ຍສໝ - ວັນທີ 7 ພະຈິກ ກຳມະການປະຊາຊົນ ແຂວງ ດັກລັກ ໄດ້ຈັດພິທີຖະແຫຼງຂ່າວ ເຖິງບັນດາສຳນັກຂ່າວທ້ອງຖິ່ນ ແລະ ສູນກາງ ພາຍໃນແຂວງ ກ່ຽວກັບ ການຈັດງານຕະຫຼາດນັດການຄ້າສາກົນ ຫວຽດນາມ-ກຳປູເຈຍ ປີ 2018 ແຂວງ ດັກລັກ.
ທີມຊາດຫວຽດນາມ ຈະພົບປະກັບທີມຊາດລາວ ໃນວັນທີ 8 ພະຈິກ...
ຍສໝ - ການຢ້ຽມຢາມຄັ້ງນີ້ຂອງຄະນະໄດ້ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ສະພາ ກໍ່ຄືການພົວພັນລະຫວ່າງ ສອງພັກ, ສອງລັດ...
ຍສໝ - ໃນມໍ່່ໆມານີ້ ຄະນະແນວໂຮມແຫ່ງຊາດແຂວງເຊີນລາໄດ້ພົບປະເຈລະຈາ, ແລກປ່ຽນປະສົບການດ້ານວຽກງານ ກັບ ຄະນະແນວລາວສ້າງຊາດແຂວງຫົວພັນ ແລະ ແຂວງຫຼວງພຣະບາງ ສ.ປ.ປ ລາວ.
ຍສໝ - ຕອນເຊົ້າວັນທີ 5 ພະຈິກ ສະມາຄົມມິດຕະພາບ ຫວຽດ-ລາວ ເມືອງຢາບິ່ງ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II ໄລຍະ 2018-2023. ເຂົ້າຮ່ວມກອງປະຊຸມໃຫຍ່ໃນຄັ້ງນີ້ປະກອບມີ ສະຫາຍ ຫງວ໋ຽນ ກວາງໂຕນ ຮອງເລຂາຜູ້ປະຈຳການພັກເມືອງ ແລະ ບັນດາຜູ້ແທນ ກວ່າ 100 ຄົນ ເຊິ່ງເປັນສະມາຊິກຂອງສະມາຄົມມິດຕະພາບ ຫວຽດ-ລາວ.
ໂດຍຕອບສະໜອງຕາມການ ເຊື້ອເຊີນຂອງທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສາທາລະ ນະລັດ ປະຊາຊົນ ຈີນ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມ ງານວາງສະແດງສິນຄ້າ ນຳເຂົ້າສາກົນຈີນ ຄັ້ງທີ 1(China International Import - Expo) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 5-10 ພະຈິກ 2018, ທີ່ ນະຄອນຊຽງໄຮ້, ສປ ຈີນ.
ໃນຊຸມປີຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເວົ້າລວມ, ການຮ່ວມມືລະຫວ່າງທະຫານຊາຍແດນ ຫວຽດນາມ-ລາວ ເວົ້າສະເພາະ ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາ. ພວກເຮົາໄດ້ເຫັນປະຈັກຕາສິ່ງດັ່ງກ່າວຢູ່ປະເທດເພື່ອນລາວ.
ຕອນເຊົ້າຂອງວັນທີ 3 ພະຈິກ ກອງທະຫານ K53 ແຂວງກອນຕຸມ ໄດ້ຈັດຕັ້ງພິທີເຄື່ອນພົນໄປປະຕິບັດໜ້າທີ່ ກໍ່ຄືພາລະກິດ ຊອກຫາ, ທ້ອນໂຮມ, ຂຸດຄົ້ນ ແລະ ນຳອັດຖິນັກຮົບທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຜູ້ເສຍສະຫຼະໃນປາງສົມຄາມ ຢູ່ ສປປ ລາວ ແລະ ກຳປູເຈຍ ກັບຄືນບ້ານເກີດເມືອງນອນ ລະດູແລ້ງ ປີ 2018-2019.
