|
ປະທານແນວໂຮມຊາດຫວຽດນາມ ນະຄອນດ່າໜັງ ຕ້ອນຮັບ ກົງສຸນໃຫຍ່ລາວ ປະຈຳດ່າໜັງ.(ພາບ: ແທັງຕຸ່ງ/daidoanket.vn)
ທີ່ການຕ້ອນຮັບ ທ່ານນາງ ດັ້ງ ຖິກີມລຽນ ປະທານຄະນະກຳມະການ ແນວໂຮມແຫ່ງຊາດຫວຽດນາມ ນະຄອນດ່າໜັງ ສະແດງຄວາມຍິນດີຕ້ອນຮັບ ທ່ານ ວຽງໄຊ ພົມມະຈັນ ໂອກາດທີ່ ທ່ານໄດ້ຮັບການແຕ່ງຕັ້ງເປັນກົງສຸນໃຫຍ່ ຂອງ ສປປ ລາວ ປະຈຳຫວຽດນາມ, ພ້ອມກັນນັ້ນກໍ່ໄດ້ລາຍງານ ສະພາບເສດຖະກິດ-ສັງຄົມ ອັນພົ້ນເດັ່ນຂອງ ດ່າໜັງ, ໃນນັ້ນມີບົດບາດຂອງອົງການຈັດຕັ້ງ ແນວໂຮມ ເພື່ອສືບຕໍ່ເສີມສ້າງ, ຮັດແໜ້ນຂື້ນກວ່າເກົ່າ ສາຍພົວພັນອັນແໜ້ນແຟ້ນຂອງ ສອງພັກ, ປະຊາຊົນ ສອງປະເທດ ຫວຽດ-ລາວ.
ກົງສຸນໃຫຍ່ ລາວ ທ່ານ ວຽງໄຊ ພົມມະຈັນ ຂອບອົກຂອບໃຈ ຕໍ່ນຳ້ໃຈຂອງພັກ, ອຳນາດການປົກຄອງ, ປະຊາຊົນ, ພິເສດແມ່ນບົດບາດ ຂອງ ຄະນະກຳມະການແນວໂຮມ ຫວຽດນາມ ນະຄອນດ່າໜັງ ຕໍ່ກັບປະຊາຊົນ ລາວ ໃນ ຫຼາຍທົດສະວັດທີ່ຜ່ານມາ ແລະ ຢັ້ງຢືນ ສາຍພົວພັນອັນໄກ້ສິດ ລະຫວ່າງ ແນວໂຮມຊາດຫວຽດນາມ ກັບ ແນວລາວສ້າງຊາດ ໄດ້ປະກອບສ່ວນ ຫຼໍ່ຫຼອມ ຕື່ມຄວາມສາມັກຄີ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ເພື່ອຄວາມພັດທະນາລວມ. ກ່ອນໜ້ານີ້ ກົງສຸນໃຫຍ່ຂອງລາວ ຄົນໃໝ່ທ່ານ ວຽງໄຊ ພົມມະຈັນ ກໍ່ໄດ້ເຂົ້າພົບປະກັບ ເຈົ້າຄອງນະຄອນ, ສະພາປະຊາຊົນ, ຄະນະກຳມະການ ນະຄອນ ດ່າໜັງ.
(ຫັດທະບູນ)