ລາວ ໂຄສະນາ ກ່ຽວກັບຄວາມສໍາຄັນຂອງ ໄຊຊະນະດ້ຽນບຽນຝູ

ລາວ ໂຄສະນາ ກ່ຽວກັບຄວາມສໍາຄັນຂອງ ໄຊຊະນະດ້ຽນບຽນຝູ

ຍສໝ - ເມື່ອມໍ່ໆມານີ້, ຢູ່ນະຄອນຫຼວງວຽງຈັນ, ກະຊວງອຸດສາຫະກໍາ ແລະ ການຄ້າລາວ ໄດ້ຈັດຕັ້ງກອງປະຊຸມໂຄສະນາກ່ຽວກັບບັນດາວັນບຸນປະຫວັດສາດສໍາຄັນໃຫ້ແກ່ພະນັກງານ, ພາລະກອນຂອງກະຊວງອຸດສາຫະກໍາ ແລະ ການຄ້າລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະດ້ຽນບຽນຝູ.

ຫວຽດນາມ - ລາວ: ເພີ່ມທະວີການພົວພັນຮ່ວມມືດ້ານການໂຍທາທິການ ແລະ ຂົນສ່ົງ

ຫວຽດນາມ - ລາວ: ເພີ່ມທະວີການພົວພັນຮ່ວມມືດ້ານການໂຍທາທິການ ແລະ ຂົນສ່ົງ

ຍສໝ - ຄະນະຜູ້ແທນກະຊວງຄົມມະນາຄົມ ແລະ ຂົນສ່ົງຫວຽດນາມ ນໍາໂດຍທ່ານ ເລດິ່ງຖໍ້, ຮອງລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສ່ົງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບກະຊວງໂຍທາທິການ ແລະ ຂົນສ່ົງລາວ ໃນລະຫວ່າງວັນທີ 15-17 ພຶດສະພາ.

ຊາວໜຸ່ມຫວຽດນາມ - ລາວ:  ເພີ່ມທະວີການແລກປ່ຽນມິດຕະພາບ ແລະ ພ້ອມກັນພັດທະນາ

ຊາວໜຸ່ມຫວຽດນາມ - ລາວ: ເພີ່ມທະວີການແລກປ່ຽນມິດຕະພາບ ແລະ ພ້ອມກັນພັດທະນາ

ຍສໝ - ໃນຕອນບ່າຍຂອງວັນທີ 16 ພຶດສະພາ, ຢູ່ ສຳນັກງານສູນກາງພັກ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂອງ ຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ໂດຍທ່ານ ອາລຸນໄຊ ສູນນະລາດ, ເລຂາສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ເປັນຫົວໜ້າຄະນະ.

ຫາລືບົດລາຍງານແຜນການປະຕິຮູບການລົງທຶນຢູ່ລາວ

ຫາລືບົດລາຍງານແຜນການປະຕິຮູບການລົງທຶນຢູ່ລາວ

ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ຮ່າງ​ບົດ​ລາຍ​ງານ​ແຜນ­ການ​ປະ­ຕິ​ຮູບ​ການ​ລົງ­ທຶນ​ຢູ່ ສປປ ລາວ (Investment Reform Map “IRM” Report) ຈັດ​ຂຶ້ນ​ວັນ​ທີ 16 ພຶດ­ສະ­ພາ 2019 ຢູ່​ໂຮງ­ແຮມ​ແລນ​ມາກ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ຄຳ​ຈັນ ວົງ​ແສງ​ບູນ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ (ຜທ) ມີ​ບັນ­ດາ​ກົມ ພະ­ແນກ­ການ ວິ­ຊາ​ການ ຊ່ຽວ­ຊານ​ອາ­ວຸ­ໂສ​ພາກ​ເອ­ກະ​ຊົນ ຊ່ຽວ­ຊານ​ນະ­ໂຍ­ບາຍ​ການ​ລົງ­ທຶນ​ກຸ່ມ​ທະ­ນາ­ຄານ​ໂລກ (WB) ແລະ ພາກ­ສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ງານບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຂອງຊົນເຜົ່າສ່ວນຫນ້ອຍຫວຽດນາມ - ລາວຈະຈັດຂຶ້ນຢູ່ເມືອງ ເຫວ້

ງານບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຂອງຊົນເຜົ່າສ່ວນຫນ້ອຍຫວຽດນາມ - ລາວຈະຈັດຂຶ້ນຢູ່ເມືອງ ເຫວ້

ອີງຕາມຂໍ້ມູນຂ່າວສານເປັນທາງການຈາກກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ກ່າວວ່າ: ງານບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຂອງຊົນເຜົ່າສ່ວນນ້ອຍຢູ່ບັນດາແຂວງມີຊາຍແດນຫວຽດນາມ - ລາວ ແລະ ພາກກາງ ນະຄອນຫຼວງວຽງຈັນໃນປີ 2019 ທີ່ມີຫົວຂໍ້ "ຄວາມສາມັກຄີ, ມິດຕະພາບ ແລະ ການພັດທະນາ" ຈະຈັດຂຶ້ນໃນວັນທີ 17-19 ພຶດສະພາຢູ່ເມືອງ ອາເລື່ອຍ, ແຂວງ ເທື່ອທຽນເຫວ້.

ສາຍຈິດສາຍໃຈຖານອ້າຍນ້ອງທີ່ເຂດຊາຍແດນຫວຽດນາມ - ລາວ

ສາຍຈິດສາຍໃຈຖານອ້າຍນ້ອງທີ່ເຂດຊາຍແດນຫວຽດນາມ - ລາວ

ຍສໝ - ບັນດານັກຮົບຢູ່ຄ້າຍທະຫານປ້ອງກັນຊາຍແດນເຍີມ, ທະຫານປ້ອງກັນຊາຍແດນເທື່ອທຽນເຫວ້ ບໍ່ພຽງແຕ່ຊ່ວຍເຫຼືອປະຊາຊົນທີ່ບ້ານ ເຊຊາບ, ເມືອງ ກ່າລື່ມ, ແຂວງ ເຊກອງ ປະເທດ ລາວ ໃນການກໍ່ສ້າງເຮືອນ, ລົບລ້າງການປູກຝັງແບບເຄື່ອນທີ່ຜິດກົດໝາຍ ເທົ່ານັ້ນ, ຫາກຍັງກໍ່ໄດ້ມີການມອບແນວພັນ, ແນະນໍາພໍ່ແມ່ປະຊາຊົນເຕັກນິກລ້ຽງສັດ, ປູກຝັງ, ພັດທະນາເສດຖະກິດອີກດ້ວຍ.

ນາຍົກລັດຖະມົນຕີ ລາວ ຕ້ອນຮັບປະທານອົງການຮ່ວມມືສາກົນ ສ.ເກົາຫຼີ

ນາຍົກລັດຖະມົນຕີ ລາວ ຕ້ອນຮັບປະທານອົງການຮ່ວມມືສາກົນ ສ.ເກົາຫຼີ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ລີ ມີ ຢຸງ ປະທານອົງການຮ່ວມມືສາກົນ ສ.ເກົາຫຼີ (ອົງການກອຍກາ KOICA) ໃນວັນທີ 15 ພຶດສະພານີ້ ທີ່ສຳນັກງານນາຍົກລັດຖະມົນຕີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ.

