ລາວ-ອາເມຣິກາ ຮ່ວມມືປັບປຸງການເປັນຢູ່ຂອງຄົນພິການ.

13:43 | 22/05/2019

ໃນວັນທີ 16 ພຶດສະພາ 2019 ຢູ່ນະຄອນຫຼວງວຽງຈັນ ໄດ້ຂຶ້ນການລົງນາມບົດບັນ¬ທຶກຄວາມເຂົ້າໃຈກ່ຽວກັບການປັບປຸງການເປັນຢູ່ທີ່ດີຂອງຄົນພິການຢູ່ ສປປ ລາວ ລະຫວ່າງລັດຖະບານ ສປປ ລາວ ແລະ ອົງການເວີລເອດຢູເຄຊັນ ປະຈຳ ສປປ ລາວ.

ເຂົ້າຮ່ວມໃນການລົງ​ນາມ​ບົດ​ບັນ­ທຶກ ມີທ່ານ ຄຳ​ປິງ ແສງ​ຕານ​ນະ­ລາດ ຫົວ­ໜ້າ​ກົມ​ນະ­ໂຍ­ບາຍ​ຕໍ່​ຜູ້​ມີ​ຜົນ­ງານ ພິ­ການ; ຜູ້​ອາ­ຍຸ​ສູງ ຫົວ­ໜ້າ​ກອງ​ເລ­ຂາ​ຄະ­ນະ​ກຳ­ມາ​ທິ​ການ​ແຫ່ງ​ຊາດ ເພື່ອ​ຄົນ​ພິ­ການ; ຜູ້​ອາ­ຍຸ​ສູງ ກະ­ຊວງ​ແຮງ​ງານ ແລະ ສະ​ຫວັດ​ການ​ສັງ­ຄົມ (ຮສສ); ທ່ານ​ນາງ ຊາ​ຣ່າ ບຣູ​ນາ​ກີ ຫົວ­ໜ້າ​ອົງ­ການ​ເວີ​ລ​ເອດ​ຢູ​ເຄ​ຊັນ ປະ­ຈຳ ສປປ ລາວ; ມີ​ທ່ານ​ນາງ ໃບ​ຄຳ ຂັດ​ທິ​ຍະ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ​ແຮງ​ງານ ແລະ ສະ​ຫວັດ​ການ​ສັງ­ຄົມ; ທ່ານ​ນາງ ຣີ​ນາ ບິດ​ເຕີ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ອາ​ເມ​ຣິ​ກາ ປະ­ຈຳ ສປປ ລາວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ອົງ­ການ​ພັດ­ທະ­ນາ​ສາ­ກົນ ສ ອາ​ເມ​ຣິ​ກາ (USAID) ເຮັດ​ວຽກ​ຮ່ວມ​ກັບ​ລັດ­ຖະ­ບານ​ລາວ ເຊິ່ງ​ອົງ­ການ​ເວີ​ລ​ເອດ​ຢູ​ເຄ​ຊັນ ອົງ­ການ​ມະ­ນຸດ­ສະ­ທຳ ແລະ ການ​ມີ​ສ່ວນ​ຮ່ວມ ແລະ ອົງ​ການ­ຈັດ­ຕັ້ງ​ທາງ​ສັງ­ຄົມ ເພື່ອ​ພັດ­ທະ­ນາ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ນະ­ໂຍ­ບາຍ​ການ​ມີ​ສ່ວນ​ຮ່ວມ​ຂອງ​ຄົນ​ພິ­ການ ເພື່ອ​ຮັບ­ປະ­ກັນ​ວ່າ​ບໍ່​ມີ​ໃຜ​ຖືກ​ປະ​ຖິ້ມ​ໄວ້​ຢູ່​ເບື້ອງ​ຫຼັງ ໂຄງ­ການ USAID Okard ມີ​ເປົ້າ​ໝາຍ​ປັບ­ປຸງ​ການ​ເຂົ້າ​ເຖິງ​ການ​ບໍ­ລິ­ການ ດ້ານ​ສຸ­ຂະ­ພາບ ແລະ ການ​ຟື້ນ​ຟູ​ໜ້າ­ທີ່​ການ​ທີ່​ມີ​ຄຸນ​ນະ​ພາບ ເພີ່ມ​ໂອ­ກາດ​ດ້ານ​ການ​ມີ​ວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ພິ­ການ ແລະ ເສີມ​ສ້າງ​ຄວາມ​ເຂັ້ມ­ແຂງ​ວຽກ​ງານ​ດ້ານ​ສຸ­ຂະ­ພາບ ແລະ ເສດ­ຖະ­ກິດ ໂດຍ​ຜ່ານ​ການ​ມີ​ສ່ວນ​ຮ່ວມ​ຂອງ​ພາກ­ສ່ວນ​ກ່ຽວ­ຂ້ອງ.

