ລາວ-ໄທ ເພີ່ມທະວີການຮ່ວມມືດ້ານໂຍທາທິການ ແລະ ຂົນສົ່ງ

14:38 | 24/05/2019

ໂດຍຕອບສະໜອງຕາມການເຊີນຂອງທ່ານລັດ ຖະມົນຕີ ກະຊວງ ຄົມມະນາຄົມ ແຫ່ງຣາຊະອານາຈັກໄທ, ຫວ່າງແລ້ວນີ້, ຄະນະຜູ້ແທນຝ່າຍລາວນໍາພາໂດຍທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົົ່ງ (ຍທຂ) ພ້ອມດ້ວຍຄະນະວິຊາການ ໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີ ລະຫວ່າງ ກະຊວງ ໂຍທາທິການ ແລະ ຂົນສົົ່ງ ຂອງ ສປປ ລາວ ແລະ ກະຊວງ ຄົມມະນາຄົມ ແຫ່ງຣາຊະອານາຈັກໄທ ທີ່ແຂວງໜອງຄາຍ ຣາຊະອານາຈັກໄທ.

ລາວ-ໄທ ເພີ່ມທະວີການຮ່ວມມືດ້ານໂຍທາທິການ ແລະ ຂົນສົ່ງ

ລາວ-ໄທ ເພີ່ມທະວີການຮ່ວມມືດ້ານໂຍທາທິການ ແລະ ຂົນສົ່ງ. (ພາບ:pasaxon.org.la)

ຄະນະຜູ້ແທນຝ່າຍໄທນໍາພາໂດຍ ທ່ານ ອາຄົມ ເຕີມພິດ ທະຍາໄພສິດ ລັດຖະມົນຕີວ່າການ ກະຊວງຄົມມະນາຄົມ ແຫ່ງຣາຊະອານາຈັກໄທ, ທ່ານ ເຈົ້າແຂວງໜອງຄາຍ ພ້ອມດ້ວຍຄະນະວິຊາການເຂົ້າຮ່ວມ. ກອງປະຊຸມດັ່ງກ່າວໄດ້ ຈັດຂຶ້ນເປັນປະຈໍາໃນແຕ່ລະປີເພື່ອຜັນຂະຫຍາຍນະໂຍບາຍການເຊື່ອມໂຍງດ້ານຄົມມະນາຄົມຂົນສົົ່ງທີ່ເປັນພື້ນຖານສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ການຄ້າ ໂດຍມີຈຸດປະສົງເພື່ອປຶກສາຫາລືກ່ຽວກັບການຮ່ວມມືຕາມກອບການຮ່ວມມືລະຫວ່າງກະຊວງສອງກະຊວງດັ່ງກ່າວໃນໄລຍະຜ່ານມາ ແລະ ແຜນ ການຮ່ວມມື ໃນຕໍ່ໜ້າ ຊຶ່ງກວມເອົາ 7 ຫົວຂໍ້.

ຜ່ານການປະຊຸມປຶກສາຫາລື ເປັນເວລາເຄິ່ງວັນ, ທັງສອງຝ່າຍໄດ້ເປັນເອກະພາບກັນໃນແຕ່ລະຫົວຂໍ້ຄື: ການເຊື່ອມໂຍງຜ່ານຂົວມິດຕະພາບລາວ-ໄທ ແມ່ນທັງສອງຝ່າຍໄດ້ສໍາເລັດຮ່າງຂໍ້ຕົກລົງທີ່ຈະສ້າງຂົວມິດຕະພາບແຫ່ງທີ 5 ບໍລິຄຳໄຊ-ບຶງການ ແລະ ຄາດວ່າຈະໄດ້ເຊັນສັນຍາໃນກາງເດືອນມິຖຸນາ 2019 ນີ້, ພ້ອມດຽວກັນນັ້ນກໍຈະຊຸກຍູ້ໃຫ້ມີການກໍ່ສ້າງຂົວມິດຕະພາບແຫ່ງທີ 6 ສາລະວັນ- ອຸບົນຣາຊະທານີ ຊຶ່ງຜ່ານມາໄດ້ສໍາເລັດການສຶກສາຜົນໄດ້ຮັບທາງດ້ານເສດຖະກິດ-ສັງຄົມ ແລະ ການສໍາຫຼວດ-ອອກແບບລະອຽດເພື່ອກໍ່ສ້າງ.