ອາເມຣິກາ ສືບຕໍ່ຊ່ວຍເຫຼືອໂຄງການອາຫານທ່ຽງໃຫ້ນັກຮຽນລາວ

ອາເມຣິກາ ສືບຕໍ່ຊ່ວຍເຫຼືອໂຄງການອາຫານທ່ຽງໃຫ້ນັກຮຽນລາວ

ນັບ​ແຕ່​ປີ 2008 ເປັນ­ຕົ້ນ​ມາ ໂຄງ­ການ​ແມັກ​ໂກລ​ວັນ​ໂດ ອາ­ຫານ​ເພື່ອ​ໂພ­ຊະ​ນາ​ການໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນ​ໂຄງ­ການ​ອາ­ຫານ​ທ່ຽງ​ໃນ​ໂຮງ­ຮຽນ​ຢູ່​ປະ­ເທດ​ລາວ

ບໍລິສັດກາດເກ້ລາວ ເຊກອງ ຈໍາກັດຜູ້ດຽວ ສົ່ງອອກກາເຟໄດ້ 1 ຕື້ກວ່າກີບ.

ບໍລິສັດກາດເກ້ລາວ ເຊກອງ ຈໍາກັດຜູ້ດຽວ ສົ່ງອອກກາເຟໄດ້ 1 ຕື້ກວ່າກີບ.

ບໍລິສັດກາດເກ້ລາວ ເຊກອງ ຈໍາກັດຜູ້ດຽວ ຖືເປັນໂຄງການລົງທຶນຕ່າງປະເທດ ທີ່ລົງທຶນ 100% , ເປົ້າໝາຍໃນການລົງທຶນແມ່ນແນໃສ່ພັດທະນາຂົງເຂດກະສິກໍາເປັນຕົ້ນຕໍ ໂດຍສະເພາະແມ່ນກາເຟ.

ການພົບປະ ແລະ ມອບໜ້າທີ່ ໃຫ້ນັກຮຽນແພດເສນາຮັກລາວ ຢູ່ ໂຮງໝໍສູນກາງກອງທັບ 108 ຫວຽດນາມ

ການພົບປະ ແລະ ມອບໜ້າທີ່ ໃຫ້ນັກຮຽນແພດເສນາຮັກລາວ ຢູ່ ໂຮງໝໍສູນກາງກອງທັບ 108 ຫວຽດນາມ

ຍສໝ - ໃນຕອນເຊົ້າວັນທີ 14 ພຶດສະພາ, ໂຮງຫມໍສູນກາງກອງທັບ ປະຊາຊົນຫວຽດນາມ 108 ໄດ້ຈັດຕັ້ງການພົບປະ ແລະ ມອບໜ້າທີ່ ໃຫ້ ແກ່ນັກຮຽນແພດເສນາຮັກໂຮງໝໍ 103 ຂອງ ລາວ ຈຳນວນ 5 ຄົນ, ທີ່ກຳລັງຝຶກອົບຮົມ ຢູ່ ໂຮງຫມໍສູນກາງກອງທັບ ປະຊາຊົນຫວຽດນາມ 108.

ພິທີນຳສົ່ງອັດຖິນັກຮົບວິລະຊົນ ຈຳນວນ 98 ອັດຖິ ທີ່ເສຍສະຫຼະຊີວິດເພື່ອພາລະກິດໃນລາວກັບບ້ານ ຢ່າງສະຫງ່າຜ່າເຜີຍ

ພິທີນຳສົ່ງອັດຖິນັກຮົບວິລະຊົນ ຈຳນວນ 98 ອັດຖິ ທີ່ເສຍສະຫຼະຊີວິດເພື່ອພາລະກິດໃນລາວກັບບ້ານ ຢ່າງສະຫງ່າຜ່າເຜີຍ

ຍສໄໝ - ອັດຖິກະດູກຂອງ 98 ນັກຮົບສະລະຊີວິດເພື່ອຊາດໄດ້ເກັບໂຮມຈາກ 3 ແຂວງຂອງລາວແມ່ນຊຽງຂວາງ, ໄຊສົມບູນ ແລະ ວຽງຈັນ.

