ເລີ່ມແຕ່ປີ 2016 ຫາ 2018 ແຂວງດ້ຽນບຽນ ໄດ້ຈັດຕັ້ງ ພິທີ ປົງສົບ ຈຳນວນ 5 ຄັ້້ງ ທີ່ມີອັດຖິ ຈຳນວນ 111 ອັດຖິ ຂອງທະຫານນັກຮົບອາສາສະໝັກ ຂອງຫວຽດນາມ ທີ່ໄດ້ເສຍສະຫຼະ ຢູ່ລາວ ໃນປາງສົງຄາມ; ຄັດກ່າຍຂໍ້ມູນໃຫ້ແກ່ຄອບຄົວ ຍາດຕິພີ່ນ້ອງຂອງທະຫານນັກຮົບໄດ້ ຈຳນວນ 138 ອັດຖິ; ສ້າງແຜນທີ່ຂອງການຊອກຫາ, ທ້ອນໂຮມ ອັດຖິຂອງນັກຮົບ ຢູ່ 60/130 ບ້ານ, ຕາແສງ, ເມືອງ ດ້ວຍ 940/1.813 ບ້ານ, ກຸ່ມບ້ານໃນທົ່ວແຂວງ; ມອບລາຍຊື່ ທະຫານນັກຮົບ ຈຳນວນ 530 ສະຫາຍ ແຂວງດ້ຽນບຽນ ທີ່ໄດ້ເສຍສະຫຼະ ຢູ່ ບັນດາທ້ອງຖິ່ນ ຂອງ ສປປ ລາວ ໃຫ້ອົງການວິຊາສະເພາະ.
|
ພິທີປົງສົບ ອັດຖິທະຫານນັກຮົບ ອາສາສະໝັກ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດ ຢູ່ລາວ ໃນປາງສົງຄາມ.
ດ້ວຍໂຄງການ ການຢັ້ງຢືນ ຕົວຕົນຂອງ ອັດຖິ ທະຫານອາສາສະໝັກ ທີ່ຍັງຂາດຂໍ້ມູນ, ແຕ່ປີ 2017 ມາຮອດປະຈຸບັນ ແຂວງດ້ຽນບຽນ ໄດ້ຈັດຕັ້ງປະຕິບັດ ເກັດເອົາ ພາກສ່ວນໃດສ່ວນໜຶ່ງຂອງອັດຖິເພື່ອໄປພິສູດ ADN ຈຳນວນ 24 ແບບ, ປັບປຸງ ປ້າຍສິລາ ຂອງຂຸມສົບນັກຮົບ; ພິສູດ ແລະ ເຮັດເອກກະສານ ເຄື່ອນຍ້າຍ ອັດຖິໃຫ້ແກ່ ທະຫານຜູ້ເສຍສະຫຼະໄດ້ຈຳນວນ 4 ສະຫາຍ ເພື່ອນຳກັບໄປສູ່ບ້ານເກີດເມືອງນອນ ຕາມຄວາມມຸ້ງມາດປາດຖະໜາຂອງ ຄອບຄົວ.
ເພື່ອຈັດຕັ້ງປະຕິບັດໃຫ້ໄດ້ດີຂື້ນຕື່ມ ໃນວຽກງານການຊອກຫາ, ທ້ອນໂຮມ ແລະ ຢືນຢັນ ຕົວຕົນຂອງ ທະຫານນັກຮົບ , ຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ໄດ້ຊີ້ນຳ ບັນດາຂະແໜງການ ແຕ່ລະຂັ້ນ ໃນອານາຄົດ ຕ້ອງໄດ້ໃຫ້ບູລິມະສິດ ດ້ານການເງິນ ແກ່ວຽກງານ ເກັບກຳຂໍ້ມູນ, ປະກອບເອກກະສານໃຫ້ສົມບູນ, ລາຍຊື່, ກໍ່ສ້າງຂໍ້ມູນພື້ນຖານ ກ່ຽວກັບບັນດາທະຫານນັກຮົບ ທີ່ໄດ້ເສຍສະຫຼະ ແລະ ມອບຮັບລາຍຊື່ຂອງທະຫານນັກຮົບ ໃຫ້ແກ່ທ້ອງຖິ່ນເປັນຜູ້ຄຸ້ມຄອງ.
(ຫັດທະບູນ)