ບັນດາ​ທະນາຄານ​ຕ່າງປະ​ເທດ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ກ່ຽວ​ກັບ​ແງ່​ຫວັງ​ເສດຖະກິດ​ຂອງ​ຫວຽດນາມ

07:48 | 20/01/2022

ຍສໝ - Standard Chartered ຫາກໍ່​ໄດ້ຍົກອອກ​​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ GDP ຂອງ​ຫວຽດນາມ ແມ່ນ 6,7% ​ໃນ​ປີ 2022 ​ແລະ 7% ​ໃນ​ປີ 2023; HSBC ຍັງ​ສັງເກດວ່າເສດຖະກິດ​ຫວຽດນາມ​ຈະ​ເພີ່ມຄວາມໄວ ​ແລະ ຄາດ​ວ່າ​ຈະ​ບັນລຸ 6,5% ​ໃນ​ປີ 2022.

ທະນາຄານ Standard Chartered ຄາດຄະເນວ່າ GDP ຂອງຫວຽດນາມ ຈະເຕີບໂຕ 6,7% ໃນປີ 2022. ທະນາຄານ Standard Chartered ຄາດຄະເນວ່າ GDP ຂອງຫວຽດນາມ ຈະເຕີບໂຕ 6,7% ໃນປີ 2022.
ຈັດ​ຕັ້ງພິທີໄຫວ້ອາໄລ ​ທ່ານ​ອະ​ດີດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ກົນ ​ຢ່າງ​ສົມ​ກຽດ ຈັດ​ຕັ້ງພິທີໄຫວ້ອາໄລ ​ທ່ານ​ອະ​ດີດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ກົນ ​ຢ່າງ​ສົມ​ກຽດ
ພາບປະກອບ: anninhthudo.vn
ພາບປະກອບ: anninhthudo.vn

ເວັບ​ໄຊ Fiber2Fashion (ອາ​ເມ​ລິ​ກາ) ​ໃນ​ວັນ​ທີ 17 ມັງກອນ ໄດ້ລົງຂ່າວກ່ຽວກັບອົງການ​ການ​ເງິນ​ຕ່າງປະ​ເທດ​ຈໍານວນໜຶ່ງທີ່ໄດ້ມີການ​ຄາດ​ຄະ​ເນຂ້ອນຂ້າງມີຄວາມຕັ້ງໜ້າກ່ຽວກັບເສດຖະກິດ​ຫວຽດນາມ ​ໃນ​ປີ 2022 ​ໃນ​ລະດັບ​ເຕີບ​ໂຕ 6,5 – 6,7%.

ທະນາຄານ Standard Chartered ຄາດ​ຄະ​ເນ​ວ່າ ລວມຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ (GDP) ຂອງ​ຫວຽດນາມ ຈະ​ເຕີບ​ໂຕ 6,7% ​ໃນ​ປີ 2022 ແລະ 7% ​ໃນ​ປີ 2023.

ທ່ານ Tim Leelahaphan, ນັກຊ່ຽວຊານເສດຖະສາດ ກ່ຽວກັບໄທ ແລະ ຫວຽດນາມ ທີ່ Standard Chartered ສັງເກດວ່າ ເສດຖະກິດຫວຽດນາມ ຈະສືບຕໍ່ຟື້ນຕົວໃນປີ 2022 ເມື່ອໂລກລະບາດໄດ້ຮັບການຍູ້ຖອຍຫຼັງ. ທ່ານ Tim Leelahaphan ໃຫ້ຮູ້ວ່າ COVID-19 ຍັງຄົງເປັນຄວາມສ່ຽງຕົ້ນຕໍ, ຢ່າງຫນ້ອຍແມ່ນໃນໄລຍະສັ້ນ. ດັ່ງນັ້ນ ບັນດາໂຮງງານສາມາດກັບຄືນສູ່ການດໍາເນີນງານຢ່າງເຕັມທີ່ໃນໄຕມາດທໍາອິດ, ການຟື້ນຕົວທີ່ຈະແຈ້ງກວ່າຈະເກີດຂຶ້ນໃນເດືອນມີນາ 2022.

ບັນດານັກເສດຖະກິດຂອງ Standard Chartered ໃຫ້ຮູ້ວ່າ ສະພາບແວດລ້ອມການຄ້າທົ່ວໂລກສືບຕໍ່ໄດ້ຮັບການປັງປຸງ ຈະຫນູນຊ່ວຍການສົ່ງອອກໃນປີ 2022, ເຖິງແມ່ນວ່າການນໍາເຂົ້າມີທ່າອ່ຽງທີ່ຈະສູງຂຶ້ນ.

​ໃນ​ບົດ​ລາຍ​ງານ​ກ່ຽວ​ກັບ​ຫວຽດນາມ​ເມື່ອ​ບໍ່​ດົນ​ມາ​ນີ້, HSBC ກໍ່ໃຫ້ຂໍ້​ສັງເກດ​ວ່າ ພາຍຫຼັງ 2 ປີ​ແຫ່ງ​ການ​ເຕີບ​ໂຕ​ຊ້າ​ລົງ, ​ເສດຖະກິດ​ຫວຽດນາມ​ຈະເພີ່ມຄວາມໄວ ​ແລະ ຄາດ​ວ່າ​ຈະ​ບັນລຸ 6,5% ​ໃນ​ປີ 2022.

ລັດຖະບານ​ຫວຽດນາມ ກໍ່​ໄດ້​ວາງ​ຄາດໝາຍ​ເຕີບ​ໂຕ GDP ​ໃນ​ປີ 2022 ຢູ່​ລະດັບ 6,5 – 7%, ເທົ່າກັບລະດັບ​ກ່ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ.

HSBC ໃຫ້​ຂໍ້​ສັງ​ເກດ​ວ່າ ສິ່ງ​ກີດ​ຂວາງ​ໃຫຍ່​ທີ່​ສຸດ​ທີ່ ຫວຽດນາມ ຕ້ອງ​ເອົາ​ໃຈ​ໃສ່​ໃນ​ປະຈຸ​ບັນ​ແມ່ນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ​ແຕ່ກໍ່​ເນັ້ນ​ໜັກ​ວ່າ ອັດຕາ​ການ​ສັກວັກຊິນ​ໄດ້​ປັບປຸງ​​ຫຼາຍສົມຄວນ, ພຽງພໍ​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ມີ​ການແຍກ​ຫ່າງ​ທາງ​ສັງຄົມ​ຄືນ​ໃໝ່.

ໄຊພອນ

ເຫດການ
302 Found

Found

The document has moved here.