ການກໍ່ສ້າງຊາຍແດນກັບລາວດ້ວຍຄວາມໝັ້ນແກ່ນ, ສາຍຈິດສາຍໃຈມິດຕະພາບ

ການກໍ່ສ້າງຊາຍແດນກັບລາວດ້ວຍຄວາມໝັ້ນແກ່ນ, ສາຍຈິດສາຍໃຈມິດຕະພາບ

ຍສໝ - ແຂວງດ້ຽນບຽນແມ່ນມີຊາຍແດນຕິດກັບ ສປປ ລາວ ປະມານ 414,712 ກິໂລແມັດ ເຊິ່ງມີຊາຍແດນຕິດກັບແຂວງຜົ້ງສາລີ ແລະ ແຂວງຫຼວງພະບາງ. ແຂວງດ້ຽນບຽນ ໄດ້ກໍານົດວ່າ "ການກໍ່ສ້າງຊາຍແດນກັບລາວດ້ວຍຄວາມໝັ້ນແກ່ນ, ສາຍຈິດສາຍໃຈສາກົນ, ຍືນຍົງຕາມແນວຄິດໂຮ່ຈິ໋ມິງ" ເຊິ່ງແມ່ນໜຶ່ງໃນໜ້າທີ່ສໍາຄັນໃນໄລຍະເຊື່ອມໂຍງ ແລະ ການພັດທະນາ.

ວິສາຫະກິດຫວຽດນາມ ເພີ່ມທະວີ ການຮ່ວມມື ກັບ ວິສາຫະກິດລາວ

ວິສາຫະກິດຫວຽດນາມ ເພີ່ມທະວີ ການຮ່ວມມື ກັບ ວິສາຫະກິດລາວ

ຍສໝ - ນັກທຸລະກິດ ຫວຽດນາມ-ລາວ ກໍາລັງບຸກບືນ ແລະ ການຮ່ວມມື ພັດທະນາ ໃນຫລາຍຂົງເຂດ ເພື່ອເຮັດໃຫ້ສອດຄ່ອງ ກັບ ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນ ຂອງສອງປະເທດ.

ຄະນະຜູ້ແທນຫ້ອງການກະຊວງການຕ່າງປະເທດລາວ ຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ

ຄະນະຜູ້ແທນຫ້ອງການກະຊວງການຕ່າງປະເທດລາວ ຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ

ຍສໝ - ໃນຕອນບ່າຍຂອງວັນທີ 13 ພຶດສະພາ, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຫ້ອງການກະຊວງການຕ່າງປະເທດລາວ ນໍາໂດຍທ່ານ ໂພໄຊ ໄຂຄຳພິທູນ ຫົວໜ້າຫ້ອງການກະຊວງການຕ່າງປະເທດລາວ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 12-14 ພຶດສະພາ.

ການນໍາລາວຕີລາຄາສູງໃນການຮ່ວມມືກັບກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ

ການນໍາລາວຕີລາຄາສູງໃນການຮ່ວມມືກັບກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ

ຍສໝ - ໃນວັນທີ 12 ມີນາ 2019, ຢູ່ນະຄອນຫຼວງວຽງຈັນ, ທ່ານ ສົມດີ ດວງດີ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຂອງກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ.

ຫວຽດນາມ ມອບຫລຽນກາລະນຶກ ເພື່ອພາລະກິດຍຸຕິທຳ ໃຫ້ເອກອັກຄະລັດຖະທູດລາວ

ຫວຽດນາມ ມອບຫລຽນກາລະນຶກ ເພື່ອພາລະກິດຍຸຕິທຳ ໃຫ້ເອກອັກຄະລັດຖະທູດລາວ

ທ້າຍອາທິດທີ່ຜ່ານມາ, ທີ່ນະຄອນຫລວງ ຮ່າໂນ້ຍ, ກະຊວງ ຍຸຕິທຳ ແຫ່ງ ສສ ຫວຽດນາມ ໄດ້ຈັດພິທີ ມອບຫລຽນກາລະນຶກ ເພື່ອພາລະກິດ ຍຸຕິທຳ ໃຫ້ ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນການພັດທະນາ ຂອງ ຂະແໜງການຍຸຕິທຳ ຫວຽດນາມ.

