ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ

09:33 | 19/05/2021

ຍ​ສ​ໝ - CVFS ໄດ້​ນຳ​ບັນ​ດາ​ໜັງ​ສາ​ລະ​ຄະ​ດີ ກ່ຽວ​ກັບ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ແບບ​ລຽບ​ງ່າຍ, ຄວາມ​ຮັ​ກ​ແພງ​ອອກ​ແຮງ​ງານ ຂອງ​ປະ​ທານ​ໂຮ່​ຈີ​ມິນ ໂດຍ​ເປັນ​ຜູ້​ມີ​ສະ​ຫງວນ​ຕະຫຼອດ​ຊີ​ວິດ​ຂອງ​ຕົນ​ເພື່ອ​ເປົ້າ​ໝາຍ “ສູ້​ຊົນ​ໃຫ້​ສິດ​ຜົນ​ປະ​ໂຫຍດ​ຂອງ​ຊາດ ແລະ ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ”ມາ​ຍັງ​ກອງ​ປະ​ຊຸມ​ສຳ​ມະ​ນາ.

ນັກ​ຮຽ​ນ​ຮູ້​ກາ​ນາ​ດາ: ຫວຽດ​ນາມ ສືບ​ຕໍ່​ກະ​ຈ່າງ​ແຈ້ງ, ເປັນ​ແຫຼ່ງ​ບັນ​ດາ​ໃຈ​ໃຫ້​ແກ່​ໂລກ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ນັກ​ຮຽ​ນ​ຮູ້​ກາ​ນາ​ດາ: ຫວຽດ​ນາມ ສືບ​ຕໍ່​ກະ​ຈ່າງ​ແຈ້ງ, ເປັນ​ແຫຼ່ງ​ບັນ​ດາ​ໃຈ​ໃຫ້​ແກ່​ໂລກ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ສະ​ຖານ​ທູດ ກາ​ນາ​ດາ​ມອບ​ເງິນ​ເປັນ​ຈຳ​ນວນ 5000 USD  ແລະ ເປີດ​ນຳ​ໃຊ້​ເສັ້ນ​ທາງ​ແຫ່ງ​ການ​ກຸ​ສົນ​ຢູ່ ແຄ໊ງ​ຮ່​ວາ ສະ​ຖານ​ທູດ ກາ​ນາ​ດາ​ມອບ​ເງິນ​ເປັນ​ຈຳ​ນວນ 5000 USD ແລະ ເປີດ​ນຳ​ໃຊ້​ເສັ້ນ​ທາງ​ແຫ່ງ​ການ​ກຸ​ສົນ​ຢູ່ ແຄ໊ງ​ຮ່​ວາ
ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ
ທ່ານ Steve Rutchinski, ຜູ້​ຕາງ​ໜ້າ CVFS

ຫວ່າງ​ແລ້ວນີ້, ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ- ຫວຽດ​ນາມ (CVFS) ໄດ້​ຈັດ​ຕັ້ງ​ກອງ​ປະ​ຊ​ຸມ​​ກຳ​ມະ​ນາສະ​ເຫຼີມ​ສະຫຼອງ 131 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ໂຮ່​ຈີມິນ (19 ພຶດ​ສະ​ພາ 1890 – 19 ພຶດ​ສະ​ພາ 2021) ດ້ວຍ​ຮູບ​ການ​ທາງ​ອອນ​ລາຍ. ເຂົ້າ​ຮ່ວມ​ເຫດ​ການ​ມີ​ຊາວ​ຫວຽດ​ນາມຫຼາຍ​ຄົນ​ພວມ​ດຳ​ລົງ​ຊີ​ວິດ, ເຮັດ​ວຽກ​ຢູ່​ປະ​ເທດ ກາ​ນາ​ດາ ແລະ ເພື່​ອນ​ມິ​ດ​ກາ​ນາ​ດາ​ເປັນ​ຈຳ​ນວນຫຼາຍ.

