ຍສໝ - ໃນວັນທີ 25 ພຶດສະພາ 2019, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດງອັກໂຮ່ຍ, ຄະນະພັກ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດແຂວງກອນຕູມ ສສ ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ແລະ ກໍາປູເຈຍ.
ຍສໝ - ວັນທີ 24 ພຶດສະພາ 2019, ຢູ່ແຂວງຊຽງຂວາງ ສປປ ລາວ, ບໍລິສັດຫຸ້ນສ່ວນນໍ້ານົມຫວຽດນາມ (Vinamilk) ໄດ້ຈັດຕັ້ງພິທີສະເໜີຕົວບໍລິສັດ Lao-Jagro ແລະ ລົງມືກໍ່ສ້າງໄລຍະທີ 1 ກຸ່ມ “Resort” ງົວນົມ Organic ດ້ວຍເນື້ອທີ່ 5.000 ເຮັກຕາ ຢູ່ລາວ.
ວັນທີ 24 ພຶດສະພາ 2019 ການນຳແຂວງ ລາວກ່າຍ ນຳໂດຍທ່ານ ຫງວຽນວັນວິງ ກຳມະການສູນກາງພັກ,ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມຄະນະໄດ້ຕ້ອນຮັບການເດີນທາງໄປພົບປະຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຂອງການນຳຂັ້ນສູງແຂວງອຸດົມໄຊ ນຳໂດຍທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ,ເລຂາພັກແຂວງ,ເຈົ້າແຂວງອຸດົມໄຊ.
ສະຫະພັນກີລາເພາະກາຍແຫ່ງຊາດລາວ ສົ່ງນັກກີລາ 2 ຄົນ (ຍິງ 1 ຊາຍ 1) ພ້ອມດ້ວຍກຳມະການຕັດສິນ 2 ທ່ານ ແລະ ຄະນະພ້ອມດ້ວຍຜູ້ຕິດຕາມ 5 ຄົນ ລວມ 9 ຄົນ ເຂົ້າຮ່ວມແຂ່ງຂັນເພາະກາຍ ລາຍການຊີງແຊັມອາຊຽນ ຄັ້ງທີ 16 ທີ່ປະເທດມຽນມາ ໃນລະຫວ່າງ 16-21 ພຶດສະພາ 2019 ຜ່ານມາ.
ການອອກໃບທະບຽນວິສາຫະກິດຢູ່ບັນດາຈຸດທີ່ໄດ້ຕິດຕັ້ງໂປຣແກຣມທະບຽນວິສາຫະກິດລວມສູນເຊື່ອມຕໍ່ກັບ ສ່ວຍສາອາກອນທັງໝົດ 110 ຈຸດທົ່ວປະເທດພາຍໃນ 2 ເດືອນໄດ້ມີ 4.284 ຫົວໜ່ວຍ.
ໂດຍຕອບສະໜອງຕາມການເຊີນຂອງທ່ານລັດ ຖະມົນຕີ ກະຊວງ ຄົມມະນາຄົມ ແຫ່ງຣາຊະອານາຈັກໄທ, ຫວ່າງແລ້ວນີ້, ຄະນະຜູ້ແທນຝ່າຍລາວນໍາພາໂດຍທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົົ່ງ (ຍທຂ) ພ້ອມດ້ວຍຄະນະວິຊາການ ໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີ ລະຫວ່າງ ກະຊວງ ໂຍທາທິການ ແລະ ຂົນສົົ່ງ ຂອງ ສປປ ລາວ ແລະ ກະຊວງ ຄົມມະນາຄົມ ແຫ່ງຣາຊະອານາຈັກໄທ ທີ່ແຂວງໜອງຄາຍ ຣາຊະອານາຈັກໄທ.
ເມື່ອມໍ່ໆມານີ້, ທີ່ກະຊວງປ້ອງກັນຄວາມສະຫງົບ, ກົມຕໍາຫລວດ ກວດຄົນ ເຂົ້າ-ອອກ ເມືອງ (ຕມ) ກົມໃຫຍ່ສັນຕິບານ ກະຊວງ ປ້ອງກັນ ຄວາມສະຫງົບ ສປປ ລາວ ແລະ ກົມຄຸ້ມຄອງ ການເຂົ້າ-ອອກເມືອງ ກະຊວງ ຕໍາຫລວດ ສສ ຫວຽດນາມ ໄດ້ພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະ.
