາວຫວຽດນາມ ແລະ ພາລະກິດປະຕິວັດຫວຽດນາມ.
ຍສໝ - ວັນທີ 17 ມັງກອນ, ສະຖານທູດ ສ. ເກົາຫຼີ ທີ່ຫວຽດນາມ ແລະ ສະຖານທູດຫວຽດນາມ ທີ່ ສ. ເກົາຫຼີ ໄດ້ປະສານສົມທົບຈັດຕັ້ງພິທີປະກາດໃຊ້ໂລໂກ້ສັນຍາລັກ ລະນຶກ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ສ. ເກົາຫຼີ.
ຍສໝ - ກົມການບິນຫວຽດນາມ ຫາກໍ່ຕົກລົງເພີ່ມຖ້ຽວບິນສາກົນຫຼາຍຖ້ຽວໄປຍັງຍີ່ປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ (ຈີນ) ແລະ ສິງກະໂປ.
ຍສໝ - ລາຍການບຸນປີໃໝ່ບ້ານເກີດເມືອງນອນເຕັມໄປດ້ວຍຄວາມໝາຍ ແລະ ຄວາມງາມແບບດັ້ງເດີມຂອງວັດທະນະທຳຫວຽດນາມ, ຊ່ວຍໃຫ້ນັກຮຽນບັນເທົາຄວາມຄິດຮອດບ້ານເກີດເມືອງນອນ; ພ້ອມກັນນັ້ນ, ກໍ່ແມ່ນໂອກາດເພື່ອແນໃສ່ໂຄສະນາເຜີຍແຜ່ໃຫ້ແກ່ເພື່ອນມິດສາກົນກ່ຽວກັບຊາວຫວຽດນາມ ແລະ ຮີດຄອງປະເພນີ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ (ວັນທີ 18 ມັງກອນ 1950 – 18 ມັງກອນ 2022), ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ແລກປ່ຽນໂທລະເລກຊົມເຊີຍ ກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ, ທ່ານປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ ລີ໊ຈານຊູ.
ຍສໝ - ຕາມທະນາຄານ Standard Chartered (UK) ແລ້ວ, ເສດຖະກິດຫວຽດນາມ ຈະຟື້ນຕົວຢ່າງແຮງໃນປີ 2022 ດ້ວຍລະດັບເຕີບໂຕ GDP 6,7% ແລະ ປະມານ 7% ໃນປີ 2023. ໃນຂະນະນັ້ນ, ຫວຽດນາມ ສືບຕໍ່ມີການເຕີບໂຕດ້ານເສດຖະກິດຢ່າງແຮງ ໃນໄລຍະກາງ.
ຍສໝ - ນັກຖ່າຍຮູບ ຫວູແມັງເກື່ອງ ຂອງ ຫວຽດນາມ ຍາດໄດ້ຫຼຽນຄຳ FIAP ດ້ວຍຮູບຖ່າຍ “ຕອນບ່າຍຢູ່ອ່າວກາດບ່າ” ທີ່ງານປະກວດຮູບຖ່າຍສາກົນ RGB ປີ 2021.