AstraZeneca ພິຈາລະນາສືບຕໍ່ຫຼຸດຄ່າວັກຊິນໂຄວິດ-19 ໃຫ້ແກ່ຫວຽດນາມ

07:39 | 23/01/2022

ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Nitin Kapoor ປະທານທັງເປັນຜູ້ອຳນວຍການໃຫຍ່ບໍລິສັດ AstraZeneca ຫວຽດນາມ ແລະ ບັນດາຕະຫຼາດ ອາຊີ ທີ່ຫາກໍພົ້ນເດັ່ນ.

ອາກ​ຊັງ​ຕິນ ມອບວັກຊີນ AstraZeneca 500.000 ໂດສ ໃຫ້ຫວຽດນາມ ອາກ​ຊັງ​ຕິນ ມອບວັກຊີນ AstraZeneca 500.000 ໂດສ ໃຫ້ຫວຽດນາມ
AstraZeneca ພິ​ຈ​າ​ລະ​ນາ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ AstraZeneca ພິ​ຈ​າ​ລະ​ນາ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ
AstraZeneca ພິຈາລະນາສືບຕໍ່ຫຼຸດຄ່າວັກຊິນໂຄວິດ-19 ໃຫ້ແກ່ຫວຽດນາມ
ທ່ານ ຟ້າມມິງຈິງຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Nitin Kapoor. ພາບ: TTXVN

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ສະເໜີ ໃຫ້ກຸ່ມບໍລິສັດຕັ້ງໜ້າຜັນຂະຫຍາຍບັນດາໂຄງການລົງທຶນທີ່ໄດ້ໃຫ້ຄຳໝັ້ນສັນຍາ, ສືບຕໍ່ສະໜອງວັກຊິນ ແລະ ຢາປິ່ນປົວພະຍາດໂຄວິດ - 19 ລຸ້ນໃໝ່ໃຫ້ ຫວຽດນາມ ເພື່ອຍົກສູງກຳລັງຕ້ານທານຕໍ່ເຊື້ອໄວຣັດສາຍພັນໃໝ່, ກໍ່ຄືແບ່ງປັນ ປະສົບການສາກົນໃນການຜັນຂະຫຍາຍການສັກວັກຊິນໃຫ້ແກ່ເດັກທີ່ຢູ່ໃນເກນ ອາຍຸແຕ່ 5 ຫາ 12 ປີ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ຈະໜູນຊ່ວຍ, ສ້າງເງື່ອນໄຂ ແລະ ສະພາບແວດລ້ອມ ທີ່ສະດວກເພື່ອໃຫ້ກຸ່ມບໍລິສັດຜັນຂະຫຍາຍບັນດາໂຄງການລົງທຶນຄົ້ນຄວ້າ, ຜະລິດ ແລະ ຖ່າຍທອດເຕັກໂນໂລຢີການຢາຢູ່ ຫວຽດນາມ.

ສ່ວນທ່ານ Nitin Kapoor ປະທານ ທັງເປັນຜູ້ອຳນວຍການໃຫຍ່ບໍລິສັດ AstraZeneca ຫວຽດນາມ ແລະ ບັນດາຕະຫຼາດ ອາຊີ ທີ່ຫາກໍພົ້ນເດັ່ນ ຢັ້ງຢືນຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຕ້ານໂລກ ລະບາດໂຄວິດ - 19 ຫຼາຍກວ່າອີກ, ທ່ານ Nitin Kapoor ໃຫ້ຮູ້ວ່າ ທາງ ກຸ່ມບໍລິສັດ ກຳລັງພິຈາລະນາສືບຕໍ່ຫຼຸດລາຄາວັກຊິນໃຫ້ແກ່ ຫວຽດນາມ...

ບູນມີ

ເຫດການ
302 Found

Found

The document has moved here.