ກອງ​ປະ​ຊຸມ​ສຳ​ມະ​ນາ ໄດ້​ແນະ​ນຳ​ກ່ຽວ​ກັບ​ປະ​ຫວັດ​ສາດ​ຫຍໍ້, ຊີ​ວິດ ແລະ ພາ​ລະ​ກິດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ ການ​ຜູ້​ທີ່​ອັດ​ສະ​ລິ​ຍະ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ, ວິ​ລະ​ຊົນ​ປົດ​ປ່ອຍ​ຊາດ, ບຸ​ລຸດ ວັດ​ທະ​ນະ​ທຳ​ໂລກ, ຜູ້​ໄດ້​ອຸ​ທິດ​ສ່ວນ​ຊີ​ວິດ​ການ​ເປັນ​ຢ​ູ່​ຂອງ​ຕົນ​ໃຫ້​ແກ່​ເອ​ກະ​ລາດ​ຂອງ​ຊາດ, ໃຫ້​ແກ່​ຄວາມ​ເສ​ລີ ແລະ ຜາ​ສຸກ​ຂອງ​ປະ​ຊາ​ຊົນ. ພິ​ເສດ​, ປະ​ທານ​ໂຮ່​ຈີ​ມິນ ​ຍັງ​ແມ່ນ​ເພື່ອນ​ມິດ​ສະ​ໜິດ​ສະ​ໜົມ​ຂອງ​ບັນ​ດາ​ຊົນ​ຊາດ​ຖືກ​ກົດ​ຂີ່​ຂຸດ​ຮີດ, ໄດ້ ແລະ ພວມ​ຕໍ່​ສູ້​ເພື່ອ​ສັນ​ຕິ​ພາບ, ປະ​ຊາ​ທິ​ປະ​ໄຕ ແລະ ຄວາມ​ກ້າວ​ໜ້າ​ທາງ​ສັງ​ຄົມ​ໃນ​ທົ່ວ​ໂລກ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ Steve Rutchinski, ຜູ້​ຕາງ​ໜ້າ CVFS ເນັ້ນ​ໜັກ​ວ່າ: ບໍ່​ພຽງ​ແຕ່​ປະ​ຊາ​ຊົນ ຫວຽດ​ນາມ​ເທົ່າ​ນັ້ນ, ບໍ່​ພຽງ​ແຕ່​ບັນ​ດາ​ນັກ​ກອມ​ມູ​ນິດ ເທົ່າ​ນັ້ນ, ບັນ​ດາ​ນັກ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ໄດ້​ເຊີດ​ຊູ​ສັນ​ລະ​ເສີນ​ປະ​ທານ​ໂຮ່​ຈີ​ມິນ​ເທົ່າ​ນັ້ນ, ຫາ​ກ​ຍັງ​ທຸກ​ຄົນ​ທີ່ມີ​ພູນ​ປັນ​ຍາ​ລ້ວນ​ແຕ່​ເຊີດ​ຊູ​ ປະ​ທານ ​ໂຮ່​ຈີ​ມິນ ເພື່ອ​ບັນ​ດາ​ການ​ປະ​ກອບ​ສ່ວນຂ​ອງ​ເພິ່ນ​ໃຫ້​ແກ່​ມະ​ນຸດ.

CVFS ໄດ້​ນຳ​ບັນ​ດາ​ໜັງ​ສາ​ລະ​ຄະ​ດີ ກ່ຽວ​ກັບ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ແບບ​ລຽບ​ງ່າຍ, ຄວາມ​ຮັ​ກ​ແພງ​ອອກ​ແຮງ​ງານ ຂອງ​ປະ​ທານ​ໂຮ່​ຈີ​ມິນ ໂດຍ​ເປັນ​ຜູ້​ມີ​ສະ​ຫງວນ​ຕະຫຼອດ​ຊີ​ວິດ​ຂອງ​ຕົນ​ເພື່ອ​ເປົ້າ​ໝາຍ “ສູ້​ຊົນ​ໃຫ້​ສິດ​ຜົນ​ປະ​ໂຫຍດ​ຂອງ​ຊາດ ແລະ ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ”ມາ​ຍັງ​ກອງ​ປະ​ຊຸມ​ສຳ​ມະ​ນາ.

ບັນ​ດາ​ສະ​ມາ​ຊິກ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາດ​ມີ​ຄວາມ​ຮູ້​ສຶກ​ປະ​ທັບ​ໃຈ​ທີ່​ສຸດ ເມື່ອ​ໄດ້​ຮັບ​ການ​ບັນ​ດາ​ຈັງ​ຫວະ​ທີ່ ສະ​ຫງ່າ​ອົງ​ອາດ​ຂອງ “ບົດ​ເພງ​ປະ​ທານ​ໂຮ່​ຈີ​ມິນ” ຊ​ຶ່ງ​ແມ່ນ​ບົດ​ເພງ​ໂດຍ​ນັກ​ດົນ​ຕີ Ewan MacColl ປະ​ດິດ​ອອກ​ເມື່ອ​ປີ 1954 ເພື່ອ​ສະ​ແດງ​ນໍ້າ​ໃຈ​ຂອງ​ປະ​ຊາ​ຊົນ​ອັງ​ກິດ​ໃຫ້​ແກ່​ປະ​ທານ​ໂຮ່​ຈີ​ມິນ. ເພື່ອນ​ມິດ​ກາ​ນາ​ດາ ກໍ່​ຮູ້​ສຶກ​ຊາບ​ຊຶ້ງ​ຕໍ່​ໜ້າ​ຄວາມ​ຮັກ​ແພງ​ພິ​ເສດ​ຂອງ​ລຸງ ໂຮ່​ທີ່​ສະ​ຫງວນ​ໃຫ້​ແກ່​ເຍົາ​ວະ​ຊົນ - ລຸ້ນ​ໜຸ່ມ​ຂອງ​ປະ​ເທດ​ຊາດ, ຈະ​ກາຍ​ເປັນ​ລຸ້ນ​ຄົນ​ສືບ​ຕໍ່​ພາ​ລະ​ກິດ​ຂອງ​ເພິ່ນ.

