ລັດຖະບານລາວ ຕີລາຄາສູງ ການປະກອບສ່ວນ ອັນຕັ້ງໜ້າ ຂອງຊຸມຊົນຊາວຫວຽດນາມ ຢູ່ ລາວ

15:20 | 22/05/2019

ຍສໝ - ຕາມການລາຍງານຂອງສຳນັກຂ່າວຫວຽດນາມ ປະຈຳລາວ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວໃນວັນແຕ່ວັນທີ 19-21 ພຶດສະພາ ຂອງ ຄະນະຜູ້ແທນ ກະຊວງການຕ່າງປະເທດ ຫວຽດນາມ ໂດຍ ທ່ານຮອງນາຍົກລັດຖະມົນຕີ, ຫງວຽນ ກ໋ວກ ຢຸງ ເປັນຫົວຫນ້າກຳມາທິການລັດຖະບານ ກ່ຽວກັບຄົນຫວຽດນາມຢູ່ຕ່າງປະເທດ ເປັນຫົວໜ້າຄະນະ, ໃນຕອນບ່າຍວັນທີ 20 ພຶດສະພາ, ຄະນະຜູ້ແທນໄດ້ມີກອງປະຊຸມຢ່າງເປັນທາງການ ກັບ ຄະນະ ພົວພັນ ຄົນລາວຢູ່ຕ່າງປະເທດ ທີ່ສໍານັກງານ ກະຊວງການຕ່າງປະເທດລາວ ນະຄອນຫຼວງວຽງຈັນ. ເຂົ້າຮ່ວມກອງປະຊຸມເຮັດວຽກມີ ຮອງລັດຖະມົນຕີການຕ່າງປະເທດຂອງລາວ, ທ່ານນາງ ຄຳເພົາ ເອີນທະວັນ.

ລັດຖະບານລາວ ຕີລາຄາສູງ ການປະກອບສ່ວນ ອັນຕັ້ງໜ້າ ຂອງຊຸມຊົນຊາວຫວຽດນາມ ຢູ່ ລາວ

ບັນຍາກາດການຕ້ອນຮັບ.(ພາບ: ຊົນຕູ໋/ສຳນັກຂ່າວຫວຽດນາມ)

ໃນກອງປະຊຸມເຮັດວຽກ, ທັງສອງຝ່າຍໄດ້ຮ່ວມກັນແລກປ່ຽນຫຼາຍບັນຫາທີ່ທັງສອງມີຄວາມສົນໃຈ, ພ້ອມກັນນັ້ນເຫັນດີເປັນເອກກະພາບຮ່ວມມື ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານ ຄົນລາວເຊື້ອສາຍຫວຽດນາມ ແລະ ຄົນຫວຽດນາມ ເຊື້ອສາຍລາວ ທີ່ອາໄສຢູ່ ດິນແດນຂອງອີກຝ່າຍ,ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງແຕ່ລະປະເທດ, ພ້ອມກັນນັ້ນຊ່ວຍຮັດແໜ້ນສາຍພົວພັນພິເສດ ຫວຽດນາມ-ລາວ-ຫວຽດນາມ.

ກ່າວຄໍາເຫັນຢູ່ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດລາວ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມອົບອົກຂອບໃຈຢ່າງຍິ່ງຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງຊຸມຊົນຊາວຫວຽດນາມ ຢູ່ ລາວ ໃນການກໍ່ສ້າງ ແລະ ພັດທະນາ ປະເທດລາວ; ທ່ານຍັງເນັ້ນຫນັກວ່າ ການພົວພັນ ລະຫວ່າງ ລາວ ແລະ ຫວຽດນາມແມ່ນພິເສດ ແລະແໜ້ນແຟ້ນ ແລະ ມີການພັດທະນາ ອັນໃໝ່ຢ່າງຕັ້ງໜ້າຫຼາຍຂື້ນກ່າວເກົ່າ.

ພ້ອມກັນນັ້ນ ທ່ານຮອງນາຍົກລັດຖະມົນຕີ ຄຳເພົາ ເອີນທະວັນ , ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນ ກ້ວກ ຢຸງ ໄດ້ສະເຫນີໃຫ້ທັງສອງຝ່າຍ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ບັນດາສົນທິກສັນຍາ, ບົດບັນທຶກສັນຍາ ທີ່ໄດ້ເຊັນຮ່ວມກັນ, ພ້ອມດຽວກັນນັ້ນ, ເພີ່ມທະວີການແລກປ່ຽນ, ປະສານສົມທົບກໍ່ສ້າງແຜນການຮ່ວມມືທີ່ເປັນຮູບປະທຳ, ຊ່ວຍເຫຼືອຊາວຫວຽດນາມ-ສັນຊາດລາວ ແລະ ຊາວລາວສັນຊາດຫວຽດນາມ ທຳມາຫາກິດ ແລະ ດໍາລົງຊີວິດຢູ່ຢ່າງຫມັ້ນຄົງ ແລະ ຢູ່ພາຍໃຕ້ກົດຫມາຍ ຂອງປະເທດທີ່ຕົນອາໄສຢູ່, ປະກອບສ່ວນຢ່າງຕັ້ງຫນ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງແຕ່ລະປະເທດ ແລະ ສືບຕໍ່ເປັນຂົວຕໍ່ ໃຫ້ແກ່ສາຍພົວພັນພິເສດ ລະຫວ່າງ ຫວຽດນາມ - ລາວ ແລະ ລາວ - ຫວຽດນາມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.