ຫວຽດນາມ-ຮຸງກາຣີ ຊຸກຍູ້ການພົວພັນຮ່ວມມືສະພາແຫ່ງຊາດເຂົ້າສູ່ລວງເລິກ

11:30 | 23/01/2022

ຍສໝ - ເນື່ອງໃນໂອກາດຄະນະຜູ້ແທນສະພາແຫ່ງຊາດ ຮຸງກາຣີ ໂດຍທ່ານນາງ Marta Matrai, ຮອງປະທານຜູ້ທີໜຶ່ງຂອງສະພາແຫ່ງຊາດ ຮຸງກາຣີ ນຳໜ້າ, ຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ຫວ່າງແລ້ວນີ້, ທ່ານ ເຈິ່ນແທັງເໝີ້ນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ມີການພົບປະເຈລະຈາກັບ ຄະນະຜູ້ແທນ.

ພິ​ທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຮຸງກາຣີ ພິ​ທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຮຸງກາຣີ
ຖ້ຽວບິນໂດຍກົງຈາກ ສ.ເຊັກໂກ ມາຍັງ ຫວຽດນາມ ທີ່ຈັດສົ່ງພົນລະເມືອງຫວຽດນາມ 300 ຄົນຈາກ 4 ປະເທດຄື: ສ.ເຊັກໂກ, ຮຸງກາຣີ, ໂປໂລຍ ແລະ ໂອຕາລິດ ຖ້ຽວບິນໂດຍກົງຈາກ ສ.ເຊັກໂກ ມາຍັງ ຫວຽດນາມ ທີ່ຈັດສົ່ງພົນລະເມືອງຫວຽດນາມ 300 ຄົນຈາກ 4 ປະເທດຄື: ສ.ເຊັກໂກ, ຮຸງກາຣີ, ໂປໂລຍ ແລະ ໂອຕາລິດ
ຫວຽດນາມ-ຮຸງກາຣີ ຊຸກຍູ້ການພົວພັນຮ່ວມມືສະພາແຫ່ງຊາດເຂົ້າສູ່ລວງເລິກ
ຫວຽດນາມ-ຮຸງກາຣີ ຊຸກຍູ້ການພົວພັນຮ່ວມມືສະພາແຫ່ງຊາດເຂົ້າສູ່ລວງເລິກ. ພາບ: TTXVN

ທີ່ການພົບປະເຈລະຈາ, ທ່ານ ເຈິ່ນແທັງເໝີນ ໄດ້ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະມີຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມື ໃນຫຼາຍດ້ານກັບ ຮຸງກາຣີ ຊຶ່ງແມ່ນຄູ່ຮ່ວມມືຮອບດ້ານທຳອິດຂອງ ຫວຽດນາມ ຢູ່ ເອີລົບກາງ - ເອີລົບຕາເວັນອອກ. ທ່ານເຈິ່ນແທັງເໝີ້ນ ປາດຖະໜາກຢາກ ໃຫ້ສອງຝ່າຍສືບຕໍ່ຮັກສາການສົມທົບ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ ເວທີປາໄສຫຼາຍຝ່າຍ; ສືບຕໍ່ຮັກສາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຄະນະການນຳຂັ້ນສູງຂອງສະພາແຫ່ງຊາດພາຍຫຼັງຄວບຄຸມໄດ້ ໂລກລະບາດໂຄວິດ - 19, ພ້ອມທັງເພີ່ມທະວີການຮ່ວມມື ແລະ ສະໜັບ ສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ.

ສ່ວນທ່ານນາງ Marta Matrai ໄດ້ສະແດງຄວາມປາດຖະໜາຢາກໃຫ້ສະພາແຫ່ງຊາດສອງປະເທດ ສືບຕໍ່ຈັດການເຄື່ອນໄຫວຕ່າງໆ ເພື່ອແນໃສ່ແລກປ່ຽນ, ແບ່ງປັນບົດຮຽນ, ປະສົບການລະຫວ່າງສະພາແຫ່ງຊາດສອງປະເທດ, ນຳການພົວພັນຮ່ວມມືລະຫວ່າງສອງປະເທດເຂົ້າສູ່ແທດຈິງ ແລະ ມີປະສິດທິຜົນ.

ບູນມີ

ເຫດການ
302 Found

Found

The document has moved here.