ນັກ​ຮຽ​ນ​ຮູ້​ກາ​ນາ​ດາ: ຫວຽດ​ນາມ ສືບ​ຕໍ່​ກະ​ຈ່າງ​ແຈ້ງ, ເປັນ​ແຫຼ່ງ​ບັນ​ດາ​ໃຈ​ໃຫ້​ແກ່​ໂລກ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ນັກ​ຮຽ​ນ​ຮູ້​ກາ​ນາ​ດາ: ຫວຽດ​ນາມ ສືບ​ຕໍ່​ກະ​ຈ່າງ​ແຈ້ງ, ເປັນ​ແຫຼ່ງ​ບັນ​ດາ​ໃຈ​ໃຫ້​ແກ່​ໂລກ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ໃນ​ຈຸດ​ເວ​ລາ​ໂລກ​ລະ​ບາດ​ໂຄວິດ - 19 ພວມ​ເກີດ​ຂຶ້ນ​ຢ່າງ​ແຮງ​ຢູ່ ກາ​ນາ​ດາ, ເຮັດ​ໃຫ້​ສູນ​ຄວບ​ຄຸມ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ອາ​ເມ​ລິ​ກາ ຕ້ອງ​ນຳ​ກາ​ນາ​ດາ​ເຂົ້າ​ບັນ​ຊີ​ລາຍ​ຊື່​​ກ່າວ​ເຕືອນ​ຢູ່​ລະ​ດັບ​ 4 ມີ​ຜູ້​ແທນ​ກ່​ວາ 100 ຄົນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ທີ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ປະ​ເທດ​ເຮົາ.

ສະ​ຖານ​ທູດ ກາ​ນາ​ດາ​ມອບ​ເງິນ​ເປັນ​ຈຳ​ນວນ 5000 USD  ແລະ ເປີດ​ນຳ​ໃຊ້​ເສັ້ນ​ທາງ​ແຫ່ງ​ການ​ກຸ​ສົນ​ຢູ່ ແຄ໊ງ​ຮ່​ວາ ສະ​ຖານ​ທູດ ກາ​ນາ​ດາ​ມອບ​ເງິນ​ເປັນ​ຈຳ​ນວນ 5000 USD ແລະ ເປີດ​ນຳ​ໃຊ້​ເສັ້ນ​ທາງ​ແຫ່ງ​ການ​ກຸ​ສົນ​ຢູ່ ແຄ໊ງ​ຮ່​ວາ

ຍ​ສ​ໝ - ທ່ານ​ພັນ​ໂທ Loic Roy, ທູດ​ການ​ປ້ອງ​ກັນ​ຊາດ​ຂອງ​ສະ​ຖານ​ທູດ ກາ​ນາ​ດາ ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ວ່າ ບັນ​ດາ​ການ​ເຄື່ອນ​ໄຫວ​ທຳ​ການ​ກຸ​ສົນດ້​ວຍ​ຄວ​າມ​ສະ​ໝັກ​ໃຈ​ໃນ​ການ​ຢ້ຽມ​ຢາມ​ຄື​ຂອງ​ກຳ​ປັ່ນ​ທະ​ຫານ​ເຮືອ Regina ສະ​ແດງ​ໃຫ້​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ສາ​ມັກ​ຄີ, ຄວາມ​ມິດ​ຕະ​ພາບ​ລະ​ຫ​ວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ກາ​ນາ​ດາ. ປັດ​ຈຸ​ບັນ, ສອງ​ປະ​ເທດ ພວມ​ຮ່ວມ​ມື​ເປັນ​ຢ່າງ​ດີ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ.

ນັກຮ​ຽ​ນ​ຮູ​້ການາດາເຊື້ອສາຍ​ຫວຽດ​ນາມ ໄດ້ຕີລາຄາສູງແນ​ວຄວາມຄິດຂອງປະທານໂຮ່ຈີມິນກ່ຽວກັບການຕ້ານການຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ ນັກຮ​ຽ​ນ​ຮູ​້ການາດາເຊື້ອສາຍ​ຫວຽດ​ນາມ ໄດ້ຕີລາຄາສູງແນ​ວຄວາມຄິດຂອງປະທານໂຮ່ຈີມິນກ່ຽວກັບການຕ້ານການຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ

ຍ​ສ​ໝ - ທ່ານນາງສາດສະດາຈານຍິງ, ດຣ ຫງວຽນ​ດ່າຍ​ຈາງ ໃຊ້ເວລາຫຼາຍກວ່າ 25 ປີເພື່ອການເກັບກຳ, ຄົ້ນຄວ້າ ແລະ ຂຽນປື້ມກ່ຽວກັບປະທານໂຮ່ຈີມິນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.