ລັດຖະບານລາວຈະພິຈາລະນາ 9 ບັນຫາສຳຄັນ

11:10 | 23/05/2019

ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນພຶດສະພາ 2019 ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2019 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ.

ລັດຖະບານລາວຈະພິຈາລະນາ 9 ບັນຫາສຳຄັນ

ບັນຍາກາດກອງປະຊຸມ.(ພາບ:pasaxon.org.la)

ກອງປະຊຸມລັດຖະບານຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ (ວັນທີ 22-23 ພຶດສະພາ 2019), ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ແລະ ພິຈາລະນາຮັບຮອງເອົາ 9 ເອກະສານສຳຄັນຄື: ບົດລາຍງານການຄຸ້ມຄອງ, ການຟື້ນຟູ ແລະ ການປູກປ່າ ເພື່ອທົດແທນການຫັນເນື້ອທີ່ປ່າເປັນເຂດສຳປະທານການລົງທຶນ ແລະ ເພື່ອບັນລຸຄາດໝາຍເນື້ອທີ່ປ່າປົກຫຸ້ມ ໃນປີ 2020; ບົດລາຍງານການປະ ຕິບັດວຽກຈຸດສຸມພັດທະນາຊັບພະຍາກອນມະນຸດຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ; ບົດລາຍງານຜົນການວິເຄາະໂຄງສ້າງລາຄານໍ້າມັນ ແລະ ທິດທາງ ໃນການຄຸ້ມຄອງນໍ້າໃນ ສປປ ລາວ; ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດຄຳສັ່ງສະບັບເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ; ບົດລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວ ລາວ-ຈີນ 5 ເດືອນຕົ້ນປີ ແລະ ວຽກຈຸດ ສຸມສົ່ງເສີມປີທ່ອງທ່ຽວ ລາວ-ຈີນ 2019; ບົດລາຍງານການຄຸ້ມຄອງ, ການອອກໃບຕາດິນຊໍ້າຊ້ອນໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ; ບົດລາຍງານການປັບປຸງຮ່າງລັດຖະບັນຍັດ 003/ປປທ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ; ບົດລາຍງານກ່ຽວກັບບັນຊີລາຍການໄມ້ ແລະ ຜະລິດຕະພັນໄມ້ ເພື່ອສົ່ງອອກ; ບົດລາຍງານຜົນການສຶກສາກ່ຽວກັບແຜນຍຸດທະສາດສຳລັບການຄຸ້ມຄອງທຸລະກິດຄາຊິໂນ ຢູ່ ສປປ ລາວ ແລະ ອະນາຄົດ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ທ່ານອາດຈະມັກ

ເຫດການ