ຍສໝ - ສອງປະເທດ ອາຊຽນ ແມ່ນອິນໂດເນເຊຍ ແລະ ຫວຽດນາມ ໄດ້ມີບົດກ່າວຄຳເຫັນລວມຈຳນວນໜຶ່ງເພື່ອແນໃສ່ເພີ່ມທະວີສຽງເວົ້າ ແລະ ພາບພົດຂອງອາຊຽນ ນັບແຕ່ເດືອນພຶດສະພາ ປີນີ້. ໃນເດືອນນີ້, ສອງປະເທດໄດ້ມີບົດກ່າວຄຳເຫັນລວມກ່ຽວກັບສະພາບການຢູ່ມາລີໃນວັນທີ 8 ຕຸລາ.
ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະປະຈຳຫວຽດນາມ ປະຈຳ ສະຫະປະຊາຊາດ (ສປຊ) ໄດ້ສະແດງຄວາມຂອບໃຈຕໍ່ບັນດາການປະກອບສ່ວນທີ່ບໍ່ຮູ້ອິດຮູ້ເມື່ອຍຂອງຄອບຄົວ ທ່ານນາງ Merle Ratner, ຜູ້ເປັນເພື່ອນມິດສະໜິດສະໜົມຂອງຫວຽດນາມ ມາແຕ່ດົນນານ.
ຍສໝ - ກອງປະຊຸມມີຫົວຂໍ້ “ຄວາມມານະພະຍາຍາມລວມເພື່ອສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງມີປະສິດທິຜົນ: ປະສົບການ ແລະ ບົດຮຽນທີ່ດີໃຫ້ແກ່ບັນດາປະເທດທີ່ຫາກໍ່ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການ” ຜ່ານທາງອອນລາຍ ແລະ ໂດຍກົງ.
ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນຄັ້ງທີ 53, ວັນທີ 14 ກັນຍາ ໄດ້ດຳເນີນບັນດາກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ລະຫວ່າງ ອາຊຽນແລະບັນດາປະເທດຄູ່ຮ່ວມມື: ອາເມລິກາ, ຮົ່ງກົງ (ຈີນ), ອິນເດຍ, ສະຫະພາບເອີລົບ ແລະ ລັດເຊຍ.
ຍສໝ - ສັບປະດາວັດທະນະທຳທ່ອງທ່ຽວເມືອງ ມົກເຈົາ ຈະຈັດຂຶ້ນແຕ່ວັນທີ 28 ສິງຫາ ຫາ ວັນທີ 5 ກັນຍາ ຢູ່ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ.ນີ້ຈະແມ່ນໂອກາດເພື່ອໃຫ້ເມືອງ ມົກເຈົາ ແນະນຳວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຜົ່າໃນເຂດ; ແນະນຳແຫຼ່ງທ່ອງທ່ຽວທຳມະຊາດລະດັບພາກພື້ນແຖວໜ້າຂອງໂລກຜ່ານບັນດາລະດູ “ລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ຫລົ່ນ, ລະດູໜາວ”; ແນະນຳບັນດາມໍລະດົກວັດທະນະທຳນາມມະທຳລະດັບຊາດ, ບັນດາຄວາມຮູ້ສຶກ; ເລື່ອງລາວຂອງຄວາມຮັກຂອງບ່າວສາວຂອງບັນດາຊົນເຜົ່າ ມົກເຈົາ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຝລັ່ງ ແລະ 100 ປີແຫ່ງວັນຈັດຕັ້ງກອງປະຊຸມໃຫຍ່ Tours ( 25 – 30 ທັນວາ 1920 – 25 – 30 ທັນວາ 2020), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານອວຍພອນ ໄປເຖິງສະພາທົ່ວປະເທດ ພັກກອມມູນິດຝລັ່ງ.
ຍສໝ - ຫວ່າງແລ້ວນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 130 ປີແຫ່ງວັນສ້າງຕັ້ງແຂວງ ຮ່າຢາງ, 30 ປີແຫ່ງວັນສ້າງຕັ້ງແຂວງຄືນໃໝ່ ແລະ 60 ປີແຫ່ງການຢ້ຽມຢາມ ຮ່າຢາງ ຂອງລຸງໂຮ່.
