ບໍລິສັດກາດເກ້ລາວ ເຊກອງ ຈໍາກັດຜູ້ດຽວ ສົ່ງອອກກາເຟໄດ້ 1 ຕື້ກວ່າກີບ.

09:46 | 16/05/2019

ບໍລິສັດກາດເກ້ລາວ ເຊກອງ ຈໍາກັດຜູ້ດຽວ ຖືເປັນໂຄງການລົງທຶນຕ່າງປະເທດ ທີ່ລົງທຶນ 100% , ເປົ້າໝາຍໃນການລົງທຶນແມ່ນແນໃສ່ພັດທະນາຂົງເຂດກະສິກໍາເປັນຕົ້ນຕໍ ໂດຍສະເພາະແມ່ນກາເຟ.

ທ່ານ ຕຽບ ວິຊາການຝ່າຍເຕັກນິກສວນກາເຟ ໄດ້ລາຍງານໃຫ້ຮູ້ວ່າ: ພາຍຫຼັງທີ່ຮັບການສ້າງຕັ້ງຂຶ້ນໃນປີ 2017 ບໍລິສັດກໍລົງມືກໍ່ສ້າງໂຮງງານປຸງແຕ່ງກາເຟເຄິ່ງສໍາເລັດຮູບ ເພື່ອສົ່ງອອກ ແລະ ໄດ້ເຮັດການຜະລິດສົ່ງອອກສ່ວນໜຶ່ງໃນປີດັ່ງກ່າວ, ຮອດປີ 2018-2019 ບໍລິສັດກໍສືບຕໍ່ທໍາການຜະລິດໄປພ້ອມໆກັບການປັບປຸງເຄື່ອງຈັກ ແລະໂຮງງານ ເພື່ອຮັບຮອງແຫຼ່ງວັດຖຸດິບປ້ອນໂຮງງານທີ່ນັບມື້ນັບຫຼາຍຂຶ້ນ, ເນື່ອງຈາກນັບແຕ່ບໍລິສັດມາຕັ້ງໂຮງງານຢູ່ເມືອງທ່າແຕງ ປະຊາຊາຊາວສວນທ່າກາເຟກໍໄດ້ນໍາເອົາກາເຟຂອງຕົນເຂົ້າມາຂາຍໃຫ້ບໍລິສັດຂອງຕົນນັບມື້ນັບຫຼາຍຂຶ້ນ ຊຶ່ງເມື່ອກ່ອນແມ່ນແກ່ໄປຂາຍຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ.

ບໍລິສັດກາດເກ້ລາວ ເຊກອງ ຈໍາກັດຜູ້ດຽວ ສົ່ງອອກກາເຟໄດ້ 1 ຕື້ກວ່າກີບ.

ທ່ານ ຕຽບ ວິຊາການຝ່າຍເຕັກນິກສວນກາເຟ. (ພາບ: ຂ່າວ ເຊກອງ)

ທ່ານ ຕຽບ ໃຫ້ຮູ້ຕື່ມວ່າ: ໂຄງການຂອງບໍລິສັດແມ່ນມີເນື້ອທີ່ສວນກາເຟ 138 ເຮັກຕາທີ່ກໍາລັງບົວລະບັດຮັກສາ ແລະເກັບຜົນຜະລິດ, ເຊິ່ງໃນປີ 2018 ທີ່ຜ່ານມາ ສາມາດເກັບກ່ຽວຜົນຜະລິດໄດ້ປະມານ 3.000 ໂຕນ(ໝາກແດງ), ຄິດສະເລ່ຍສະມັດຕະພາບແມ່ນ 21,74 ໂຕນ/ເຮັກຕາ, ຂາຍສົ່ງອອກ 1.008 ໂຕນ ( ໝາກຊ້ອມ ) ເປັນມູນຄ່າ 1 ລ້ານ 9 ແສນກວ່າໂດລາສະຫະລັດ ຫຼືເທົ່າກັບ 10 ຕື້ກີບ.

ບໍລິສັດກາດເກ້ລາວ ເຊກອງ ຈໍາກັດຜູ້ດຽວ ສົ່ງອອກກາເຟໄດ້ 1 ຕື້ກວ່າກີບ.

ສວນກາເຟ ຂອງ ບໍລິສັດກາດເກ້ລາວ ເຊກອງ. (ພາບ: ຂ່າວ ເຊກອງ)

ຊຶ່ງແຮງງານທີ່ບໍລິສັດນໍາໃຊ້ເຂົ້າໃນໂຄງການຕົ້ນຕໍແມ່ນແຮງງານພາຍໃນເຂດພື້ນທີ່ໂຄງການທີ່ເປັນຄົນລາວ, ສ່ວນແຮງງານຕ່າງປະເທດ(ຫວຽດນາມ) ແມ່ນເປັນພະນັກງານຄຸ້ມຄອງ ແລະເຕັກເທົ່ານັ້ນ ໂດຍແຮງງານລາວມີທັງແຮງງານປະຈໍາ ທີ່ກິນຢູ່ພັກເຊົາກັບບໍລິສັດ, ສ່ວນແຮງງານລອຍແມ່ນຈະເຂົ້າມາຮັບ ເໝົາເປັນນ້າວຽກ ແລະເຮັດແບບລາຍວັນ, ເປັນຕົ້ນການຮັບເໝົາເສຍຫຍ້າ, ໃສ່ຝຸ່ນ, ເກັບກາເຟ ແລະອື່ນໆ ທີ່ທາງບໍລິສັດຈັດໃຫ້; ຊຶ່ງແຜນການໃນຕໍ່ໜ້າ ບໍລິສັດຈະໄດ້ສືບຕໍ່ລົງທຶນເຂົ້າໃນການຜະລິດກາເຟເພື່ອສົ່ງອອກໃນເຂດເມືອງທ່າແຕງ ແລະເມືອງດາກຈຶງ ຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ຂ່າວ ເຊກອງ)

ທ່ານອາດຈະມັກ

ເຫດການ