ລາວ-ອາເມຣິກາ ຮ່ວມມືປັບປຸງການເປັນຢູ່ຂອງຄົນພິການ.

ທ່ານ​ນາງ ຣີ​ນາ ບິດ​ເຕີ ແລະ ທ່ານ ຄຳ​ປິງ ແສງ​ຕານ​ນະ­ລາດໃນການລົງ​ນາມ​ບົດ​ບັນ­ທຶກ. (ພາບ: vientianemai.net)

ທ່ານ​ນາງ ຣີ​ນາ ບິດ​ເຕີ ກ່າວ​ວ່າ: ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ສະ­ບັບ​ນີ້ ເປັນ​ຂີດ​ໝາຍ​ຂອງ​ການ​ຮ່ວມ​ມື​ທີ່​ສຳ­ຄັນ​ສຳ­ລັບ​ສອງ​ປະ­ເທດ ແນ­ໃສ່​ສົ່ງ­ເສີມ​ໃຫ້​ຄົນ​ພິ­ການ​ສາ­ມາດ​ຊ່ວຍ​ຕົນ​ເອງ​ໄດ້ ແລະ ມີ​ຄວາມ​ສາ­ມາດ ໂດຍ​ການ​ເຂົ້າ​ເຖິງ​ການ​ບໍ­ລິ­ການ​ດ້ານ​ສຸ­ຂະ­ພາບ ແລະ ສັງ­ຄົມ​ຢ່າງ​ເທົ່າ​ທຽມ​ກັນ​ຢູ່ ສປປ ລາວ ສ ອາ​ເມ​ຣິ​ກາ ມຸ່ງ​ໝັ້ນ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ລັດ­ຖະ­ບານ​ລາວ ເພື່ອ​ຊ່ວຍ​ໃຫ້​ຄົນ​ພິ­ການ​ສາ­ມາດ​ດຳ­ລົງ​ຊີ­ວິດ​ໄດ້​ຢ່າງ​ເຕັມ­ທີ່ ແລະ ມີ​ປະ​ສິດ­ທິ​ຜົນ.

ໂຄງ­ການ USAID Okard ແມ່ນ​ໂຄງ­ການ​ສືບ​ເນື່ອງ​ຈາກ​ຜົນ­ສຳ­ເລັດ​ຂອງ​ໂຄງ­ການ​ເຝິກ­ອົບ­ຮົມ​ການ​ສ້າງ​ຄວາມ​ເຂັ້ມ­ແຂງ​ດ້ານ​ເສດ­ຖະ­ກິດ ການ​ສະ­ໜອງ​ເຄື່ອງ​ອຳ­ນວຍ​ຄວາມ​ສະ­ດວກ​ດ້ານ​ເຕັກ​ໂນ​ໂລ​ຊີ ແລະ ການ​ຟື້ນ​ຟູ​ໜ້າ­ທີ່​ການ​ທາງ​ການ​ແພດ (TEAM) ພາຍ​ໃຕ້​ການ​ສະ­ໜັບ­ສະ­ໜູນ​ຂອງ​ອົງ­ການ USAID ເຊິ່ງ​ໄດ້​ຊ່ວຍ­ເຫຼືອ​ຄົນ​ພິ­ການ ຫຼື ຄວາມ​ບົກ​ຜ່ອງ​ເກືອບ 6.000 ຄົນ ໂຄງ­ການ TEAM ຍັງ​ໄດ້​ເຝິກ­ອົບ­ຮົມ​ໃຫ້​ພະ­ນັກ­ງານ​ສາ­ທາ­ລະ­ນະ​ສຸກ ແລະ ຄູ່​ຮ່ວມ​ງານ​ຂັ້ນ​ທ້ອງ­ຖິ່ນ​ຫຼາຍ​ກວ່າ 500 ທ່ານ ນອກ­ຈາກ​ໂຄງ­ການ USAID Okard ລັດ­ຖະ­ບານ​ອາ​ເມ​ຣິ​ກາ ຍັງ​ມີ​ຫຼາຍ​ແຜນ​ງານ​ທີ່​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຮ່ວມ​ກັບ​ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ລາວ ເພື່ອ​ປັບ­ປຸງ​ການ​ສຶກ​ສາ ສົ່ງ­ເສີມ​ວຽກ​ງານ​ສາ­ທາ­ລະ­ນະ​ສຸກ ແລະ ໂພ­ຊະ​ນາ​ການ ອຳ­ນວຍ​ຄວາມ​ສະ­ດວກ​ດ້ານ​ການ​ຄ້າ ການ​ລົງ­ທຶນ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ດ້ານ​ລະ­ບຽບ​ກົດ­ໝາຍ.


(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.