ທີມຊາດຫວຽດນາມ ໄດ້ມີໜ້າຢູ່ ລາວ, ເລີ່ມຕົ້ນການເຂົ້າຮ່ວມການແຂ່ງຂັນ AFF Cup 2018

10:24 | 07/11/2018

ທີມຊາດຫວຽດນາມ ຈະພົບປະກັບທີມຊາດລາວ ໃນວັນທີ 8 ພະຈິກ...

ຕອນທ່ຽງວັນທີ 5 ພະຈິກ, ທີມຊາດຫວຽດນາມ ໄດ້ໄປຮອດນະຄອນຫຼວງວຽງຈັນ (ປະເທດລາວ), ເລີ່ມຕົ້ນການເຂົ້າຮ່ວມການແຂ່ງຂັນ AFF Cup 2018. ໄລຍະທາງສັ້ນ, ເຮັດລະບຽບການເຂົ້າເມືອງຢ່າງວ່ອງໄວເຮັດໃຫ້ບັນດານັກກິລາມີຈິດໃຈສະຫວາດສະເຫວີຍ. ມີແຟນບານຫວຽດນາມ ຫຼາຍຄົນທີ່ພວມດຳລົງຊີວິດຢູ່ປະເທດລາວ ໄດ້ມີໜ້າຢູ່ສະໜາມບິນແຕ່ເຊົ້າ ເພື່ອຕ້ອນຮັບບັນດານັກກິລາ ແລະຂໍລາຍເຊັນ. ຄູຝຶກ Park Hang-seo ໄດ້ຮຽກຮ້ອງບັນດານັກກິລາວ່າບໍ່ນຳໃຊ້ໂທລະສັບໃນຊ່ວງເວລາທີ່ດຳເນີນການແຂ່ງຂັນ AFF Cup 2018. ພາຍຫຼັງໄປຮອດໂຮງແຮມ, ບັນດານັກກິລາຍາດເວລາພັກຜ່ອນກ່ອນຊິມີການເຝິກຊ້ອມທຳອິດທີ່ສະໜາມກິລາ ອະນຸວົງ ຢູ່ປະເທດລາວ ໃນຕອນບ່າຍວັນດຽວກັນ.

ທີມຊາດຫວຽດນາມ ໄດ້ມີໜ້າຢູ່ ລາວ, ເລີ່ມຕົ້ນການເຂົ້າຮ່ວມການແຂ່ງຂັນ AFF Cup 2018

ກອງໜ້າ ກົງເຟື້ອງ ຍາດເວລາເຊັນເພື່ອເປັນຂອງຂວັນທີ່ລະນຶກໃຫ້ແກ່ແຟນບານ. (ພາບ: Zing.vn)

ກ່ອນໜ້ານັ້ນ, ບັນດານັກກິລາທີມຊາດຫວຽດນາມ ໄດ້ເລືອກເອົາກອງກາງ ຫງວຽນວັນກວ໋ຽດ ເປັນຫົວໜ້າທີມຊາດຫວຽດນາມ ໃນການແຂ່ງຂັນ AFF Cup 2018. ທີມຊາດຫວຽດນາມ ຈະພົບປະກັບທີມຊາດລາວໃນວັນທີ 8 ພະຈິກ.

(ແຫຼ່ງ​ຂໍ້​ມູນ​: ທູຮັ່ງ/ກປ.ອອນໄລ)

ເຫດການ