ສ້າງ​ຕັ້ງຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ

09:36 | 30/10/2022

ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ຢັ້ງຢືນວ່າ ກະຊວງການຕ່າງປະເທດກຳນົດວຽກງານປົກປ້ອງພົນລະເມືອງ ແມ່ນໜ້າທີ່ການເມືອງຂອງກະຊວງ, ໄດ້ປະຕິບັດເປັນປະຈຳ ແລະ ຫວັງວ່າ ວຽກງານນີ້ຈະນັບມື້ນັບທັນການ, ມີປະສິດທິຜົນ, ຮັບປະກັນການຊີ້ນຳຢ່າງລຸ້ລ່ວງ ແລະ ສົມທົບກັນເປັນຢ່າງດີລະຫວ່າງຢ່າງພາຍໃນ ແລະ ຕ່າງປະເທດ.

undefined

ກອງປະຊຸມຄະນະຊີ້ນຳກ່ຽວກັບວຽກງານປົກປ້ອງພົນລະເມືອງຫວຽດນາມ ຢູ່ຕ່າງປະເທດຄັ້ງທຳອິດ. (ພາບ: ກະຊວງການຕ່າງປະເທດ)

ວັນທີ 28 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະກາດຂໍ້ຕົກລົງຂອງລັດຖະມົນຕີການຕ່າງປະເທດ ກ່ຽວກັບການສ້າງຕັ້ງ ແລະ ປະກາດໃຊ້ ກົດລະບຽບວ່າດ້ວຍການເຄື່ອນໄຫວ ຂອງ ຄະນະຊີ້ນຳຂອງກະຊວງການຕ່າງປະເທດ ກ່ຽວກັບວຽກງານປົກປ້ອງພົນລະເມືອງ ຫວຽດນາມຢູ່ຕ່າງປະເທດ, ພ້ອມທັງຈັດຕັ້ງກອງປະຊຸມຄະນະຊີ້ນຳຄັ້ງທຳອິດໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງຫ້ຽວ, ຫົວໜ້າຄະນະຊີ້ນຳເປັນປະທານກອງປະຊຸມ.

ຄະນະຊີ້ນຳ ຢູ່ພາຍໃຕ້ການຊີ້ນຳໂດຍຂອງການນຳກະຊວງການຕ່າງປະເທດ, ມີພາລະບົດບາດຄົ້ນຄ້ວາກ່ຽວກັບບັນດາບັນຫາແຜນນະໂຍບາຍ, ນະໂຍບາຍໃນວຽກງານປົກປ້ອງພົນລະເມືອງ ແລະ ມີບົດບາດເປັນເສນາທິການໃຫ້ແກ່ລັດຖະບານ, ກະຊວງການຕ່າງປະເທດເມື່ອພົບເຫັຍກໍລະນີນວິກິດການຕ່ງໆ ທີ່ສົ່ງຜົນສະທ້ອນເຖິງສິດ, ຜົນປະໂຫຍດຂອງລັດ, ພົນລະເມືອງ ແລະ ນິຕິບຸກຄົນ ຫວຽດນາມ ຢູ່ຕ່າງປະເທດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ຢັ້ງຢືນວ່າ ກະຊວງການຕ່າງປະເທດກຳນົດວຽກງານປົກປ້ອງພົນລະເມືອງ ແມ່ນໜ້າທີ່ການເມືອງຂອງກະຊວງ, ໄດ້ປະຕິບັດເປັນປະຈຳ ແລະ ຫວັງວ່າ ວຽກງານນີ້ຈະນັບມື້ນັບທັນການ, ມີປະສິດທິຜົນ, ຮັບປະກັນການຊີ້ນຳຢ່າງລຸ້ລ່ວງ ແລະ ສົມທົບກັນເປັນຢ່າງດີລະຫວ່າງຢູ່ພາຍໃນ ແລະ ຕ່າງປະເທດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.