ນອກຈາກນັ້ນ, ທັງສອງຝ່າຍກໍຈະຮ່ວມມືກັນໃນການສ້ອມແປງບໍາລຸງຮັກສາ ຂົວມິດຕະພາບ ແຫ່ງທີ 3 ທ່າແຂກ-ນະຄອນພະນົມ ແລະ ແຫ່ງທີ 4 ຫ້ວຍຊາຍ-ຊຽງຂອງ ພ້ອມດ້ວຍການຄວບຄຸມນໍ້າໜັກລົດບັນທຸກຕາມຈຸດຕ່າງໆ. ການເຊື່ອມໂຍງທາງລົດໄຟລາວ-ໄທ ແມ່ນຈະຮ່ວມມືກັນສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ສະເພາະທາງລົດໄຟ ວຽງຈັນ - ໜອງຄາຍ ແລະ ຈະກໍ່ສ້າງເສັ້ນທາງລົດໄຟວຽງຈັນ - ໜອງຄາຍ ໄລຍະສອງ ມີຄວາມຍາວ 7,5 ກມ ຊຶ່ງຄາດວ່າຈະໄດ້ລົງມືກໍ່ສ້າງໃນທ້າຍປີ 2019. ທັງສອງຝ່າຍກໍໄດ້ປຶກສາຫາລືກັນກ່ຽວກັບຄວາມເປັນໄປໄດ້ໃນການສ້າງທາງລົດໄຟເຊື່ອມຕໍ່ລະຫວ່າງແຂວງຈໍາປາສັກ - ແຂວງອຸບົນຣາດຊະທານີ ແລະ ລະຫວ່າງທ່າແຂກ-ນະຄອນພະນົມ. ການຮ່ວມມືດ້ານການຂົນສົົ່ງທາງລົດແມ່ນຈະຊຸກຍູ້ໃຫ້ໄດ້ຈັດຕັ້ງປະຕິບັດການກວດກາຜ່ານແດນຮ່ວມກັນຢູ່ທີ່ດ່ານສາກົນສະຫວັນນະເຂດ - ມຸກດາຫານ ແລະ ສົົ່ງເສີມການແລ່ນລົດໂດຍສານລະຫວ່າງສາມປະເທດລາວ - ໄທ - ຫວຽດນາມ.

ພ້ອມດຽວກັນນັ້ນ, ກໍໄດ້ກໍານົດແຜນທີ່ຈະປັບປຸງຂໍ້ຕົກລົງວ່າດ້ວຍການຂົນສົົ່ງ ລະຫວ່າງລາວ-ໄທ. ການພັດທະນາເສັ້ນທາງແມ່ນຈະຊຸກຍູ້ໃຫ້ມີການກໍ່ສ້າງຍົກລະດັບທາງເລກທີ 11 ໄລຍະ ແຕ່ຂົວນຳ້ສັງ - ບ້ານ ໂນນສະຫວັນ - ບ້ານໂຄກເຂົ້າດໍ, ໄລຍະແຕ່ ຊະນະຄາມ - ບ້ານໂນນສະຫວັນ ແລະ ທາງເລກທີ 12 ແຕ່ ທ່າແຂກ - ດ່ານນາເພົ້າ ຊາຍແດນລາວ-ຫວຽດນາມ ຢູ່ແຂວງຄໍາມ່ວນ. ການຮ່ວມມືດ້ານການຂົນສົົ່ງທາງນໍ້າ, ທັງສອງຝ່າຍເຫັນດີທີ່ຈະຮ່ວມມືກັນສ້າງຄວາມອາດສາມາດໃຫ້ແກ່ບຸກຄະລາກອນ ໂດຍຈະຮ່ວມມືກັນສ້າງຫຼັກສູດສິດສອນລູກເຮືອ, ນາຍທ້າຍເຮືອ ແລະ ຄວາມປອດໄພໃນການເດີນເຮືອ.

ພ້ອມດຽວກັນນັ້ນ ກໍຈະໄດ້ແລກປ່ຽນ, ຖອດຖອນບົດຮຽນ ແລະ ຈັດຝຶກອົບຮົມໃຫ້ແກ່ຜູ້ຝຶກສອນຝ່າຍລາວ. ການຮ່ວມມືດ້ານການບິນແມ່ນໄດ້ຕົກລົງກັນທາງດ້ານຫຼັກການທີ່ຈະຮ່ວມມືກັນສ້າງກົນໄກໃນການຊ່ວຍເຫຼືອ ແລະ ຊອກຄົົ້ນຜູ້ປະສົບໄພທາງອາກາດ ຊຶ່ງປັດຈຸບັນແມ່ນໄດ້ສໍາເລັດຮ່າງຂໍ້ຕົກລົງສໍາລັບວຽກງານດັ່ງກ່າວ ແລະ ຄາດວ່າຈະໄດ້ລົງນາມເຊັນສັນຍາໃນເດືອນ ກໍລະກົດ 2019. ສໍາລັບການພັດທະນາດ້ານບຸກຄະລາກອນ, ທັງສອງຝ່າຍຈະຮ່ວມມືກັນໃນການສ້າງແຜນພັດທະນາບຸກຄະລາກອນຮ່ວມກັນ ທັງໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ. ພ້ອມດຽວກັນນັ້ນ ກໍໄດ້ຕົກລົງທີ່ຈະໃຫ້ມີການປະຊຸມແລກປ່ຽນລະດັບວິຊາການຂອງສອງກະຊວງຢ່າງເປັນປະຈໍາ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.