ທະນາຄານ Standard Chartered ຄາດຄະເນວ່າ GDP ຂອງຫວຽດນາມ ຈະເຕີບໂຕ 6,7% ໃນປີ 2022.

16:30 | 18/01/2022

ຍສໝ - ຕາມ​ທະນາຄານ Standard Chartered (UK) ​ແລ້ວ, ​ເສດຖະກິດ​ຫວຽດນາມ ຈະ​ຟື້ນ​ຕົວ​ຢ່າງ​​ແຮງ​ໃນ​ປີ 2022 ດ້ວຍ​ລະດັບ​ເຕີບ​ໂຕ GDP 6,7% ​ແລະ ປະມານ 7% ​ໃນ​ປີ 2023. ​ໃນ​ຂະນະ​ນັ້ນ, ຫວຽດນາມ ສືບ​ຕໍ່​ມີ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຢ່າງ​ແຮງ ໃນໄລຍະກາງ.

Standard Chartered ຄາດ​ຄະ​ເນ​ເສດ​ຖະ​ກິດ ຫວຽດ​ນາມ​ຈະ​ຟື້ນ​ຟູ​ຢ່າງ​ແຮງ​ໃນ​ປີ 2021 Standard Chartered ຄາດ​ຄະ​ເນ​ເສດ​ຖະ​ກິດ ຫວຽດ​ນາມ​ຈະ​ຟື້ນ​ຟູ​ຢ່າງ​ແຮງ​ໃນ​ປີ 2021
ທະນາຄານ ADB ຍູ້ແຮງການຮ່ວມມືກັບນະຄອນ ໂຮ່ຈິ້ມິນ ທະນາຄານ ADB ຍູ້ແຮງການຮ່ວມມືກັບນະຄອນ ໂຮ່ຈິ້ມິນ
ທະນາຄານ Standard Chartered ຄາດຄະເນວ່າ GDP ຂອງຫວຽດນາມ ຈະເຕີບໂຕ 6,7% ໃນປີ 2022.
ພາບປະກອບ: cafef.vn

ທານ Tim Leelahaphan, ຜູ້ຊ່ຽວຊານເສດຖະສາດ ຮັບຜິດຊອບເຂດປະເທດໄທ ແລະ ຫວຽດນາມ ປະຈຳ ທະນາຄານ Standard Chartered ເຊື່ອໝັ້ນວ່າ ເສດຖະກິດ ຫວຽດນາມ ຈະສືບຕໍ່ຟື້ນຕົວໃນປີ 2022 ເມື່ອສະພາບການໂລກລະບາດໂລກ ໄດ້ຮັບການປົວແປງໃຫ້ດີຂຶ້ນ.

ການ​ເຕີບ​ໂຕ​ດ້ານ​ລາຍ​ຮັບ​ຂອງ​ຫວຽດນາມ​ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ແມ່ນ​ສູງ​ກວ່າ​ການ​ໃຊ້​ຈ່າຍ, ​ຈາກນັ້ນ ແມ່ນນຳມາເຊິ່ງບ້ວງແຫຼ່ງ​ເງິນ​ຝາກ​ປະຢັດ​ ເພື່ອ​ຕ້ານ​ໂລກລະບາດ.

ສະພາບ​ແວດ​ລ້ອມ​ການ​ຄ້າ​ທົ່ວ​ໂລກ ​ໄດ້​ຮັບ​ການ​ປັບປຸງ​ຈະ​ຊ່ວຍ​​ການ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໃນ​ປີ 2022, ​ເຖິງ​ວ່າ​ການ​ນຳ​ເຂົ້າ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.