ຕໍາຫລວດ ຫວຽດນາມ ແລະ ລາວ ແລກປ່ຽນບົດຮຽນວຽກງານວິຊາສະເພາະ

13:40 | 24/05/2019

ເມື່ອມໍ່ໆມານີ້, ທີ່ກະຊວງປ້ອງກັນຄວາມສະຫງົບ, ກົມຕໍາຫລວດ ກວດຄົນ ເຂົ້າ-ອອກ ເມືອງ (ຕມ) ກົມໃຫຍ່ສັນຕິບານ ກະຊວງ ປ້ອງກັນ ຄວາມສະຫງົບ ສປປ ລາວ ແລະ ກົມຄຸ້ມຄອງ ການເຂົ້າ-ອອກເມືອງ ກະຊວງ ຕໍາຫລວດ ສສ ຫວຽດນາມ ໄດ້ພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະ.

ຕໍາຫລວດ ຫວຽດນາມ ແລະ ລາວ ແລກປ່ຽນບົດຮຽນວຽກງານວິຊາສະເພາະ

ບັນຍາກາດທີ່ກອງປະຊຸມ.(ພາບ:ຂປລ)

ຝ່າຍລາວນໍາໂດຍ ພັອ ສາຍສະໝິງ ສີວິິໄລ ຫົວໜ້າກົມ ຕໍາຫລວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ຝ່າຍຫວຽດ ນາມ ນໍາໂດຍ ພັອ ເຈີນ ກວາງ ຕາມ ຮອງຫົວໜ້າກົມຄຸ້ມຄອງການເຂົ້າ-ອອກເມືອງກະຊວງຕໍາຫລວດ ສສ ຫວຽດນາມ. ການພົບປະ ແລກປ່ຽນບົດຮຽນຄັ້ງນີ້, ເປັນການສືບຕໍ່ຮ່ວມມືກັນເປັນຄັ້ງທີ 4 ບົນພື້ນຖານການຈັດຕັ້ງຜັນຂະຫຍາຍສັນຍາວ່າດ້ວຍການເດີນທາງຂ້າມແດນທີ່ໄດ້ລົງນາມກັນໃຫ້ປະກົດຜົນເປັນຈິງເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກສະບາຍໃຫ້ປະຊາຊົນສອງປະເທດ ລາວ-ຫວຽດນາມ ໄປມາຫາສູ່ກັນ, ທັງເປັນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບ ຮຽບຮ້ອຍຕາມແນວຊາຍແດນ ແລະ ເຮັດໃຫ້ ການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ໃຫ້ນັບມື້ດີຂຶ້ນເລື້ອຍໆ.

ພ້ອມນີ້, ໃນພິທີທັງສອງຝ່າຍຍັງໄດ້ລາຍງານສະພາບການຕາມແນວຊາຍແດນໃຫ້ໄດ້ຮັບຮູ້ເປັນຕົ້ນແມ່ນບັນຫາການລັກລອບ ເຂົ້າ-ອອກເມືອງ ໂດຍບໍ່ຖືກຕ້ອງ, ການຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ, ການຄ້າມະນຸດ, ການກໍ່ຄວາມບໍ່ເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ທັງສອງຝ່າຍກໍໄດ້ມີການຖອດຖອນ, ແລກປ່ຽນບົດຮຽນຮ່ວມກັນໃນແຕ່ລະໜ້າວຽກເຊັ່ນ: ວຽກງານຍົກສູງປະສິດທິພາບ ກວດຄົນເຂົ້າ-ອອກເມືອງ, ປຶກສາຫາລືແລກປ່ຽນບົດຮຽນວຽກງານວິຊາສະເພາະ ໃຫ້ມີຄວາມກວ້າງຂວາງ, ເລິກເຊິ່ງ ແລະ ແທດເໝາະກັບຕົວຈິງ, ຄົ້ນຄວ້າຮ່ວມກັນກ່ຽວກັບແຜນການສືບຕໍ່ຮ່ວມມືໃນຕໍ່ໜ້າໃຫ້ມີຈຸດສຸມ ແລະ ກຽມພ້ອມ ຕອບສະໜອງ ວຽກງານການເມືອງໃນໄລຍະໃໝ່, ການປະສານສົມທົບແລກປ່ຽນຂໍ້ມູນຂ່າວສານ ໃນຂົງເຂດກວດກາຄົນເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ, ຊ່ວຍເຫລືອກັນໃນຍາມຊອກຈັບ, ຕິດຕາມ, ກວດກາເປົ້າໝາຍເມື່ອພົບເຫັນແມ່ນແຈ້ງໃຫ້ກັນຮູ້ຢ່າງເປັນທາງການ ຕາມຄວາມຮຽກຮ້ອງຕ້ອງການຂອງແຕ່ລະຝ່າຍ, ພ້ອມນຳສົ່ງຜູ້ທີ່ເຂົ້າເມືອງຜິດກົດໝາຍກັບຄືນປະເທດຕົ້ນທາງ, ປຶກສາຫາລືແລກປ່ຽນ ຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວລະເມີດກົດໝາຍຂອງພົນລະເມືອງສອງຝ່າຍ ເປັນຕົ້ນການແຕ່ງດອງບໍ່ຖືກຕ້ອງ, ການໄດ້ສຳມະໂນຄົວແບບບໍ່ຖືກຕ້ອງ, ລັກລີ້ຊ່ອນ, ປະກອບອາຊີບບໍ່ຖືກຕ້ອງ ແລະ ເຄື່ອນໄຫວຜິດລະບຽບການຕ່າງໆ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.