ອາເມຣິກາ ສືບຕໍ່ຊ່ວຍເຫຼືອໂຄງການອາຫານທ່ຽງໃຫ້ນັກຮຽນລາວ

13:09 | 16/05/2019

ນັບ​ແຕ່​ປີ 2008 ເປັນ­ຕົ້ນ​ມາ ໂຄງ­ການ​ແມັກ​ໂກລ​ວັນ​ໂດ ອາ­ຫານ​ເພື່ອ​ໂພ­ຊະ​ນາ​ການໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນ​ໂຄງ­ການ​ອາ­ຫານ​ທ່ຽງ​ໃນ​ໂຮງ­ຮຽນ​ຢູ່​ປະ­ເທດ​ລາວ

ວັນ​ທີ 10 ພຶດ­ສະ­ພາ 2019 ການ​ຂົນ­ສົ່ງ​ເຂົ້າ­ສານ​ຈ້າວ ໝາກ­ຖົ່ວ ແລະ ນ້ຳ­ມັນ​ພືດ ຈາກ​ກະ­ຊວງ​ກະ­ສິ­ກຳ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ໄດ້​ລຳ­ລຽງ​ມາ​ຮອດ​ສາງ​ເກັບ​ອາ­ຫານ​ຂອງ​ອົງ­ການ​ອາ­ຫານ​ໂລກ​ປະ­ຈຳ​ລາວ ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ຮັບ​ໂດຍ​ທ່ານ​ນາງ ຣີ​ນາ ບິດ​ເຕີ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ­ຫະ­ລັດ​ອາ​ເມ​ຣິ​ກາ​ປະ­ຈຳ​ລາວ ເຊິ່ງ​ອາ­ຫານ​ທີ່​ໄດ້​ຮັບ​ຈາກ​ການ​ຊ່ວຍ­ເຫຼືອ​ຂອງ​ລັດ­ຖະ­ບານ​ອາ​ເມ​ຣິ​ກາ​ຄັ້ງ​ນີ້ ປະ­ກອບ​ມີ​ເຂົ້າ­ສານ​ຈ້າວ 2.200 ໂຕນ ໝາກ­ຖົ່ວ 660 ໂຕນ ແລະ ນ້ຳ­ມັນ​ພືດ 260 ໂຕນ ເຊິ່ງ​ເຄື່ອງ​ເຫຼົ່າ​ນີ້​ຈະ​ນຳ­ໄປ​ໃຊ້​ເຂົ້າ​ໃນ​ການ​ເຮັດ​ອາ­ຫານ​ທ່ຽງ​ກວ່າ 140.000 ຄາບ ໃນ​ໂຄງ­ການ​ແມັກ​ໂກລ​ວັນ​ໂດ ອາ­ຫານ​ເພື່ອ​ໂພ­ຊະ​ນາ​ການ​ຂອງ​ລັດ­ຖະ­ບານ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ໃຫ້​ນັກ­ຮຽນ​ຊັ້ນ​ປະ­ຖົມ ໃນ​ຖິ່ນ​ທຸ­ລະ­ກັນ­ດານ​ໃນ​ປະ­ເທດ​ລາວ.

ອາເມຣິກາ ສືບຕໍ່ຊ່ວຍເຫຼືອໂຄງການອາຫານທ່ຽງໃຫ້ນັກຮຽນລາວ

​ລຳ­ລຽງອາຫານ​ມາ​ຮອດ​ສາງ​ເກັບ​ອາ­ຫານ​ຂອງ​ອົງ­ການ​ອາ­ຫານ​ໂລກ​ປະ­ຈຳ​ລາວ. (ພາບ: VientianeMai)

ນັບ​ແຕ່​ປີ 2008 ເປັນ­ຕົ້ນ​ມາ ໂຄງ­ການ​ແມັກ​ໂກລ​ວັນ​ໂດ ອາ­ຫານ​ເພື່ອ​ໂພ­ຊະ​ນາ​ການ​ຂອງ​ລັດ­ຖະ­ບານ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນ​ໂຄງ­ການ​ອາ­ຫານ​ທ່ຽງ​ໃນ​ໂຮງ­ຮຽນ​ຢູ່​ປະ­ເທດ​ລາວ ລວມ​ມູນ​ຄ່າ​ຫຼາຍ​ກວ່າ 60 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 480 ຕື້​ກີບ ເລີ່ມ​ຕົ້ນ​ໃຫ້­ການ​ສະ­ໜັບ­ສະ­ໜູນ ໂດຍ​ຜ່ານ​ອົງ­ການ​ອາ­ຫານ​ໂລກ ໄດ້​ເຮັດ​ໃຫ້​ນັກ­ຮຽນ​ຫຼາຍ​ກວ່າ 1,5 ລ້ານ​ຄົນ ໄດ້​ຮັບ​ຜົນ​ປະ­ໂຫຍດ​ຈາກ​ໂຄງ­ການ​ອາ­ຫານ​ເພື່ອ​ໂພ­ຊະ​ນາ​ການ​ນີ້​ໂດຍ​ກົງ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.