ລາວ ໂຄສະນາ ກ່ຽວກັບຄວາມສໍາຄັນຂອງ ໄຊຊະນະດ້ຽນບຽນຝູ

16:37 | 18/05/2019

ຍສໝ - ເມື່ອມໍ່ໆມານີ້, ຢູ່ນະຄອນຫຼວງວຽງຈັນ, ກະຊວງອຸດສາຫະກໍາ ແລະ ການຄ້າລາວ ໄດ້ຈັດຕັ້ງກອງປະຊຸມໂຄສະນາກ່ຽວກັບບັນດາວັນບຸນປະຫວັດສາດສໍາຄັນໃຫ້ແກ່ພະນັກງານ, ພາລະກອນຂອງກະຊວງອຸດສາຫະກໍາ ແລະ ການຄ້າລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະດ້ຽນບຽນຝູ.

ລາວ ໂຄສະນາ ກ່ຽວກັບຄວາມສໍາຄັນຂອງ ໄຊຊະນະດ້ຽນບຽນຝູ

ກະຊວງອຸດສາຫະກໍາ ແລະ ການຄ້າລາວ ໂຄສະນາກ່ຽວກັບຄວາມສໍາຄັນຂອງໄຊຊະນະດ້ຽນບຽນຝູ.(ພາບ: TTXVN)

ເຂົ້າຮ່ວມ ແລະ ໂອ້ລົມທີ່ກອງປະຊຸມມີທ່ານພັນເອກພິເສດ ຕ່າວວັນຖ໋າຍ, ທີ່ປຶກສາທູດປ້ອງກັນຊາດຫວຽດນາມປະຈໍາລາວ, ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າລາວ ພ້ອມດ້ວຍພະນັກງານ, ພາລະກອນຂອງກະຊວງອຸດສາຫະກໍາ ແລະ ການຄ້າລາວ ກວ່າ 200 ຄົນ.

ທີ່ກອງປະຊຸມ, ທ່ານພັນເອກພິເສດ ຕ່າວວັນຖ໋າຍ ໄດ້ເນັ້ນໜັກວ່າ: ໄຊຊະນະດ້ຽນບຽນຝູ ແມ່ນໜຶ່ງໃນບັນດາຈຸດສູງທີ່ຮຸ່ງເຮືອງເຫຼືອງເຫຼື້ອມ, ແມ່ນຄວາມສໍາເລັດມະຫັດສະຈັນທີ່ສະຫງ່າລາສີ “ດັງກ້ອງກັງວານ, ສັ່ນສະເທືອນໄປທົ່ວໂລກ”, ຢຸດຕິແອກປົກຄອງຂອງພວກລ່າເມືອງຂຶ້ນຝະລັ່ງ ຢູ່ປະເທດຫວຽດນາມ ແລະປະເທດຕ່າງໆຢູ່ແຫຼມອິນດູຈີນ ຢ່າງສົມບູນ, ສ້າງສັນຕິພາບຄືນໃໝ່ຢູ່ອິນດູຈີນ; ຢັ້ງຢືນວ່າ ໄຊຊະນະດ້ຽນບຽນຝູ ແມ່ນໄຊຊະນະລວມຂອງບັນດາຊົນຊາດ ທີ່ຖືກກົດຂີ່ຂູດຮີດ ແລະປະຊາທິປະໄຕ, ຄວາມກ້າວໜ້າໃນໂລກ, ແມ່ນໄຊຊະນະລວມຂອງປະຊາຊົນສາມປະເທດອິນດູຈີນ ແມ່ນ ຫວຽດນາມ-ລາວ-ກໍາປູເຈຍ.

ທີ່ກອງປະຊຸມ, ທ່ານນາງ ເຂັມມະນີ ພົນເສນາ ກໍ່ໄດ້ກ່າວວ່າ: ຜ່ານການໂອ້ລົມກ່ຽວກັບມູນເຊື້ອ, ຄວາມໝາຍປະຫວັດສາດຂອງໄຊຊະນະດ້ຽນບຽນຝູກໍ່ຊ່ວຍໃຫ້ພະນັກງານ, ພາລະກອນກະຊວງອຸດສາຫະກໍາ ແລະ ການຄ້າລາວ ໄດ້ຮູ້ ແລະ ເຂົ້າໃຈກ່ຽວກັບປະຫວັດສາດ, ຄວາມໝາຍຂອງໄຊຊະນະດ້ຽນບຽນຝູ, ກ່ຽວກັບມູນເຊື້ອພິລະອາດຫານຂອງກອງທັບປະຊາຊົນຫວຽດນາມ; ມູນເຊື້ອສາມັກຄີແບບພິເສດ, ການຮ່ວມສໍາພັນສູ້ຮົບທີ່ສັດຊື່ບໍລິສຸດ, ສະໜິດສະໜົມ ລາວ-ຫວຽດນາມ ຢ່າງເລິກເຊິ່ງກວ່າອີກ; ພ້ອມທັງຢືນຢັນວ່າ: ກະຊວງອຸດສາຫະກໍາລາວຈະສືບຕໍ່ປະກອບສ່ວນຕັ້ງໜ້າ, ຊ່ວຍເພີ່ມທະວີ ແລະ ພັດທະນາສາຍພົວພັນແບບພິເສດ ລາວ-ຫວຽດນາມ ໃຫ້ໝັ້ນຄົງ, ຍືນຍົງຕະຫຼອດໄປ ແລະ ນັບມື້ນັບເກີດດອກອອກຜົນ.

(ໄຊພອນ)

ເຫດການ