ສິນລະປະກອນ ຫວຽດ-ລາວ ເກືອບ 1.000 ຄົນ ເຂົ້າຮ່ວມ ວັນບຸນ ວັດທະນະທຳ-ກິລາ-ທ່ອງທ່ຽວ ຂອງບັນດາຊົນເຜົ່າສ່ວນໜ້ອຍ ຊາຍແດນ

ສິນລະປະກອນ ຫວຽດ-ລາວ ເກືອບ 1.000 ຄົນ ເຂົ້າຮ່ວມ ວັນບຸນ ວັດທະນະທຳ-ກິລາ-ທ່ອງທ່ຽວ ຂອງບັນດາຊົນເຜົ່າສ່ວນໜ້ອຍ ຊາຍແດນ

ຍສໝ - ງານແລກປ່ຽນ ວັດທະນະທຳ-ກິລາ-ທ່ອງທ່ຽວ ຂອງບັນດາຊົນເຜົ່າສ່ວນໜ້ອຍລຽບຕາມແນວຊາຍແດນ ຫວຽດນາມ-ລາວ, ພາກກາງ, ພູພຽງຕາເວັນຕົກ 2019 ຈະດຳເນີນໄປແຕ່ວັນທີ 17 ພຶດສາພາ 2019.

ງານພົບປະແລກປ່ຽນນັກຮຽນຕ່າງປະເທດ ຫວຽດນາມ - ລາວ - ກໍາປູເຈຍ - ຝຣັ່ງ

ງານພົບປະແລກປ່ຽນນັກຮຽນຕ່າງປະເທດ ຫວຽດນາມ - ລາວ - ກໍາປູເຈຍ - ຝຣັ່ງ

ຍສໝ - ໃນ 2 ວັນ (11-12 ພຶດສະພາ), ຢູ່ ມະຫາວິທະຍາໄລ ດ່າໜັງ ສາຂາ ກອນຕູມ ໄດ້ຈັດງານ "ການພົບປະແລກປ່ຽນນັກຮຽນຕ່າງປະເທດ ຫວຽດນາມ - ລາວ - ກໍາປູເຈຍ - ຝລັ່ງເສດ", ລາຍການດັ່ງກ່າວມີການເຂົ້າຮ່ວມຂອງ ນັກຮຽນ ຫຼາຍກວ່າ 40 ຄົນ, ຈາກປະເທດ: ລາວ, ກໍາປູເຈຍ, ຝຣັ່ງ ແລະ ນັກຮຽນ ຫວຽດນາມມາຈາກຫລາຍໂຮງຮຽນ.