ຍສໝ - ຕອນບ່າຍວັນທີ 2 ພະຈິກ, ຄະນະຜູ້ແທນຂອງສອງປະເທດ ລາວ ແລະ ກຳປູເຈຍ ໄດ້ມີໜ້າຢູ່ທີ່ ນະຄອນກອນຕຸມ, ແຂວງ ກອນຕຸມ ເພື່ອເຂົ້າຮ່ວມລາຍການ “ ແລກປ່ຽນມິດຕະພາບ ຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ” ຄັ້ງທຳອິດ ປີ 2018. ຕ້ອນຮັບຄະນະຜູ້ແທນຂອງສອງປະເທດ ມີສະຫາຍ ຫງວ໋ຽນ ວັນຮຸ່ງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານ ສະພາປະຊາຊົນ ແຂວງກອນຕຸມ; ພົນຈັດຕະວາ ຫງວ໋ຽນ ວັນນາມ ຮອງຫົວໜ້າກອງບັນຊາການ ຫົວໜ້າເສນາທິການ ທະຫານຊາຍແດນ.
ຍສໝ - ນີ້ແມ່ນຜົນສຳເລັດໃນການຈັດຕັ້ງປະຕິບັດ ໂຄງການ-ການຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມ ອັດຖິທະຫານນັກຮົບ ໄລຍະປີ 2016-2018 ແລະ ໂຄງການ ການຢືນຢັນ ອັດຖິ ທະຫານນັກຮົບ ທີ່ຍັງຂາດຂໍ້ມູນ ໄລຍະ ປີ 2016-2018 ໃນທົ່ວແຂວງ ດ້ຽນບຽນ.
ຍສໝ - ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2018, ຢູ່ທີ່ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ ຄະນະ ປະຕິິບັດງານ ກອງບັນຊາ ທະຫານຊາຍແດນ ແຂວງ ກວ້າງບິ່ງ, ໂດຍທ່ານ ພັນໂທ ຈິ໋ງ ແທ໋ງບິງ, ຮອງຫົວໜ້າ ກອງບັນຊາການ ທັງເປັນຫົວໜ້າເສນາທິການ ທະຫານຊາຍແດນແຂວງ ເປັນຫົວໜ້າ ຄະນະນຳພາ ໃນການຢ້ຽມຢາມໃນຄັ້ງນີ້, ການພົບປະ ແລະ ເຮັດວຽກ ໃນຄັ້ງນີ້ ເປັນເທື່ອທີ VI ກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ.
ຍສໝ - ຕອນຄຳ່ຂອງວັນທີ 2 ພະຈິກນີ້, ຢູ່ນະຄອນ ກອນຕຸມ, ແຂວງກອນຕຸມ ຈະດຳເນີນ ລາຍການ “ ແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ” ຄັ້ງທີໜຶ່ງ. ທັງມີການສະແດງແລກປ່ຽນດ້ານສິນລະປະອັນເປັນເອກກະລັກ ໂດຍນັກສະແດງມາຈາກ ສາມ ຊາດ ພາຍໃຕ້ການກຳການສະແດງຂອງ ພັນໂທ ສິນລະປິນປະຊາຊົນ ຫງວ໋ຽນ ຫງັອກລານ.
ຫວ່າງມໍ່ໆມານີ້, ຢູ່ນະຄອນຮ່າຕີ໋ງ, ກົມໃຫຍ່ປ່າໄມ້ (ກະຊວງກະສິກໍາ-ພັດທະນາຊົນນະບົດຫວຽນາມ) ສົມທົບກັບກົມກວດກາປ່າໄມ້ - ສປປ ລາວ ໄດ້ຈັດຕ້ັງກອງປະຊຸມຕີລາຄາສະພາບການປະຕິບັດກົດໝາຍວ່າດ້ວຍປ່າໄມ້ ລະຫວ່າງກົມໃຫຍ່ປ່າໄມ້ຫວຽດນາມ ແລະກົມກວດກາປ່າໄມ້ລາວ.
