ການນໍາລາວຕີລາຄາສູງໃນການຮ່ວມມືກັບກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ

00:54 | 15/05/2019

ຍສໝ - ໃນວັນທີ 12 ມີນາ 2019, ຢູ່ນະຄອນຫຼວງວຽງຈັນ, ທ່ານ ສົມດີ ດວງດີ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຂອງກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ.

ການນໍາລາວຕີລາຄາສູງໃນການຮ່ວມມືກັບກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ

ທ່ານ ສົມດີ ດວງດີ ຕ້ອນຮັບຄະນະຜູ້ແທນຂອງກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ

ທີ່ການພົບປະ ທ່ານ ຫງວຽນ ແມ້ງ ຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ສະແດງຄວາມປາດຖະໜາວ່າທ່ານຮອງນາຍົກລັດຖະມົນຕີລາວຈະສືບຕໍ່ສ້າງເງື່ອນໄຂທີ່ດີໃຫ້ແກ່ບັນດາວິສາຫະກິດຫວຽດນາມຢູ່ລາວ, ໂດຍສະເພາະແມ່ນບັນດາວິສາຫະກິດທີ່ດໍາເນີນທຸລະກິດຢູ່ໃນຂົງເຂດເຕັກໂນໂລຢີ - ຖະແຫຼງຂ່າວ.

ທ່ານ ຮອງນາຍົກລັດຖະມົນຕີ ສົມດີ ດວງດີ ໄດ້ຕີລາຄາສູງໃນການຮ່ວມມືລະຫວ່າງກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ແລະ ບັນດາກະຊວງ, ຂະແຫນງການຕ່າງໆຂອງລາວໃນໄລຍະຜ່ານມາ; ທ່ານ ຮອງນາຍົກລັດຖະມົນຕີ ສົມດີ ດວງດີ ກໍ່ໄດ້ເນັ້ນຫນັກວ່າການຢ້ຽມຢາມລາວໃນຄັ້ງນີ້ຂອງທ່ານ ຫງວຽນ ແມ້ງ ຮຸ່ງ ບໍ່ພຽງແຕ່ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ສາຍພົວພັນລະຫວ່າງກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ແລະ ບັນດາກະຊວງ, ຂະແຫນງການຕ່າງໆຂອງລາວ, ໂດຍສະເພາະແມ່ນກັບກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ແລະ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານຂອງລາວ, ແຕ່ກໍ່ຍັງຊ່ວຍໃຫ້ການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ ລາວ - ຫວຽດນາມ ນັບມື້ນັບເກີດດອກອອກຜົນ, ນໍາເອົາຜົນປະໂຫຍດອັນເປັນຈິງມາໃຫ້ແກ່ປະຊາຊົນສອງປະເທດ.

ໃນຕອນທ້າຍຂອງການເຈລະຈາ, ທັງສອງຝ່າຍໄດ້ລົງນາມບັນດາບົດບັນທຶກການຮ່ວມມືລະຫວ່າງກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ແລະ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານລາວ; ລະຫວ່າງກະຊວງຄວາມປອດໄພດ້ານຂໍ້ມູນ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ແລະ LaoCERT, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານລາວ; ລະຫວ່າງກຸ່ມບໍລິສັດໄປສະນີ, ໂທລະຄົມມະນາຄົມຫວຽດນາມ ແລະ ສູນລັດຖະບານໄປສະນີເອເລກໂຕນິກ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານລາວ.

(ໄຊພອນ)

ເຫດການ
302 Found

Found

The document has moved here.