ກອງພັນທີ 2 ຜ່າວົງປິດລ້ອມສັດຕູ ວິລະກຳອັນມະຫັດສະຈັນ ຂອງກອງທັບປະຊາຊົນລາວ

ກອງພັນທີ 2 ຜ່າວົງປິດລ້ອມສັດຕູ ວິລະກຳອັນມະຫັດສະຈັນ ຂອງກອງທັບປະຊາຊົນລາວ

ໃນ​ໂອກາດ​ລະນຶກ​ວັນ​ປະຫວັດສາດ ກອງພັນ​ທີ 2 ຜ່າ​ວົງປິດ​ ລ້ອມ​ຂອງ​ສັດຕູ ຄົບຮອບ 60 ປີ (18/5/1959-18/5/2011) ຄໍລຳ​ປະຈຳ​ວັນ​ນີ້ ຂໍ​ນຳ​ສະເໜີ​ມູນ ເຊື້ອ​ວັນ​ສຳຄັນ​ດັ່ງກ່າວ ເພື່ອ​ເປັນ​ການ​ຢັ້ງຢືນ​ເຖິງ​ຜົນງານ ແລະ ນຳ​ໃຈ​ອັນ​ພິລະ​ອາດ​ຫານ​ຂອງນັກຮົບ​ປະຕິວັດ​ລາວ ກໍ​ຄື​ກອງທັບປະຊາຊົນ​ລາວ ໃນ​ການ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ ເຊິ່ງ​ພາຍຫລັງ​ທີ່​ພວກ​ຈັກກະພັດ​ອາເມລິກາ ແລະ ລູກມື ໄດ້​ຮັບ​ຄວາມ​ປະ​ລາ​ໄຊຢ່າງຕໍ່ ເນື່ອງໃນ​ການ​ດຳເນີນ​ກົນອຸບາຍ ຫລອກ​ເສືອ​ອອກ​ຈາກ​ຖ້ຳ ແລະ ກົນອຸບາຍ ຫັນປ່ຽນ​ໂດຍ​ສັນຕິ ພວກ​ເຂົາ​ໄດ້​ຕັດສິນ​ໃຈ​ໂຄ່ນ​ລົ້ມ​ລັດຖະບານ​ປະສົມ ຈີກ​ສັນຍາວຽງ​ຈັນ ໃຊ້​ຄວາມ​ຮຸນ​ແຮງ​ຝືນ​ປະຕິວັດ​ດ້ວຍ​ກຳລັງ​ອາວຸດ ເພື່ອ​ຫວັງ​ດັບ​ສູນ​ກຳລັງ​ປະຕິວັດ ພວກ​ເຂົາ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ລູກມື​ໃນ​ທຸກ​ເຂດ​ແຂວງ ອອກແຮງ​ປາບ​ປາມ​ກຳລັງ​ຮັກ​ຊາດ ຢ່າງ​ໂຫດຮ້າຍ​ປ່າ​ເຖື່ອນ ພ້ອມ​ດຽວ​ກັນ​ນີ້ ກໍ​ດຳເນີນ​ການ​ປິດ​ລ້ອມ​ນາບ​ຂູ່ ແລະ ຈັບ​ກຸມ​ຄຸມຂັງ​ ຜູ້ນຳ​ຂອງ​ແນວ​ລາວ​ຮັກ​ຊາດ.

ວິສາຫະກິດຫວຽດນາມ ຊ່ວຍລາວ ກໍ່ສ້າງລະບົບຂໍ້ມູນຂ່າວສານ ໃນການຕ້ານພະຍາດຕິດແປດ ຂອງການລ້ຽງສັດ

ວິສາຫະກິດຫວຽດນາມ ຊ່ວຍລາວ ກໍ່ສ້າງລະບົບຂໍ້ມູນຂ່າວສານ ໃນການຕ້ານພະຍາດຕິດແປດ ຂອງການລ້ຽງສັດ

ຍສໝ - ວັນທີ 13 ພຶດສະພາ, ຢູ່ ກະຊວງ ກະສິກຳ-ປ່າໄມ້ ລາວ ນະຄອນຫຼວງວຽງຈັນ, ບໍລິສັດ ປະກອບເຄື່ອງຈັກ ແລະ ບໍລິການ ດ້ານເຕັກໂນໂລຊີຂັ້ນສູງ ຈຳກັດ TE (TE-FOOD) ຂອງຫວຽດນາມ ໄດ້ເຊັນບົດບັນທຶກຊ່ວຍຈຳ ກັບ ກົມລ້ຽງສັດ ແລະ ປະມົງ, ກະຊວງກະສິກຳ-ປ່າໄມ້ ກ່ຽວກັບໂຄງການຊ່ວຍເຫຼືອໃນການສ້າງລະບົບ “ ການຄຸ້ມຄອງ ແລະ ຂ່າວສານໃນການຕ້ານພະຍາດຕິດແປດຮີບດ່ວນ” ຜ່ານລະບົບເຄືອຄ່າຍ ໂທລະສັບມືຖື.