ຍສໝ - ຄະນະກໍາມະການກວດກາພັກແຂວງ ດ້ຽນບຽນ ແລະ 3 ແຂວງພາກເໜືອຂອງລາວ ໄດ້ເຫັນດີເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ຖອດຖອນບົດຮຽນໃນການກວດກາ, ຕິດຕາມກວດກາ ແລະການປະຕິບັດລະບຽບວິໄນຂອງອົງການກວດກາພັກ-ລັດ ເພື່ອຍົກສູງບົດບາດ ແລະຄວາມຮັບຜິດຊອບໃນການຊີ້ນຳ ນຳພາປະຕິບັດໜ້າທີ່ການເມືອງຂອງຄະນະກໍາມະການກວດກາແຂວງ, ຂອງພະນັກງານ-ລັດຖະກອນຂອງແຕ່ລະຝ່າຍຢ່າງບໍ່ຢຸດຢັ້ງ.
ຍສໝ - ວັນທີ 17 ກັນຍາ 2024, ເນື່ອງໃນໂອກາດບຸນໄຫວ້ພະຈັນ, ກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ແລະ ສະມາຄົມນັກທຸລະກິດຫວຽດນາມ ປະຈຳພາກເໜືອຂອງລາວ ໄດ້ໄປຢ້ຽມຢາມບັນດາຄູອາຈານ ແລະ ມອບຂອງຂວັນໃຫ້ບັນດານ້ອງນັກຮຽນ ໂຮງຮຽນສຶກສາຄົນພິການແຂວງຫຼວງພະບາງ.
ຍສໝ - ວັນທີ 16 ກັນຍາ, ແມ່ຍິງກະຊວງຕຳຫຼວດ ໄດ້ຈັດຕັ້ງລາຍການ “ມ່ວນຊື່ນໃນວັນບຸນໄຫວ້ພະຈັນ, ມອບຂອງຂວັນໃຫ້ເດັກນ້ອຍຊົນເຜົ່າສ່ວນໜ້ອຍ 150 ຄົນ ແລະ ນັກຮຽນລາວ 110 ຄົນ ທີ່ພວມຮໍ່າຮຽນຢູ່ຮ່າໂນ້ຍ.
ຍສໝ - ບັນດາຜູ້ແທນກໍໄດ້ປຶກສາຫາລືກ່ຽວກັບຫຼາຍບັນຫາພົ້ນເດັ່ນ ເພື່ອແນໃສ່ນຳພາກພື້ນ ອາຊຽນ ກາຍເປັນພາກພື້ນດຶງດູດການລົງທຶນຕ່າງປະເທດ ແລະ ກຽມພ້ອມຮັບມືກັບການສະພາບການຜັນແປໃນປັດຈຸບັນ
ຍສໝ - ງານມະໂຫລານໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ເຍົາວະຊົນອະນຸຊົນລາວ ແລະກຳປູເຈຍ ກ່ຽວກັບຜືນແຜ່ນດິນ, ປະຊາຊົນ, ໄວໜຸ່ມນະຄອນ ໂຮ່ຈີມິນ.
ຍສໝ - ແຕ່ວັນທີ 7 ຫາວັນທີ 11 ເມສາ, ຄະນະປະຕິບັດງານຂອງໂຮງໝໍສູນກາງ ເຫ້ວ ນຳໂດຍ ທ່ານ ສາດສະດາຈານ ດຣ ຟ້າມຍື່ຫ້ຫຽບ, ຜູ້ອຳນວຍການໂຮງໝໍ, ພ້ອມດ້ວຍບັນດາອາຈານ, ສາດສະດາຈານ, ຜູ້ຊ່ຽວຊານດ້ານການແພດໃນຂະແໜງຜ່າຕັດ, ການນ້ອຍໃສ່ທໍ່ສົ່ງໄຂ່ຫຼັງ ໄດ້ມາເຮັດວຽກຢູ່ນະຄອນຫຼວງວຽງຈັນ (ປະເທດລາວ).
ຍສໝ - ຕອນຄ່ຳວັນທີ 15 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ໄດ້ສົມທົບກັບວັດ ບາງລອງ ຈັດຕັ້ງວັນບຸນໄຫວ້ພະຈັນໃຫ້ເດັກນ້ອຍທີ່ເປັນລູກຫຼານຊາວຫວຽດນາມ ພວມອາໄສ ແລະ ເຮັດວຽກຢູ່ລາວ.
ຍສໝ - ຕໍ່ກັບສະພາບການລະດັບນໍ້າຂອງແມ່ນໍ້າຂອງທີ່ເພີ່ມຂຶ້ນ, ລາວ ໄດ້ອອກມາດຕະການຮັບມືສຸກເສີນ ເພື່ອປ້ອງກັນນະຄອນຫຼວງວຽງຈັນ ແລະ ນະຄອນ ຫຼວງພະບາງ. ຄາດວ່າ ຝົນຕົກໜັກຈະສືບຕໍ່ເປັນເວລາຫຼາຍມື້, ເຮັດໃຫ້ສອງຕົວເມືອງສ່ຽງຕໍ່ໄພນ້ຳຖ້ວມຢ່າງຮ້າຍແຮງ.
