ຄະນະເສດຖະກິດ-ປ້ອງກັນຊາດ 385 ກວດພະຍາດ ແລະ ແຈກຢາປິ່ນປົວໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນລາວ

09:10 | 23/05/2019

ຍສໝ - ໃນລະຫວ່າງວັນທີ 15-21 ພຶດສະພາ, ຄະນະເສດຖະກິດ-ປ້ອງກັນຊາດ 385 (ກອງພົນທີ 15) ໄດ້ຈັດຕັ້ງການກວດ-ປິ່ນປົວພະຍາດ, ແຈກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນລາວ ກວ່າ 800 ເທື່ອຄົນ ຢູ່ 5 ກຸ່ມບ້ານ ແລະ ໂຮງຮຽນຈຳນວນໜຶ່ງຂອງເມືອງຊານໄຊ, ແຂວງອັດຕະປື.

ໃນປີ 2018 ແລະ ຕົ້ນປີ 2019 ມາຮອດປະຈຸບັນ, ກົມກອງນີ້ຍັງໄດ້ກວດ-ປິ່ນປົວພະຍາດເປັນປະຈຳໃຫ້ປະຊາຊົນລາວຫຼາຍພັນຄົນ ຢູ່ ເມືອງສາມັກຄີໄຊ, ພູວົງ, ໄຊເສດຖາ ປະເທດລາວອ້າຍນ້ອງ.

ຄະນະເສດຖະກິດ-ປ້ອງກັນຊາດ 385 ກວດພະຍາດ ແລະ ແຈກຢາປິ່ນປົວໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນລາວ

ຄະນະເສດຖະກິດ-ປ້ອງກັນຊາດ 385 ຈັດຕັ້ງການກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນ. (ພາບ: qdnd.vn)

ນີ້ແມ່ນການກະທຳທີ່ມີຄວາມໝາຍສຳຄັນຕໍ່ກັບປະຊາຊົນຢູ່ເຂດທີ່ກອງທັບຕັ້ງຄ້າຍຢູ່, ສະນັ້ນຈິ່ງສາມາດສະກັດກັ້ນ, ຕ້ານພະຍາດຕິດແປດກຄືໂລກລະບາດທີ່ອາດຈະເກີດຂຶ້ນຍ້ອນຜົນສະທ້ອນຈາກ ສະພາບລົມຟ້າອາກາດ ແລະ ອຸນນະພູມໄດ້ຢ່າງທັນການ. ບັນດາວຽກງານດັ່ງກ່າວໄດ້ປະກອບສ່ວນກໍ່ສ້າງກົມກອງ, ຖານທີ່ໝັ້ນເຂັ້ມແຂງ, ແຕ່ງແຕ້ມສີສັນຂອງຄວາມສາມັກຄີ, ມິດຕະພາບແບບພິເສດ ຫວຽດນາມ-ລາວ ໃຫ້ເປັ່ງປະກາຍສີຍິ່ງຂຶ້ນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.