ວັງວຽງ: ເມືອງຍອດນິຍົມທ່ອງທ່ຽວແຫ່ງໜຶ່ງຂອງລາວ

16:34 | 23/05/2019

ຍສໝ - ດ້ວຍກຳລັງຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ ທີ່ມີຢູ່ຂອງພູຜາ, ປ່າໄມ້. ວັງວຽງບໍ່ຕ່າງຫຍັງກັບແດນສະຫວັນຂອງເມືອງມະນຸດ.

ວັງວຽງ: ເມືອງຍອດນິຍົມທ່ອງທ່ຽວແຫ່ງໜຶ່ງຂອງລາວ

ເມືອງວັງວຽງຕັ້ງຢູ່ທາງທິດເໜືອຂອງແຂວງວຽງຈັນຫ່າງຈາກນະຄອນຫຼວງວຽງຈັນໄປຕາມເສັ້ນທາງເລກທີ 13 ເໜືອປະມານ 150 ກິໂລແມັດ, ເປັນເມືອງທີ່ອຸດົມສົມບູນໄປດ້ວຍທໍາມະຊາດທີ່ສວຍສົດງົດງາມ, ມີສາຍນໍ້າຊອງໄຫຼຜ່ານແຕ່ເໜືອຮອດໃຕ້, ມີພູຜາປ່າດົງ ແລະ ຖໍ້າຕ່າງໆ ທີ່ອັດສະຈັນຫຼາຍບ່ອນ ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກຄົນເປັນຢ່າງດີຈົນກາຍເປັນເມືອງທ່ອງທ່ຽວທີ່ມີສະເໜ່ ສາມາດດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຢ່າງກ້ວາງຂວາງ.

ວັງວຽງ: ເມືອງຍອດນິຍົມທ່ອງທ່ຽວແຫ່ງໜຶ່ງຂອງລາວ

ວັງວຽງແມ່ນໜຶ່ງໃນສີ່ເມືອງຍອດນິຍົມ ແລະ ເປັນປາຍທາງການທ່ອງທ່ຽວສຳຄັນທີ່ສຸດຂອງລາວ, ຄຽງຄູ່ກັບນະຄອນຫຼວງວຽງຈັນ, ຫລວງພະບາງ ແລະ ຈຳປາສັກ. ປີ 1990, ວັງວຽງໄດ້ສ້າງເປັນເຂດທ່ອງທ່ຽວທຳມະຊາດ ແລະ ດຶງດູດນັກທ່ອງທ່ຽວຈຳນວນຫຼວງຫຼາຍມາທັດສະນາຈອນ ແລະ ທ່ຽວຊົມທັດສະນິຍະພາບທຳມະຊາດອັນສວຍງາມດັ່ງໃນຝັນ ແລະ ເຕັມໄປດ້ວຍສະເໜ່ໃນນ້ຳໃຈຮັກແພງແຂກຄົນ ຂອງຊາວບ້ານແຫ່ງນີ້.


ວັງວຽງ: ເມືອງຍອດນິຍົມທ່ອງທ່ຽວແຫ່ງໜຶ່ງຂອງລາວ

ວັງວຽງ: ເມືອງຍອດນິຍົມທ່ອງທ່ຽວແຫ່ງໜຶ່ງຂອງລາວ

ວັງວຽງ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ເຊັ່ນ: ພູຫີນປູນ, ຖ້ຳ, ໃນນັ້ນທີ່ໜ້າອອນຊອນທີ່ສຸດແມ່ນຖ້ຳພູຄຳທີ່ມີຫີນຍ້ອຍຮູບຊົງຄ້າຍໄກ່ປ່າ, ຄັນຄາກ, ມັງກອນ, ຕາດນ້ຳ… ຊຶ່ງເຮັດໃຫ້ນຶກເຖິງນິຍາຍບູຮານແຫ່ງໂລກມະຫັດສະຈັນກໍວ່າໄດ້. ນັກທ່ອງທ່ຽວອາດສາມາດເລືອກວິທີພັກຜ່ອນໃນຕູບຕັ້ງຢູ່ເທິງໜ້ານ້ຳ ຫຼື ນອນເທິງທຸ່ນລອຍ ຫຼື ຈະນັ່ງເຮືອຈັກ ຫຼື ພາຍເຮືອກາຢັກລ່ອງໄປຕາມລຳນ້ຳຊອງ ຢ່ອນອາລົມໄປກັບຍ່ານເວຫາ, ທິວທັດ ແລະ ສະພາບແວດລ້ອມທີ່ສົດໃສ, ເຢັນດີ.

ວັງວຽງ: ເມືອງຍອດນິຍົມທ່ອງທ່ຽວແຫ່ງໜຶ່ງຂອງລາວ

ວັງວຽງ: ເມືອງຍອດນິຍົມທ່ອງທ່ຽວແຫ່ງໜຶ່ງຂອງລາວ

ວັງວຽງ: ເມືອງຍອດນິຍົມທ່ອງທ່ຽວແຫ່ງໜຶ່ງຂອງລາວ

ນັກທ່ອງທ່ຽວກໍອາດຈະເຂົ້າຮ່ວມການຜະເຊີນໄພກັບການເລື່ອນໄປຕາມຮາງລິນ ຫຼື ໂຍນຕົວຂຶ້ນສູ່ເວຫາແລ້ວປ່ອຍຕົວລົງກະແສນ້ຳທີ່ໃສເຢັນໄດ້ກັບກາຍເປັນຈັບອົກຈັບໃຈຂອງໄວໜູ່ມ ແລະ ນັກທ່ອງທ່ຽວຕ່າງປະເທດ.

ວັງວຽງ: ເມືອງຍອດນິຍົມທ່ອງທ່ຽວແຫ່ງໜຶ່ງຂອງລາວ

ວັງວຽງ: ເມືອງຍອດນິຍົມທ່ອງທ່ຽວແຫ່ງໜຶ່ງຂອງລາວ

ວັງວຽງ: ເມືອງຍອດນິຍົມທ່ອງທ່ຽວແຫ່ງໜຶ່ງຂອງລາວ

ວັງວຽງ: ເມືອງຍອດນິຍົມທ່ອງທ່ຽວແຫ່ງໜຶ່ງຂອງລາວ

ດ້ວຍກຳລັງຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ ທີ່ມີຢູ່ຂອງພູຜາ, ປ່າໄມ້. ວັງວຽງບໍ່ຕ່າງຫຍັງກັບແດນສະຫວັນຂອງເມືອງມະນຸດ.

(ໄຊພອນ)

ເຫດການ