ຍສໝ - ໃນຕອນເຊົ້າຂອງວັນທີ 23 ພຶດສະພາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ ແລະ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ໂດຍທ່ານນາງ ເຈືອງ ຖິ ມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ເປັນຫົວໜ້າຄະນະ ກຳລັງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ຍສໝ - ດ້ວຍກຳລັງຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ ທີ່ມີຢູ່ຂອງພູຜາ, ປ່າໄມ້. ວັງວຽງບໍ່ຕ່າງຫຍັງກັບແດນສະຫວັນຂອງເມືອງມະນຸດ.
ໃນເດືອນມີນາ 2019, ລວມຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຕິບັດໄດ້ປະມານ 881 ລ້ານໂດລາສະຫະລັດ, ເຊິ່ງບໍ່ກວມເອົາການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະຕິບັດໄດ້ປະມານ 485 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະຕິບັດໄດ້ ປະມານ 395 ລ້ານໂດລາສະຫະລັດ.
ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພຶດສະພາ 2019 ຈັດຂຶ້ນວັນທີ 22 ພຶດສະພາ 2019 ຢູ່ສຳນັກງານນາຍົກລັດຖະມົນຕີ ໂດຍເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.
ການທ່ອງທ່ຽວ ບໍ່ພຽງແຕ່ ເປັນພາກເສດຖະກິດ ທີ່ນໍາເອົາກຳໄລສ່ວນເກີນໃຫ້ແຕ່ລະປະເທດ, ແຕ່ຍັງເປັນຂົວຕໍ່ໃຫ້ແກ່ພື້ນຖານການວັດທະນະທໍາ ແລະ ສົ່ງເສີມການພົວພັນມິດຕະພາບລະຫວ່າງປະເທດ. ເພື່ອໄດ້ແນວນັ້ນ ຈໍາເປັນຕ້ອງມີການສະຫນັບສະຫນູນໃນການໂຄສະນາ.
ຍຸສໝ - ໃນວັນທີ 21 ພຶດສະພາ ທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນ, ບໍລິສັດ ເຕັກໂນໂລຢີ Lumi ຫວຽດນາມ ໄດ້ຈັດພິທີລົງນາມເຊັນສັນຍາຮ່ວມມືກັບ ບໍລິສັດລາວ Lumi ເພື່ອນຳເອົາຜະລິດຕະພັນ ເຮືອນອັດສະລິຍະ Lumi ມາເຖິງປະຊາຊົນລາວ. ພິທີລົງນາມເຊັນສັນຍາ ມີຜູ້ເຂົ້າຮ່ວມດັ່ງນີ້: ຕາງໜ້າ ບໍລິສັດລົງທຶນດ້ານອະສັງຫາລິມະຊັບ, ຜູ້ຮັບເຫມົາກໍ່ສ້າງ, ຕົວແທນຈໍາຫນ່າຍເອເລັກໂຕຣນິກ, ເຟີນີເຈີ, ເຈົ້າຂອງໂຮງແຮມ ແລະ ຜູ້ມັກ(ສາວົກ)ເຕັກໂນໂລຢີໃນລາວ.
ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນພຶດສະພາ 2019 ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2019 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ.
ໃນວັນທີ 22 ພຶດສະພານີ້ ທີ່ສຳນັກງານສູນກາງແນວລາວສ້າງຊາດ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ໃຫ້ກຽດຕ້ອນຮັບ ທ່ານນາງ ເຈືອງ ທິ ມາຍ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ.
