|
ທ່ານນາງ ເຈືອງ ທິ ມາຍ ແລະ ທ່ານ ບຸນຍັງ ວໍລະຈິດ. (ພາບ:nhandan.com.vn)
ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ແລະ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ກໍ່ໄດ້ຢັ້ງຢືນວ່າ: ລາວຈະຮ່ວມກັບຫວຽດນາມຮັກສາ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ລະຫວ່າງ ລາວ - ຫວຽດນາມ ແລະ ຖ່າຍທອດໃຫ້ຄົນລຸ້ນຕໍ່ໆໄປກ່ຽວກັບສາຍພົວພັນອັນດີງາມແບບພິເສດລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ.
| |
ທ່ານນາງ ເຈືອງ ທິ ມາຍ ແລະ ທ່ານນາງ ປານີ ຢາທໍ່ຕູ້. (ພາບ:nhandan.com.vn)
ສ່ວນ ທ່ານນາງ ເຈືອງ ທິ ມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກຄອມມູນິດຫວຽດນາມ ໄດ້ກ່າວວ່າ: ຫວຽດນາມຈະສົມທົບກັບ ລາວ ຢ່າງແໜ້ນແຟ້ນໃນການຜັນຂະຫຍາຍ ແລະ ປະຕິບັດບັນດາຂໍ້ຕົກລົງ ທີ່ການນໍາຂັ້ນສູງຂອງສອງພັກ ສອງລັດ ໄດ້ເຊັນລົງນາມໃຫ້ມີປະສິດທິຜົນ. ນອກຈາກນັ້ນ, ທ່ານນາງ ເຈືອງ ທິ ມາຍ ກໍ່ໄດ້ຢັ້ງຢືນວ່າ: ຫວຽດນາມຈະສະໜັບສະໜູນ ທຸກການເຄື່ອນໄຫວປ່ຽນແປງໃໝ່ ຢູ່ ລາວ ຢ່າງຮອບດ້ານ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ຈະສືບຕໍ່ຍາດໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງຕື່ມອີກ ໃນພາລະກິດປ່ຽນແປງໃໝ່.
(ໄຊພອນ)