ຍສໝ - ທ່ານ ຮ່າກິມງອກ ເນັ້ນໜັກວ່າ ເພື່ອຊຸກຍູ້ການພົວພັນຮ່ວມມືໃນທຸກໆຂົງເຂດ ລະຫວ່າງ ຫວຽດນາມ - ອາເມລິກາ, ໃນໄລຍະທີ່ຜ່ານມາ, ໜຶ່ງໃນບັນດາບຸລິມະສິດແຖວໜ້າໃນສະພາບການປັດຈຸບັນແມ່ນຮັບປະກັນທ່າອ່ຽງພັດທະນາຢ່າງຕັ້ງໜ້າຂອງການຮ່ວມມດ້ານເສດຖະກິດ - ການຄ້າ - ການລົງທຶນ, ໜູນຊ່ວຍຕັ້ງໜ້າໃຫ້ແກ່ວິວັດການຟື້ນຟູເສດຖະກິດຂອງທັງສອງປະເທດພາຍຫຼັງ ໂລກລະບາດ Covid – 19.
ຕອນເຊົ້າວັນທີ 16 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ເຂດເລືອກຕັ້ງທີ 10 ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ກູ໋ຈີ ແລະ ຮອັກມົນ.
ຍສໝ - ເກີດ ແລະ ເຕີບໃຫຍ່ຢູ່ ມາເລເຊຍ, ເລຫງວຽນລືວອານ - ຜູ້ເຂົ້າແຂ່ງຂັນທີ່ອາຍຸນ້ອຍທີ່ສຸດໄດ້ຊະນະການແຂ່ງຂັນຊອກຫາທູດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕ່າງປະເທດ ປີ 2025 - ໄດ້ກາຍມາເປັນໜ້າຕາປົກກະຕິຂອງລຸ້ນໜຸ່ມຊາວ ຫວຽດນາມ ຢູ່ຕ່າງປະເທດທີ່ຮັກແພງ ແລະ ນັບຖືພາສາແມ່. ນັບແຕ່ໄວຮຽນພາສາຫວຽດໃນຫ້ອງທີ່ແມ່ໄດ້ສ້າງຕັ້ງຂຶ້ນ, ກາຍເປັນຜູ້ຊ່ວຍສອນ, ເຜີຍແຜ່ວັດທະນະທຳຫວຽດນາມ ຢູ່ ມາເລເຊຍ, ການເດີນທາງຂອງ ອານ ແມ່ນເຄື່ອງໝາຍສະແດງໃຫ້ເຫັນເຖິງຄຸນຄ່າອັນຍືນຍົງຂອງພາສາຫວຽດໃນຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ.
ຍສໝ - ນີ້ແມ່ນຄັ້ງທຳອິດ ໂຄງການບຸນເຕັດໄດ້ຈັດຕັ້ງທາງອອນລາຍຍ້ອນການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19 ແຕ່ຍັງຮັກສາໄດ້ບັນຍາກາດຕ້ອນຮັບປີໃໝ່ຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ໂປໂລຍ.
ຍສໝ - ວັນທີ 4 ສິງຫາ, ຜູ້ຕາງໜ້າສະຫະພັນນັກທຸລະກິດຍິງ ຫວຽດນາມ ປະຈຳ ໄຕ້ຫວັນ ໄດ້ມອບເຂົ້າສານ 1 ໂຕນໃຫ້ແກ່ສະຫະພັນແມ່ຍິງ ນະຄອນໂຮ່ຈີມິນ ເພື່ອແນໃສ່ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ.
ຍສໝ - ປີ2020, ສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ເຮັດໃຫ້ຫຼາຍການເຄື່ອນໄຫວໃນກອບແຜນການສະເຫຼີມສະຫຼອງ 45 ປີແຫ່ງການສ້າງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ ບໍ່ໄດ້ຜັນຂະຫຍາຍຄືຕາມແຜນການ.
ຍສໝ - ທັນທີທີ່ເດີນທາງໄປເຖິງນະຄອນ San Francisco, ລັດCalifornia, ສະຫະລັດອາເມລິກາ, ເພື່ອເຂົ້າຮ່ວມກອງປະຊຸມລະດັບສູງສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 78 ແລະ ມີການເຄື່ອນໄຫວສອງຝ່າຍຢູ່ສະຫະລັດອາເມລິກາ, ໃນຕອນແລງຂອງວັນທີ 17 ກັນຍາ (ເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະເຈລະຈາກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ ອາເມລິກາ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ໂຮມປະເທດຊາດເປັນເອກະພາບ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສຶເຖິດ ໄດ້ຈຳໜ່າຍປຶ້ມບັນທຶກຄວາມຊົງຈຳ“ຄອບຄົວ, ເພື່ອນມິດ ແລະ ປະເທດ” ຂອງອະດີດຮອງປະທານປະເທດ ຫງວຽນທິບິງ ຄັ້ງທີ 2.
