ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

19:07 | 24/12/2021

ຕອນບ່າຍວັນທີ 23 ທັນວາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດບັນດາປະເທດ ມົງໂກນ, ນິເຊເຣຍ, Timor Leste, ອານເຊຣີ ເຂົ້າຍື່ນສານຕາຕັ້ງ.

ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​ ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່​ຂອງ ສ.ເກົາຫຼີ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່​ຂອງ ສ.ເກົາຫຼີ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ມົງໂກນ Jigjee Sereejav (ພາບ: TTXVN)
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ມົງໂກນ Jigjee Sereejav (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ເອກອັກຄະລັດຖະທູດທຸກທ່ານທີ່ໄດ້ຮັບການແຕ່ງຕັ້ງມາປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ ໃນຄັ້ງນີ້, ພ້ອມທັງຫວັງວ່າ ໃນອາຍຸການນີ້, ບັນດາທ່ານເອກອັກຄະລັດຖະທູດຈະມີການເຄື່ອນໄຫວທີ່ແທດຈິງ, ມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ກັບບັນດາປະເທດພັດທະນາ.

ເອກອັກຄະລັດຖະທູດແຕ່ລະທ່ານຕ່າງກໍສະແດງຄວາມເປັນກຽດເປັນຢ່າງຍິງທີ່ໄດ້ມາປະຕິບັດໜ້າທີ່ຢູ່ ຫວຽດນາມ ແລະ ຢັ້ງຢືນວ່າ ຈະມານະພະຍາຍາມຈົດສຸດຄວາມສາມາດຂອງຕົນເພື່ອເພີ່ມທະວີການພົວພັນລະຫວ່າງສອງປະເທດໃນຫຼາຍຂົງເຂດ, ໂດຍສະເພາະແມ່ນຂົງເຂດເສດຖະກິດ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ. ພ້ອມທັງຫວັງວ່າ ໃນໄລຍະປະຕິບັດງານຢູ່ຫວຽດນາມ ຈະໄດ້ຮັບການຊ່ວຍເຫຼືອຈາກອົງການທີ່ມີບົດບາດຫນ້າທີ່ຂອງ ຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.