ການພົບປະ ແລະ ມອບໜ້າທີ່ ໃຫ້ນັກຮຽນແພດເສນາຮັກລາວ ຢູ່ ໂຮງໝໍສູນກາງກອງທັບ 108 ຫວຽດນາມ

16:32 | 15/05/2019

ຍສໝ - ໃນຕອນເຊົ້າວັນທີ 14 ພຶດສະພາ, ໂຮງຫມໍສູນກາງກອງທັບ ປະຊາຊົນຫວຽດນາມ 108 ໄດ້ຈັດຕັ້ງການພົບປະ ແລະ ມອບໜ້າທີ່ ໃຫ້ ແກ່ນັກຮຽນແພດເສນາຮັກໂຮງໝໍ 103 ຂອງ ລາວ ຈຳນວນ 5 ຄົນ, ທີ່ກຳລັງຝຶກອົບຮົມ ຢູ່ ໂຮງຫມໍສູນກາງກອງທັບ ປະຊາຊົນຫວຽດນາມ 108.

ພັນເອກ ສຈ ຫງ໋ວຽນ ເຖ໋ ຮ່ວາງ ຮອງຜູ້ອໍານວຍການໂຮງໝໍ ທະຫານປະຊາຊົນຫວຽດນາມ 108 ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳ.

ພັນເອກ ສຈ ຫງ໋ວຽນ ເຖ໋ ຮ່ວາງ ຮອງຜູ້ອໍານວຍການໂຮງໝໍທະຫານປະຊາຊົນຫວຽດນາມ 108 ເນັ້ນໜັກວ່າ: ການຮ່ວມມືທາງດ້ານການແພດທະຫານ ແຫ່ງຊາດ ມີຄວາມໝາຍສຳຄັນໃນການພົວພັນມິດຕະພາບ ລະຫວ່າງ ສອງປະເທດ. ໃນນັ້ນ, ການບຳລຸງສ້າງ ແລະ ຝຶກອົບຮົມໃຫ້ນັກຮຽນແພດເສນາຮັກທະຫານລາວ ແມ່ນໜ້າທີ່ຕົ້ນຕໍ, ສຳຄັນຂອງໂຮງໝໍສູນກາງກອງທັບປະຊາຊົນຫວຽດນາມ 108.

ການພົບປະ ແລະ ມອບໜ້າທີ່ ໃຫ້ນັກຮຽນແພດເສນາຮັກລາວ ຢູ່ ໂຮງໝໍສູນກາງກອງທັບ 108 ຫວຽດນາມ

ພັນເອກ ຫງ໋ວຽນ ເຖ໋ ຮ່ວາງ ມອບຂອງຂວັນໃຫ້ນັກຮຽນການແພດທະຫານຂອງໂຮງຫມໍ 103 ລາວ. (ພາບ: ໂຮງໝໍສູນກາງທະຫານປະຊາຊົນຫວຽດນາມ 108)

ໃນໄລຍະຂອງການຝຶກອົບຮົມ, ນັກຮຽນແພດທະຫານເສນາຮັກ ລາວ ຈະໄດ້ສຶກສາ, ຄົ້ນຄວ້າ, ເຂົ້າຮ່ວມໃນກອງປະຊຸມສ່ອງແສງປະຈໍາວັນ, ປຶກສາຫາລືດ້ານວິຊາການ, ກວດພະຍາດ, ດຳເນີນຊີວິດດ້ານວິທະຍາສາດ ແລະ ການປິ່ນປົວໃຫ້ຄົນເຈັບ, ຊອກຮູ້ ແລະ ລົງຕົວຈິງ ດ້ານເຕັກນິກສະເພາະ. ນີ້ແມ່ນບັນດາເນື້ອໃນ ພື້ນຖານ ສໍາລັບນັກຮຽນແພດທະຫານເສນາຮັກລາວຈະສາມາດນໍາໃຊ້ໃນຂະບວນການປິ່ນປົວ ແລະ ຮັກສາຄົນເຈັບ ໃນຫນ່ວຍງານຂອງຕົນ ຫຼັງຈາກທີ່ກັບປະເທດ ລາວ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.