ວິສາຫະກິດຫວຽດນາມ ເພີ່ມທະວີ ການຮ່ວມມື ກັບ ວິສາຫະກິດລາວ

10:52 | 15/05/2019

ຍສໝ - ນັກທຸລະກິດ ຫວຽດນາມ-ລາວ ກໍາລັງບຸກບືນ ແລະ ການຮ່ວມມື ພັດທະນາ ໃນຫລາຍຂົງເຂດ ເພື່ອເຮັດໃຫ້ສອດຄ່ອງ ກັບ ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນ ຂອງສອງປະເທດ.

ໃນວັນທີ 14 ພຶດສະພາ, ທີ່ສໍານັກງານ ສູນກາງຄະນະຊາວຫນຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ, ໄດ້ຈັດຕັ້ງກອງປະຊຸມການພົບປະ ແລະ ລົງນາມ ລະຫວ່າງ ສະມາຄົມນັກທຸລະກິດຫວຽດນາມ ທີ່ຮ່ວມມື ແລະ ລົງທຶນ ຢູ່ລາວ (BACI) ແລະ ສະມາຄົມ ນັກທຸລະກິດ ໄວຫນຸ່ມລາວ (YEAL).

ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ຫວຽດນາມປະຈໍາລາວ, ຫງ໋ວຽນ ບ໋າ ຮູ່ງ; ຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ທ່ານ ວິລະວອນ ພັນທະວົງ; ປະທານສະມາຄົມ BACI ທ່ານ ຫງ໋ວຽນ ເຖ໋ ຮ່ຽນ; ປະທານສະມາຄົມ YEAL ທ່ານ ຄຳແສນ ສີສະວົງ ແລະ ນັກທຸລະກິດອີກຫລາຍກວ່າ 100 ແຫ່ງ ຂອງ YEAL ແລະ BACI.

ກ່າວຄຳປາໄສທີ່ກອງປະຊຸມ, ທ່ານ ຫງ໋ວຽນ ເຖ໋ ຮ່ຽນ - ປະທານສະມາຄົມ BACI ໃຫ້ຮູ້ວ່າ: ນັກທຸລະກິດ ກໍ່ຄືວິສາຫະກິດຫວຽດນາມ ມີໂຄງການ-ການລົງທຶນ ຫຼາຍກວ່າ 400 ແຫ່ງໃນລາວ, ເຊິ່ງມີທຶນຈົດທະບຽນ ກວ່າ 4,1 ຕື້ໂດລາສະຫະລັດ.

ໃນການລົງທຶນໂດຍກົງ, ວິສາຫະກິດຂອງສອງປະເທດໄດ້ມີຄວາມບຸກບືນ ແລະ ການຮ່ວມມືພັດທະນາ ໃນຫລາຍຂົງເຂດເຊັ່ນ: ການຂຸດຄົ້ນແຮ່ທາດ, ການພັດທະນາກະສິກໍາ ແລະ ການບໍລິການ ເພື່ອໃຫ້ສອດຄ່ອງ ກັບຄວາມສາມາດ ແລະ ທ່າແຮງຂອງສອງປະເທດ.

ວິສາຫະກິດຫວຽດນາມ ເພີ່ມທະວີ ການຮ່ວມມື ກັບ ວິສາຫະກິດລາວ

ປະທານສະມາຄົມ BACI ຫງ໋ວຽນ ເຖ໋ ຮ່ຽນ (ຂວາ) ແລະ ປະທານສະມາຄົມ YEAL ຄຳແສນ ສີສະວົງ ມອບເອກະສານການຮ່ວມມື. (ພາບ: TTXVN)

ທ່ານ ຫງ໋ວຽນ ເຖ໋ ຮ່ຽນ ເນັ້ນໜັກວ່າ: ຜົນປະໂຫຍດຂອງການຮ່ວມມື ລະຫວ່າງສອງປະເທດຫວຽດນາມ ແລະ ລາວ ໃນຊຸມປີທີ່ຜ່ານມາໄດ້ສະແດງໃຫ້ເຫັນຄວາມພະຍາຍາມຂອງວິສາຫະກິດຂອງສອງປະເທດ, ກໍ່ຄືລັດຖະບານ, ບັນດາກະຊວງ, ທະບວງຕ່າງໆ ຂອງຫວຽດນາມ ແລະ ລາວ.

ປະທານສະມາຄົມ ທ່ານ ຄຳແສນ ສີສະວົງ ໃຫ້ຮູ້ວ່າ: ການຮ່ວມມືລະຫວ່າງ YEAL ແລະ BACI ມີຄວາມສໍາຄັນຈໍາເປັນທີ່ສຸດໃນປະຈຸບັນ ແລະ ອະນາຄົດ, ໂດຍສະເພາະໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງລາວ; ທ່ານ ຄຳແສນ ສີສະວົງ ຍັງເນັ້ນຫນັກວ່າ: YEAL ແລະ BACI ຄວນໃຊ້ໂອກາດໃນການຮ່ວມມືຫຼາຍກວ່າເກົ່າ, ໜູນຊ່ວຍແກ້ໄຂສະພາບການຂອງຊາວຫນຸ່ມວ່າງານ ກໍ່ຄືທີ່ບໍ່ມີວຽກເຮັດງານທໍາໃນລາວ.

ນອກຈາກນັ້ນ, ທ່ານ ຄຳແສນ ສີສະວົງ ປະທານ YEAL ໄດ້ສະເໜີໃຫ້ ສະມາຄົມ YEAL ແລະ BACI ຕ້ອງສ້າງຕັ້ງຄະນະກໍາມະການຮ່ວມມືເພື່ອແນໃສ່ການຮ່ວມມື ອັນແທ້ຈິງ ແລະ ປະສິດທິຜົນ.

ວິສາຫະກິດຫວຽດນາມ ເພີ່ມທະວີ ການຮ່ວມມື ກັບ ວິສາຫະກິດລາວ

ທັດສະນີຍະພາບຂອງກອງປະຊຸມ. (ພາບ: TTXVN)

ໃນຕອນທ້າຍຂອງກອງປະຊຸມ, ວິສາຫະກິດຂອງສອງປະເທດໄດ້ລົງລາຍເຊັນ 5 ເອກະສານການຮ່ວມມື.

(ຄຳຮຸ່ງ)

ທ່ານອາດຈະມັກ

302 Found

Found

The document has moved here.