ປະທານສູນກາງແນວລາວສ້າງຊາດລາວ ຕ້ອນຮັບ ຄະນະຜູ້ແທນຫວຽດນາມ

11:06 | 23/05/2019

ໃນວັນທີ 22 ພຶດສະພານີ້ ທີ່ສຳນັກງານສູນກາງແນວລາວສ້າງຊາດ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ໃຫ້ກຽດຕ້ອນຮັບ ທ່ານນາງ ເຈືອງ ທິ ມາຍ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ.

ປະທານສູນກາງແນວລາວສ້າງຊາດລາວ ຕ້ອນຮັບ ຄະນະຜູ້ແທນຫວຽດນາມ

ທ່ານ ໄຊສົມພອນ ພົມວິຫານ ແລະ ທ່ານນາງ ເຈືອງ ທິ ມາຍ.(ພາບ:pasaxon.org.la)

ທີ່ສຳນັກງານສູນກາງແນວລາວສ້າງຊາດ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ໃຫ້ກຽດຕ້ອນຮັບ ທ່ານນາງ ເຈືອງ ທິ ມາຍ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ແລະ ເປີດກອງປະຊຸມປາຖະກະຖາໃນຫົວຂໍ້ "ວຽກງານຂົນຂວາຍປະຊາຊົນ, ວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນຂອງພັກໃນເງື່ອນໄຂພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະ ການເຊື່ອມໂຍງສາກົນ "ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 22-24 ພຶດສະພາ 2019 ນີ້.

ໃນກອງປະຊຸມ ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວບາງຕອນວ່າ: ເພື່ອເປັນການຮຽນຮູ້ແນວທາງນະໂຍບາຍ, ແລກປ່ຽນບົດຮຽນຈາກ ພຶດຕິກຳຕົວຈິງໃນການຊີ້ນຳ-ນຳພາຂອງພັກກອມມູນິດ ຫວຽດນາມ ຕໍ່ວຽກງານຂົນຂວາຍປະຊາຊົນ, ວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນຂອງພັກໃນເງື່ອນໄຂໃໝ່, ພ້ອມກັນນັ້ນ, ກໍເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດ ແລະ ປະຊາຊົນສອງປະເທດລາວ-ຫວຽດນາມ ໃຫ້ນັບມື້ນັບມີປະສິດທິຜົນຍິ່ງໆຂຶ້ນເວົ້າລວມ, ເວົ້າສະເພາະກໍແມ່ນການຈັດຕັ້ງຜັນຂະຫຍາຍສັນ ຍາຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ຢ່າງເປັນຮູບປະທຳຕົວຈິງ. ພ້ອມນັ້ນ, ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງປາຖະກະຖາກ່ຽວກັບວຽກງານຂົນຂວາຍມະຫາຊົນ, ຍົກສູງບົດບາດນຳພາຂອງພັກກອມມູນິດຫວຽດນາມຕໍ່ບົດບາດແນວໂຮມປະເທດຊາດຫວຽດນາມ ແລະ ອົງການຈັດຕັ້ງມະຫາຊົນຂອງພັກໃນເງື່ອນໄຂແຫ່ງການຫັນໄປສູ່ເສດຖະກິດຕະຫຼາດ ແລະ ການເຊື່ອມໂຍງສາກົນ.

ໃນວັນດຽວກັນກໍໄດ້ມີການປະດັບຫຼຽນໄຊແຮງງານຂອງລັດຖະບານ ສສ ຫວຽດນາມ ໃຫ້ບັນດາຄະນະກຳມະການສູນກາງແນວລາວສ້າງຊາດຄື: ປະດັບຫຼຽນໄຊແຮງງານ ຊັ້ນ I ໃຫ້ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ; ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ແລະ ປະດັບຫຼຽນໄຊແຮງງານຊັ້ນ III ມີ 5 ທ່ານຄື: ທ່ານ ຄຳຫຼ້າ ລິ້ງນະສອນ ຮອງປະທານສູນກາງແນວລາວສ້າງຊາດ; ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ; ທ່ານ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ; ທ່ານ ເຢ່ຍເກີຢາ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ແລະ ທ່ານນາງ ຍອດແກ້ວມະນີ ສຸພານຸວົງ ຮອງປະທານສູນກາງແນວລາວສ້າງຊາດ. ໃຫ້ກຽດປະດັບຫຼຽນໄຊແຮງງານໃນຄັ້ງນີ້ ໂດຍທ່ານນາງ ເຈືອງ ທິ ມາຍ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.