ຍສໝ - ວັນທີ 12 ກັນຍາ, ຢູ່ແຂວງ ເຊີນລາ ໄດ້ດຳເນີນກອງປະຊຸມພົບປະເພື່ອປຶກສາຫາລືກ່ຽວກັບມາດຕະການແກ້ໄຂຍົກສູງຄຸນນະພາບການສຶກສາ, ບຳລຸງສ້າງລະຫວ່າງ ພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ເຊີນລາ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ ພາກເໜືອຂອງລາວ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຍສໝ - ໂດຍເສີມຂະຫຍາຍມູນເຊື້ອຮັກແພງ, ອຸ້ມຊູຊ່ວຍເຫຼືອ ເຊິ່ງກັນ ແລະກັນໃນຍາມປະສົບກັບຄວາມຫຍຸ້ງຍາກ, ຮ່ວມໃຈກັນແບ່ງປັນຄວາມຫຍຸ້ງຍາກ, ຜູ້ໃຈບຸນໃຈກຸສົນ, ບັນດາອົງການ, ວິສາຫະກິດ ແລະອົງການຈັດຕ້ັງ, ໝູ່ຄະນະ ແລະບຸກຄົນທີ່ພວມດຳລົງຊີວິດ ແລະເຮັດວຽກຢູ່ພາກໃຕ້ຂອງລາວ ໄດ້ສະແດງນ້ຳໃຈສາມັກຄີ, ຮ່ວມໃຈກັນໜູນຊ່ວຍປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມທັງຢູ່ຫວຽດນາມ ແລະລາວ, ຫວັງວ່າປະຊາຊົນຈະຜ່ານຜ່າຄວາມຫຍຸ້ງຍາກ ແລະກັບຄືນສູ່ການດໍາລົງຊີວິດເປັນປົກກະຕິໂດຍໄວ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳນະຄອນຫຼວງວຽງຈັນ, ວັນທີ 13 ພຶດສະພານີ້, ສຳນັກຂ່າວສານຂອງລາວລາຍງານວ່າ, ໃນຂອບເຂດການຢ້ຽມຢາມຣັດເຊຍໃນຫວ່າງມໍ່ໆມານີ້, ທ່ານປະທານປະເທດລາວ ທອງລຸນ ສີສຸລິດ ແລະ ທ່ານປະທານາທິບໍດີ Vladimir Putin ໄດ້ມີການພົບປະຊຶ່ງກັນ ແລະ ກັນ.
ຍສໝ - ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຈັດຕັ້ງແລກປ່ຽນຄະນະຜູ້ແທນລະຫວ່າງສອງຄະນະຈັດຕັ້ງສູນກາງພັກ ຫວຽດນາມ-ລາວ ໃນຊຸມປີຕໍ່ໄປ.
ຍສໝ - ຕອນເຊົ້າວັນທີ 13 ກັນຍາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ເດີນທາງອອກຈາກນະຄອນໂຮ່ຈີມິນ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ (ໃນລະຫວ່າງວັນທີ 10-13 ກັນຍາ).
ຍສໝ - ສະຫາຍ ເລຮວ່າຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການຢ້ຽມຢາມທາງລັດຖະກິດຫວຽດນາມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ
ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຮັບຮອງເອົາແຜນນະໂຍບາຍຊື້ໄຟຟ້າຈາກໂຄງການໄຟຟ້າແຮງລົມ ເຈື່ອງເຊີນ (ລາວ) ແລະ ລົງທຶນຕາໜ່າງເພື່ອເຊື່ອມຕໍ່ກັບ ຫວຽດນາມ.
ຍສໝ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຫວຽດນາມ, ວັນທີ 10 ກັນຍາ ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ມີການພົບປະກັບຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ໂດຍທ່ານ ໂດ້ວັນຈ໋ຽນ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນຳໜ້າ, ເຂົ້າຢ້ຽມຂ່ຳນັບ.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຊົມຊື່ນ ແລະຕີລາຄາສູງການພົວພັນຮ່ວມມືຫວຽດນາມ-ລາວ ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ບັນລຸໄດ້ໝາກຜົນທີ່ແທດຈິງໃນຫຼາຍຂົງເຂດ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຂອງແຕ່ລະປະເທດ
ຍສໝ - ວັນທີ 9 ກັນຍາ, ສະຫະພັນແຮງງານ ນະຄອນຮ່າໂນ້ຍ ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີວຽກງານກຳມະບານໃຫ້ແກ່ພະນັກງານຂອງສະຫະພັນກຳມະບານ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ (ສປປ ລາວ).
ຍສໝ - ຕາມທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລ້ວ, ສາຍພົວພັນແບບພິເສດ ຫວຽດນາມ-ລາວ ໄດ້ກັ່ນຕອງດ້ວຍ 4 ຄຳວ່າ “ນ້ຳໃຈ”: ນ້ຳໃຈສະຫາຍ, ນ້ຳໃຈສາມັກຄີ, ນ້ຳໃຈອ້າຍນ້ອງ, ນ້ຳໃຈເພື່ອນມິດ.
ຍສໝ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຫວຽດນາມ, ວັນທີ 11 ກັນຍາ ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ໄດ້ມີການພົບປະກັບອະດີດທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ແລະ ລຸ້ນໜຸ່ມ ຫວຽດນາມ - ລາວ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂຕເລີມ ເຂົ້າຮ່ວມການພົບປະ.