ຍສໝ - ເອົາກັນໄດ້ 30 ປີມີລູກນຳກັນ 4 ຄົນ ແຕ່ວ່າ ແມ່ເຖົ້າ ຈັນເທບ ບຸນທິລາດ ເປັນຄົນ ໂອນໃຫຍ່ ( ແຂວງ ສາລະວັນ) ຢູ່ນຳກັນໄດ້ ປະມານ 5 ປີ. ວັນເວລາທີ່ຍັງເຫຼືອ ເພິ່ນໄດ້ສະຫຼະໝົດທຸກສິ່ງຢ່າງໃຫ້ແກ່ຜູ້ເປັນຜົວເຂົ້າຮ່ວມໃນການຕໍ່ສູ້ທົ່ວສະໜາມຮົບ ຫວຽດນາມ ແລະ ລາວ. ເກືອບ 30 ປີ ພາຍຫຼັງກັບມາຫວຽດນາມ, ເພິ່ນຍັງມີຄວາມຕຶ້ນຕັນໃຈ ກັບຄວາມຫຼັງ ກໍ່ຄືຄວາມຊົງຈຳໃນອາດີດ.
ວັນທີ 31 ຕຸລາ 2018, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາ ລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ພ້ອມຄະນະ ໄດ້ພົບປະແລກປ່ຽນບົດຮຽນ ກັບ ສະຫາຍ ເຈິນເກີ້ມຕູ້ ເລຂາທິການສູນກາງພັກ, ປະທານຄະນະກຳມະການກວດ ກາສູນກາງ ພັກກອມ ມູນິດຫວຽດນາມ ພ້ອມຄະນະ.
ຍສໝ - ຕອນບ່າຍວັນທີ 30 ຕຸລາ, ກົງສຸນໃຫຍ່ຄົນໃໝ່ຂອງລາວ ທ່ານວຽງໄຊ ພົມມະຈັນ ໄດ້ເຂົ້າພົບປະກັບ ຄະນະກຳມະການ ແນວໂຮມຊາດ ຫວຽດນາມ ນະຄອນດ່າໜັງ.
ຍສໝ - ທີ່ຜ່ານມາ ຮອງປະທານ ສະຫະພັນ ແມ່ຍິງ ຫວຽດນາມ ທ່ານນາງ ຫງວ໋ຽນ ຖິຕວຽດ ໄດ້ມີການພົບປະເຮັດວຽກກັບ ຄະນະຜູ້ແທນ ສະຫະພັນ ແມ່ຍິງລາວ ນຳພາໂດຍ ທ່ານນາງ ບຸນດິດ ປະທຸມວັນ ຮອງປະທານສະຫະພັນ ແມ່ຍິງ ລາວ
ທ້າຍອາທິດທີ່ຜ່ານມາ, ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີມອບຮັບ ສູນຂໍ້ມູນດິຈິຕອນ ທີ່ນຳໃຊ້ພະລັງງານ ຢ່າງມີປະສິດທິພາບ ຂອງ ສປປ ລາວ (LEED) ລະຫວ່າງ ກົມເຕັກໂນໂລຊີດິຈີຕອນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ອົງການພັດທະນາພະລັງງານໃໝ່ ແລະ ເຕັກໂນໂລຊີອຸດສະຫະກຳ, ເຊິ່ງໄດ້ມີການມອບໂອນ ໂຄງການ LEED ໃຫ້ຝ່າຍລາວ ກໍຄື ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນຜູ້ຮັບຜິດຊອບ ເພື່ອພັດ ທະນາ ແລະ ບໍລິການໃຫ້ແກ່ສັງຄົມ ແນໃສ່ປະກອບສ່ວນໃຫ້ແກ່ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຍສໝ - ສາຍພົວພັນມິດຕະພາບ ມູນເຊື້ອແຫ່ງຄວາມສາມັກຄີ ລະຫວ່າງ ສອງຊາດ ຫວຽດນາມ-ລາວ ແມ່ນສາຍສຳພັນອັນຈິງໃຈສັດຊື່, ໂປ່ງໃສ ເປັນຊັບສົມບັດອັນລຳ້ຄ່າຫາແນວປຽບບໍ່ໄດ້ , ມີຄວາມສຳຄັນ ໃນການກໍ່ສ້າງ ການພັດທະນາ ນັບມື້ນັບສູງຂື້ນ ລະຫວ່າງສອງປະເທດ.
ວັນທີ 24 ຕຸລາ , ກອງບັນຊາການທະຫານຊາຍແດນ ໄດ້ຈັດຖະແຫຼງຂ່າວ ກ່ຽວກັບ “ ກອງປະຊຸມແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ” ຄັ້ງທຳອິດ ປະຈຳປີ 2018 ຢູ່ແຂວງກອນຕຸມ.