ຍສໝ - ໃນລະຫວ່າງວັນທີ 15-21 ພຶດສະພາ, ຄະນະເສດຖະກິດ-ປ້ອງກັນຊາດ 385 (ກອງພົນທີ 15) ໄດ້ຈັດຕັ້ງການກວດ-ປິ່ນປົວພະຍາດ, ແຈກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນລາວ ກວ່າ 800 ເທື່ອຄົນ ຢູ່ 5 ກຸ່ມບ້ານ ແລະ ໂຮງຮຽນຈຳນວນໜຶ່ງຂອງເມືອງຊານໄຊ, ແຂວງອັດຕະປື.
ຍສໝ - ໃນວັນທີ 21 ພຶດສະພາ, ທີ່ວັດ ບາງລອງ ໄດ້ຈັດ ງານບຸນໃຫຍ່ວັນວິສາຂະບູຊາ 2562 (ປະຕິທິນສຸລິຍະ 2019) ແລະ ສູດພາວະນາໃຫ້ປະເທດຊາດມີຄວາມຮົມເຢັນເປັນສຸກ, ມີຄວາມໝັ້ນຄົງ, ໂລກມີສັນຕິພາບ.
ຍສໝ - ຕາມການລາຍງານຂອງສຳນັກຂ່າວຫວຽດນາມ ປະຈຳລາວ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວໃນວັນແຕ່ວັນທີ 19-21 ພຶດສະພາ ຂອງ ຄະນະຜູ້ແທນ ກະຊວງການຕ່າງປະເທດ ຫວຽດນາມ ໂດຍ ທ່ານຮອງນາຍົກລັດຖະມົນຕີ, ຫງວຽນ ກ໋ວກ ຢຸງ ເປັນຫົວຫນ້າກຳມາທິການລັດຖະບານ ກ່ຽວກັບຄົນຫວຽດນາມຢູ່ຕ່າງປະເທດ ເປັນຫົວໜ້າຄະນະ, ໃນຕອນບ່າຍວັນທີ 20 ພຶດສະພາ, ຄະນະຜູ້ແທນໄດ້ມີກອງປະຊຸມຢ່າງເປັນທາງການ ກັບ ຄະນະ ພົວພັນ ຄົນລາວຢູ່ຕ່າງປະເທດ ທີ່ສໍານັກງານ ກະຊວງການຕ່າງປະເທດລາວ ນະຄອນຫຼວງວຽງຈັນ. ເຂົ້າຮ່ວມກອງປະຊຸມເຮັດວຽກມີ ຮອງລັດຖະມົນຕີການຕ່າງປະເທດຂອງລາວ, ທ່ານນາງ ຄຳເພົາ ເອີນທະວັນ.
ສູນອົບຮົມແມ່ຍິງລາວ ໄດ້ຈັດຊຸດຝຶກອົບຮົມວິຊາຊີບການປຸງແຕ່ງອາຫານ, ຕັດຫຍິບ ແລະ ເສີມສວຍໃຫ້ສຳລັບແມ່ຍິງ ຜູ້ດ້ອຍໂອກາດ ຈຳນວນ 50 ຄົນ ໃນຂອບເຂດທົ່ວປະເທດ ແຕ່ວັນທີ 22 ພຶດສະພາ ຫາ 15 ສິງຫາ 2019 ເພື່ອໃສ່ສົ່ງເສີມ ການມີວຽກເຮັດ ງານທຳ ໃຫ້ແມ່ຍິງລາວ, ເຊິ່ງໄດ້ຮັບ ການສະໜັບສະໜູນ ຈາກກະຊວງ ສະເໝີພາບບົດບາດຍິງ-ຊາຍ ແລະ ຄອບຄົວ ສ.ເກົາຫລີ.
ໃນວັນທີ 16 ພຶດສະພາ 2019 ຢູ່ນະຄອນຫຼວງວຽງຈັນ ໄດ້ຂຶ້ນການລົງນາມບົດບັນ¬ທຶກຄວາມເຂົ້າໃຈກ່ຽວກັບການປັບປຸງການເປັນຢູ່ທີ່ດີຂອງຄົນພິການຢູ່ ສປປ ລາວ ລະຫວ່າງລັດຖະບານ ສປປ ລາວ ແລະ ອົງການເວີລເອດຢູເຄຊັນ ປະຈຳ ສປປ ລາວ.