ຄວາມອົບອຸ່ນບຸນປີໃໝ່ປະຈໍາຊາດ 2022 ຂອງນັກຮຽນຫວຽດນາມ ຢູ່ ກຳປູເຈຍ

07:07 | 19/01/2022

ຍສໝ - ລາຍການ​ບຸນປີ​ໃໝ່​ບ້ານ​ເກີດ​ເມືອງ​ນອນ​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ ​ແລະ ຄວາມ​ງາມ​ແບບ​ດັ້ງ​ເດີມ​ຂອງ​ວັດທະນະ​ທຳ​ຫວຽດນາມ, ຊ່ວຍ​ໃຫ້​ນັກຮຽນບັນເທົາຄວາມຄິດຮອດ​ບ້ານ​ເກີດ​ເມືອງ​ນອນ; ພ້ອມ​ກັນ​ນັ້ນ, ກໍ່​ແມ່ນ​ໂອກາດ​ເພື່ອ​ແນ​ໃສ່​ໂຄສະນາ​ເຜີຍແຜ່ໃຫ້​ແກ່​ເພື່ອນ​ມິດສາ​ກົນ​ກ່ຽວ​ກັບ​ຊາວ​ຫວຽດນາມ ​ແລະ ຮີດຄອງ​ປະ​ເພນີ.

ປ​ີ​ທ່ອ​ງ​ທ່​ຽວ​ແຫ່ງ​ຊາດ 2022 ໄດ້​ຈັດ​ຂຶ້ນ​ຢູ່ ​ແຂວງກວາງ​ນາມ ປ​ີ​ທ່ອ​ງ​ທ່​ຽວ​ແຫ່ງ​ຊາດ 2022 ໄດ້​ຈັດ​ຂຶ້ນ​ຢູ່ ​ແຂວງກວາງ​ນາມ
ທ່ານປະທານປະເທດ ພົບປະບັນດາວິສາຫະກິດຫວຽດນາມ ຢູ່ ກຳປູເຈຍ ທ່ານປະທານປະເທດ ພົບປະບັນດາວິສາຫະກິດຫວຽດນາມ ຢູ່ ກຳປູເຈຍ
ພາບ: TTXVN
​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຕັງ. ພາບ: TTXVN

ຄະນະ​ນັກ​ສຶກສາ ຫວຽດນາມ ປະຈຳ ກຳປູ​ເຈຍ ​ໄດ້​ຈັດ​ຕັ້ງ​ລາຍການ​ບຸນປີ​ໃໝ່​ບ້ານ​ເກີດ​ເມືອງ​ນອນ​ 2022 ຢູ່ ກຳປູ​ເຈຍ ໂດຍມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຕັງ, ຜູ້ຕາງໜ້າ​ກະຊວງ​ສຶກສາ, ຊາວໜຸ່ມ ​ແລະ ກິລາ ກຳປູ​ເຈຍ, ພ້ອມກັບຄູ​ອາຈານຂອງມະຫາວິທະຍາ​ໄລ​ພະບໍລົມວົງສານຸວົງ, ບັນດານັກ​ສຶກສາ​ລາວ ​ແລະ ນັກ​ສຶກສາ ກຳປູ​ເຈຍ.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຕັງ ​ໄດ້​ຍ້ອງຍໍ​ບັນດາ​ຜົນງານ​ເຊິ່ງໝູ່ຄະນະ ​ແລະ ບັນດານ້ອງນັກ​ສຶກສາ ຫວຽດນາມ ບັນລຸ​ໄດ້​ໃນ​ສົກ​ຮຽນ​ຜ່ານ​ມາ; ບັນດາການ​ປະກອບສ່ວນ​ຂອງ​ບັນດາ​ນັກ​ສຶກສາ​​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ ​ແລະ ກຳປູ​ເຈຍ ກວ່າອີກ ກໍ່ຄື ​​ລະຫວ່າງ​ນັກ​ສຶກສາ​ຫວຽດນາມ ​ແລະ ນັກ​ສຶກສາ​ສາກົນ.

ຄຽງ​ຂ້າງ​ນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຕັງ ຍັງ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ລັດຖະບານ ກຳປູ​ເຈຍ, ກະຊວງ​ສຶກສາ, ​ຊາວ​ໜຸ່ມ ​ແລະ ກິລາ ກຳປູ​ເຈຍ ທີ່​ໄດ້​ສະໜອງ​ທຶນ​ສຶກສາ​ໃຫ້​ນັກ​ສຶກສາ ຫວຽດນາມ ເພື່ອ​ໄປ​ຮຽນ​ຢູ່ ກຳປູ​ເຈຍ; ຂອບ​ໃຈ​ບັນດາ​ການ​ນຳ ​ແລະ ອາຈານ, ​ພະນັກງານ ທັງໝົດ ຂອງມະຫາວິທະຍາ​ໄລ​ພະບໍລົມວົງສານຸວົງ​ພະນົມ​ເປັນ ທີ່​ໄດ້​ສິດສອນ ​ແລະ ບຳລຸງ​ສ້າງ​ນັກ​ສຶກສາ ຫວຽດນາມ ​ຫຼາຍ​ລຸ້ນຄົນ.

ຜູ້ຕາງໜ້າກະຊວງສຶກສາ, ຊາວໜຸ່ມ ແລະ ກິລາ ກຳປູເຈຍ, ຫົວໜ້າກົມຮ່ວມມືວັດທະນະທຳ ແລະ ທຶນການສຶກສາ Chap Sophoan ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມ, ການປະກອບສ່ວນຂອງນັກສຶກສາ ຫວຽດນາມ ໃນໄລຍະທີ່ພວມຮ່ຳຮຽນຢູ່ ກຳປູເຈຍ; ພ້ອມ​ກັນ​ນັ້ນ, ກໍສົ່ງ​ຄຳ​ອວຍພອນ​ປີ​ໃໝ່​ໃຫ້​ນັກ​ສຶກສາ​ຫວຽດນາມ, ອວຍພອນ​ໃຫ້​ນັກຮຽນ​ຫວຽດນາມ​ປະສົບ​ຜົນສຳ​ເລັດ​ໃນ​ການ​ຮ່ຳຮຽນ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ, ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ສອງ​ປະ​ເທດ.

ກໍ່ໃນ​ໂອກາດ​ງານບຸນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຕັງ ​ໄດ້​ມອບ​ໃບ​ຍ້ອງຍໍ ​ແລະ ລາງວັນ​ໃຫ້​ບັນດາ​ໝູ່ຄະນະ ​ແລະ ນັກ​ສຶກສາ ຫວຽດນາມ 08 ຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນ ​ແລະ ການ​ອຸທິດ​ສ່ວນທີ່ດີເດັ່ນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ລວມຂອງ​ມະຫາວິທະຍາ​ໄລ ພະບໍລົມວົງສານຸວົງ ພະນົມ​ເປັນ.

ໄຊພອນ

ເຫດການ
302 Found

Found

The document has moved here.