ຍສໝ - ວັນທີ 28 ພະຈິກ, ເວທີປາໄສວິສາຫະກິດ ໄທ - ຫວຽດນາມ - ລາວ ປີ 2022 ໂດຍສະມາຄົມນັກທຸລະກິດ ໄທ - ຫວຽດນາມ ຈັດ ໄດ້ໄຂຂຶ້ນຢູ່ໄທ. ເວທີປາໄສແມ່ນບ່ອນດຳເນີນບັນດາການເຄື່ອນໄຫວວາງສະແດງຜະລິດຕະພັນ, ສົ່ງເສີມການຄ້າ, ແລກປ່ຽນເຕັກໂນໂລຢີເພື່ອແນໃສ່ເພີ່ມທະວີການແລກປ່ຽນການຄ້າ, ເຊື່ອມຕໍ່ ແລະ ສ້າງເຄືອຂ່າຍລະຫວ່າງບັນດາວິສາຫະກິດ ຫວຽດນາມ ກັບບັນດາວິສາຫະກິດ ໄທ ແລະ ລາວ.
ຍສໝ - ຫວ່າງແລ້ວນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມ, ມອບຂອງຂວັນລະດົມກຳລັງໃຈບັນດາແພດໝໍ, ພະຍາບານຢູ່ໂຮງໝໍ ດ່າໜັງ ແລະ ໂຮງໝໍ C ດ່າໜັງ. ນີ້ແມ່ນບັນດາໂຮງໝໍທີ່ມີຜົນງານຫຼາຍຢ່າງໃນວຽກງານວິຊາສະເພາະ, ຮັບໃຊ້ວຽກງານກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນນະຄອນ ດ່າໜັງ ແລະ ຫຼາຍແຂວງ ນັບແຕ່ແຂວງ ເງະອານ ຕະຫຼອດຮອດບັນດາແຂວງໄຕງວຽນ, ພ້ອມດຽວກັນນັ້ນ, ບັນດາໂຮງໝໍດັ່ງກ່າວກໍປະຕິບັດວຽກງານຮັບ, ປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ໄດ້ເປັນຢ່າງດີ.
ຍສໝ - ໃນສະພາບແວດລ້ອມຫຼາຍພາສາຂອງມາເລເຊຍ, ທ່ານນາງ ປະລິນຍາໂທ ຫງວຽນຖູ້ຍທຽນເຮືອງ, ອາຈານສອນວິຊາພາສາຫວຽດນາມ ແລະ ວັດທະນະທຳຫວຽດນາມ, ພາກວິຊາພາສາອາຊີ ແລະ ເອີລົບ, ຄະນະພາສາ ແລະ ພາສາສາດ, ມະຫາວິທະຍາໄລ Malaya (ມາເລເຊຍ) ໄດ້ກາຍເປັນຂົວຕໍ່ນຳພາສາຫວຽດນາມ ໄປສູ່ຫຼາຍກຸ່ມນັກຮຽນທີ່ແຕກຕ່າງກັນ. ດ້ວຍຄວາມມີໄຫວພິບ ແລະ ມີຫົວຄິດປະດິດສ້າງໃນບັນດາວິທີສອນ, ນາງໄດ້ປະກອບສ່ວນບຳລຸງສ້າງຄວາມຮັກແພງພາສາຫວຽດນາມ ໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເປີດກວ້າງຄວາມສົນໃຈຂອງບັນດານັກສຶກສາສາກົນ.
ຍສໝ - ຕອນເຊົ້າວັນທີ 29 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ຢູ່ວັງ ກິງທຽນ ເທິງພູເຫງ້ຍລິງຂຶ້ນກັບເຂດຮ່ອງຮອຍປະຫວັດສາດ ແຫ່ງຊາດ ພິເສດ ວິຫານຮຸ່ງ (ແຂວງ ຝຸເທາະ), ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ບັນດາການນຳ ພັກ, ລັດ ໄດ້ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ.
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ ຫວຽດນາມ, ຕອນບ່າຍວັນທີ 29 ເມສາ, ຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ.ລາວ ນຳໂດຍທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລາວ ໄດ້ເປັນຫົວໜ້າຄະນະ, ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຮ່າຢາງ.